ຈີນ​ກຳ​ນົດວັນ​ທີ 10 ພຶດ​ສະ​ພາ​​ແຕ່​ລະ​ປີ​ເປັນ "ວັນ​ຍີ່​ຫໍ້​ຈີນ"
2017-05-10 11:07:00  cri 
ຈີນ​ໄດ້​ຕົກ​ລົງ​​ກຳ​ນົດ​ເອົາ​ວັນ​ທີ 10 ພຶດ​ສະ​ພາ​ຂອງ​ແຕ່​ລະ​ປີ​ເປັນ"ວັນ​ຍີ່​ຫໍ້​ຈີນ" ເຊິ່ງ​ການ​ກຳ​ນົດ​ດັ່ງ​ກ່າວ​ນັບ​ວ່າ​ແມ່ນ​ມາດ​ຕະ​ການ​ໃໝ່​ຫຼ້າ​ສຸດ​ທີ່​ຊຸກ​ຍູ້​ໃຫ້ຜະ​ລິດ​ຕະ​ພັນ​ຂອງ​ຈີນ​ມີ "ຍີ່​ຫໍ້​".

ຂ່າວ​ແຈ້ງວ່າ:​ຫົວ​ຂໍ້​ຕົ້ນ​ຕໍ​ຂອງວັນ​ຍີ່​ຫໍ້​ຈີນປີ 2017 ​ເນັ້ນ "ລົງ​ເລິກ​ການ​ປະ​ຕິ​ຮູບ​​ໂຄງ​ປະ​ກອບດ້ານ​ການ​ສະ​ໜອງ,ເປີດ​ຍຸກ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ຍີ່​ຫໍ້​ດ້ວຍ​ຕົນ​ເອງ​ຢ່າງ​ຮອບ​ດ້ານ".

ທ່ານ ຫວາງ​ຕຸ່ງ ເຈົ້າ​ໜ້າ​ທີ່​​ກວດ​ກາ​ກົມ​ພົວ​ພັນອຸດ​ສາ​ຫະ​ກຳ​ຂອງ​ຄະ​ນະ​ກຳ​ມະ​ການ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ: ຖ້າ​ທຽບ​ໃສ່​ປະ​ເທດ​ທີ່​ຈະ​ເລີນ​ແລ້ວ, ຈີນ​ຍັງ​ມີ​ບັນ​ຫາ​​ຫຼາຍ​ດ້ານ​ເຊັ່ນ: ຍີ່​ຫໍ້​ທີ່​ມີ​ຊື່​ສຽງໃນ​ສາ​ກົນ​ມີ​ໜ້ອຍ,ອິດ​ທິ​ພົນ​ຂອງ​ຍີ່​ຫໍ້​ອ່ອນ,ສິດ​​ໃນ​ການ​ໂຄ​ສະ​ນາ​ຍີ່​ຫໍ້​ມີ​ໜ້ອຍ, ຄຸນ​ຄ່າ​ຂອງ​ຍີ່​ຫໍ້ຕ່ຳ,ພາບ​ພົດ​ໂດຍ​ລວມ​ຂອງ​ຍີ່​ຫໍ້​ບໍ່​ດີ​ປານ​ໃດ​ແລະ​ບັນ​ຫາອື່ນໆ. ​ແນວ​ໃດ​ກໍ​ດີ​ໃນ​ຕໍ່​ໜ້າ, ຈີນ​ຈະຮ່ວມ​ແຮງ​ຮ່ວມ​ໃຈຊຸກ​ຍູ້​ການ​ພັດ​ທະ​ນາ​ຍີ່​ຫໍ້​ດ້ວຍ​ຕົນ​ເອງ​ ໂດຍ​ປິ່ນ​ອ້ອມ​ການ​ເພີ່ມ​ທະ​ວີ​ການ​ສ້າງ​ຍີ່​ຫໍ້,ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ມີ​ຍີ່​ຫໍ້,​ອອກ​ແບບ​ຂັ້ນ​ສູງ,ສ້າງ​​ແລະ​ປັບ​ປຸງກົນ​ໄກ​ການປະ​ສານ​ງານ​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ