ທູດ​ລາວປະ​ຈຳ​ຈີນ​: "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ"ເປັນ​ໂອ​ກາດ​ໃຫ້​ລາວ​ໃນ​ການ​ພັດ​ທະ​ນາ ແລະ​ເຊື່ອມ​ຈອດ​
2017-05-10 12:44:31  cri 



(ທ່ານ​ນາງວັນ​ດີ ບຸດ​ທະ​ສະ​ວົງ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ລາວ​ປະ​ຈຳ ສ​ປ ຈີນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI)

ກອງ​ປະ​ຊຸມສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 14-15 ພຶດ​ສະ​ພານີ້. ຫວ່າງ​ກ່ອນນີ້ບໍ່​ດົນ, ທ່ານ​ນາງວັນ​ດີ ບຸດ​ທະ​ສະ​ວົງ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ລາວ​ປະ​ຈຳ ສ​ປ ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ໂດຍ​ກ່າວ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ" ກັບ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ລາວ​ມີ​ຫຼາຍ​ດ້ານ​ທີ່​ມີ​ຄວາມ​ກົມ​ກຽວກັນ. ລາວ​ຫວັງ​ວ່າ​ຜ່ານ​ຈາກ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ ສາ​ມາດ​ເຮັດ​ໃຫ້​ຕົນ​ເອງ​ມີ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່​ຫຼວງ ທັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ບັງ​ເກີດ​ຜົນ​ກັບ​ບັນ​ດາ​ປະ​ເທດ​ຢູ່​ອ້ອມ​ຂ້າງ.

ທ່ານ​ທູດ​ວັນ​ດີ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທ່ານ​ນາງ​ກ່າວ​ວ່າ:

 "ຂໍ້​ລິ​ເລີ່ມ ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ​ແມ່ນ​ຫົວ​ຄິດ​ປະ​ດິດ​ສ້າງ​ອັນ​ສຳ​ຄັນ ແລະ​ມີ​ຄວາມໝາຍ ເຊິ່ງ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ສັງ​ຄົມ​ໂລກ ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາ​ຖະ​ໜາ​ອັນ​ສວຍ​ງາມ​ແລະ​ຄວາມ​ມຸ້ງ​ຫວັງ​ລວມ​ຂອງ​ສັງ​ຄົມ​ມະ​ນຸດ ສ້າງ​ຄວ​າມ​ສົມ​ບຸນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ. ການ​ຣ່ວມ​ກັນ​ສ້າງ​ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ ແມ່ນ​ການ​ຊອກ​ຄົ້ນ​ຫາ​ຊ່ອງ​ທາງ ແລະ​ຮູບ​ການຮ່ວມ​ມື​ສາ​ກົນ​ແບບ​ໃໝ່​ຢ່າງ​ຕັ້ງ​ໜ້າ​ທີ່​ສອດ​ຄ່ອງ​ກັບ​ກະ​ແສ​ຍຸກສະ​ໄໝ ທີ່​ຫັນ​ເປັນ​ຫຼາຍ​ຂົ້ວ. ການ​ສ້າງ ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ ເປັນ​ການ​ຊຸກ​ຍູ້​ໃຫ້​ປັດ​ໄຈ​ເສດ​ຖະ​ກິດ​ຄ່ອງ​ໂຕ​ຢ່າງ​ມີ​ລະ​ບຽບ​ແລະ​ເສ​ລີ ຊັບ​ພະ​ຍາ​ກອນ​ຖືກ​ຈັດ​ສັນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ​ອາ​ລິ​ຍະ​ທຳ​ລະ​ຫ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ເພື່ອເຣັດ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ແລະ​ຮ່ວມ​ກັນ​ດຳ​ລົງ​ຊີ​ວິດ​ຢ່າງ​ກົມ​ກຽວ​ກັນ."

ປະ​ເທດ​ລາວ​ແມ່ນ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ​ພຽງ​ປະ​ເທດດຽວ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ​ກໍ່​ແມ່ນ​ປະ​ເທດ​ທີ່​ມີ​ທາງ​ບົກ​ຕິດ​ຕໍ່​ຫາ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ທີ່​ສັ້ນ​ທີ່​ສຸດ, ສະ​ນັ້ນ ລັດ​ຖະ​ບານ​ລາວ​ໄດ້​ສຸມ​ໃສ່​ການ​ສ້າງ​ສາ​ປະ​ເທດ​ຈາກການ​ເປັນ​ປະ​ເທດ​ທີ່ບໍ່​ມີ​​ຊາຍ​ແດນ​ຕິດ​ກັບ​ທະ​ເລ ໃຫ້​ເປັນ​ປະ​ເທດ​ເຊື່ອມ​ຈອດ​ກັບ​ພາກ​ພື້ນ​ແລະ​ສາ​ກົນ. ພາຍ​ໃຕ້​ຂອບ ຂອງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເລີ່ມ​ກໍ່​ສ້າງ​ໃນ​ທ້າຍ​ປີ 2015 ທ່ານ​ທູດ​ວັນ​ດີ​ຊີ້​ອອກວ່າ:

"ຂໍ້​ລິ​ເລີ່ມ 'ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ' ກັບ​ຍຸດ​ທະ​ສາດ​ການ​ພັດ​ທ​ນະ​ຂອງ​ລາວ​ມີ​ຫຼາຍ​ດ້ານ​ທີ່​ມີ​ຄວາມ​ກົມ​ກຽວ ແລະ​ກຳ​ລັງ​ເຊື່ອມ​ໂຍງ​ເຂົ້າ​ຫາ​ກັນ ເປັນ​ຕົ້ນ​ການ​ປະ​ສານ​ງານ​ທາງ​ນະ​ໂຍ​ບາຍ ການ​ເຊື່ອມ​ຈອດ​ທາງ​ພື້ນ​ຖານ​ໂຄງ​ລ່າງ ຄົມ​ມະ​ນາ​ຄົມ ການ​ຄ້າ ແລະ​ການ​ເຊື່ອມ​ຄວາມ​ສຳ​ພັນ​ໄມ​ຕີ​ລະ​ຫວ່າງ​ປະ​ຊາ​ຊົນ. (ໃນ​ບັນ​ດາ​ໂຄງ​ການ​ທີ່​ສອງ​ປະ​ເທດ​ລາວ​ຈີນ​ຮ່ວມ​ມື​ກັນ​ສ້າງ​ຂຶ້ນ​ນັ້ນ) ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ແມ່ນ​ໂຄງ​ການ​ໃຫຍ່​ທີ່​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ ມີ​ຄວາມ​ໝາຍ​ທາງ​ດ້ານ​ປະ​ຫວັດ​ສາດ ແລະ​ຍຸດ​ທະ​ສາດ ທັງ​ເປັນ​ສັນ​ຍາ​ລັກ​ອັນ​ໃໝ່​ແຫ່ງ​ການ​ຮ່ວມ​ມືລາວ-ຈີນ, ເປັນ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ໜັກ​ແໜ້ນ​ແລະ​ຍືນ​ຍົງ​ສຳ​ລັບ ສ​ປ​ປ ລາວ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ, ເປັນ​ການ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ; ເປັນ​ການ​ສົ່ງ​ເສີມ​ການ​ພົວ​ພັນ, ຮ່ວມ​ມື​ຄ້າ​ຂາຍ, ແລກ​ປ່ຽນ​ສິນ​ຄ້າ ການ​ໄປ​ມາ​ຫາ​ສູ່, ການ​ທ່ອງ​ທ່ຽວ , ການ​ລົງ​ທຶນ​ກັບ​ບັນ​ດາ​ປະ​ເທ​ດາອ​ຊຽນ ແລະ ​ສ​ປ ​ຈີນເຊິ່ງ​ໂຄງ​ການນີ້​ຈະ​ສົ່ງ​ເສີມ​ຂະ​ແໜງ​ກະ​ສິ​ກຳ ອຸດ​ສາ​ຫະ​ກຳ​ ການ​ທ່ອງ​ທ່ຽວ ແລະ​ຂະ​ແໜງ​ການ​ອື່ນໆ ເພີ່ມ​ວຽກ​ເຣັດ​ງານ​ທຳ​ໃຫ້​ແກ່​ສັງ​ຄົມ​ຢ່າງກວ້າງ​ຂວາງ ຍັງ​ຈະ​ເປັນ​ການ​ເຊື່ອມ​ຈອດ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ສ​ປ​ຈີນ. ພິ​ເສດ​ແມ່ນ​ເປັນ​ຊັບ​ສິນ​ແລະ​ເປັນ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ໃຫ້​ລຸ່ນ​ສືບ​ທອດ​ນຳ​ໃຊ້​ຕະ​ຫຼອດ​ໄປ ແລະ​ເປັນ​ປະ​ໂຫຍດ​ໃຫ້​ແກ່​ການ​ພັດ​ທ​ນະ​ທີ່​ຍືນ​ຍົງ."

ເດືອນ​ມີ​ນາ 2016 ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລີກ​ຂອງ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ​ໄດ້​ໄຂ​ຂຶ້ນ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: ກິນ​ນ້ຳ​ສາຍ​ດຽວ​ກັນ ຜູກ​ພັນ​ຊະ​ຕາ​ກຳ​ຢ່າງ​ແໜ້ນ​ແຟ້ນ. ສ​ປ​ປ ລາວ​ແມ່ນ​ໜຶ່ງ ໃນ 6 ປະ​ເທດ​​ສະ​ມມາ​ຊິກ​ຂອງ​ກົນ​ໄກ​ດັ່ງ​ກ່າວ, ເດືອນມີ​ນາ 2017 ທ່ານ​ທູດ​ວັນ​ດີ ບຸດ​ທະ​ສະ​ວົງ​ກໍ່​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ກອງ​ເລ​ຂາ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ທ່ານ​ນາງກ່າວ​ວ່າ:

"ຂໍ້​ລິ​ເລີ່ມ'ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ' ໄດ້​ສອດ​ຫ້ອຍ​ໄປ​ທົ່ວ​ທະ​ວີບ​ອາ​ຊີ ເອີ​ລົບ ແລະ​ຟ​ຮີ​ກາ ຈະ​ມີ​ຜົນ​ດີ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ສ້າງ​ຄວາມ​ເປັນ​ໜຶ້ງ​ດຽວ​ຂອງ​ອາ​ຊຽນ ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດແມ່​ນ້ຳ​ຂອງ-​ແມ່​ນ້ຳ​ລ້ານ​ຊ້າງ.ສອງ​ຝ່າຍ​ອາ​ຊຽນ-ຈີນ​ເປັນ​ຄູ່​ຮ່ວມ​ມື​ບູ​ລິ​ມະ​ສິດ​ໃນ​ຂອບ​ການ​ຮ່ວມ​ມື​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ ໂດຍ​ຈະ​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ, ໄທ-ຈີນ, ລົດ​ໄຟ​ຄວາມ​ໄວ້​ສູງ​ແຕ່​ຈາ​ກາ​ຕາ-ບັນ​ດົງ, ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ແລະ​ອື່ນໆ.ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຣ່ວມ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ 6 ປະ​ເທດ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ຈະ​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອາ​ຊຽນ-ຈີນ ຂຶ້ນ​ສູ່​ລະ​ດັບ​ໃໝ່, ຮັດ​ແຄບ​ຄວາມ​ແຕກ​ໂຕນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທ​ດາອ​ຊຽນ ກໍ່​ຄື​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ແລະ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຣັກ​ສາ​ສັນ​ຕິ​ພາບ​ໂລກ."


1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ