ທ່ານ​ມຸນແຈ​ອິນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ ສ ເກົາ​ຫຼີ​ ຄົນ​ໃໝ່
2017-05-10 14:23:00  cri 
ຄະ​ນະ​ກຳ​ມະ​ການການ​ເລືອກ​ຕັ້ງ​ ສ ເກົ​າ​ຫຼີ​ອອກ​ມາ​ປະ​ກາດໃນ​ຕອນ​ຂ້ອນ​ແຈ້ງວັນ​ທີ 10 ພຶດ​ສະ​ພາ​ນີ້​ວ່າ, ຫຼັງ​ນັບ​ບັດ​ລົງ​ຄະ​ແນນ​, ທ່ານ​ມຸນ​ແຈ​ອິນ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຈາກ​ພັກ​ມິນ​ຈູໄດ້​ຮັບ​ໄຊ​ຊະ​ນະ, ແລະໄດ້​ກາຍເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່.

ການປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ນີ້​ໄດ້​ຈັດ​ຂຶ້ນ​ແຕ່ 6 ໂມງ​ຫາ 20 ໂມງ​ໃນ​ວັນ​ທີ 9 ພຶດ​ສະ​ພາ​ນີ້, ແລະ​ມີ​ໜ່ວຍ​ເລືອກ​ຕັ້ງ​ 13964 ໜ່ວຍ. ​ຂະ​ນະ​ທີ່​ຄະ​ນະ​ກຳ​ມະ​ການ​ເລືອ​ກ​ຕັ້ງ​​ໄດ້ປະ​ກາດ​ໃນ​ຕອນ​ຂ້ອນ​ແຈ້​ງວັນ​ທີ 10 ພຶດ​ສະ​ພາ​ນີ້​ໂດຍ​ຊີ້ໃຫ້​ເຫັນ​ວ່າ, ​ປະ​ຊາ​ຊົນ​ອອກ​ມາ​ໃຊ້​ສິດ​ເລືອກ​ຕັ້ງ​ເຖິງ 77,2%, ແລະ​ໃນ​ການ​ນັບ​ບັດ​ລົງ​ຄະ​ແນນ 88,7%, ທ່ານ​ມຸນແຈ​ອິນ​ໄດ້ຮັບ​ຄະ​ແນນ​ສຽງ 40,3%, ​ຂະ​ນະ​ທີ່​ຄະ​ແນນ​ນຳ​​ຂອງ​ທ່ານ​​ໄດ້​ຫຼາຍກວ່າ​ບັດ​ລົງ​ຄະ​ແນນ​ທີ່​ຍັງ​ບໍ່​ທັນ​​ໄດ້​ນັບ​ເທື່ອ, ຈາກ​ນີ້​ຈຶ່ງ​​ຢືນ​ຢັນ​ວ່າ​ທ່ານໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ແລ້ວ.
ຕາມ​ແຜນ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຈະ​ຂຶ້ນ​ຮັບ​ຕຳ​ແໜ່ງ​ໃນ​ທັນ​ທີ​ພາຍ​ຫຼັງ​ໄດ້​ຮັບ​ໜັງ​ສື​ຢັ້ງ​ຢືນ​ຈາກ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 10 ພຶດ​ສະ​ພາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ