ທ່ານ​ສີ​ຈິ້ນ​ຜິ​ງ​ໂທລະສັບ​ລົມ​ກັບ​ທ່ານ​ມາຄຣົງ
2017-05-10 15:57:44  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ສະດງຄວາມ​ຊົມ​ເຊີຍ​ທ່ານ​ແອ​ມມາ​ນູ​ແອນ ມາຄຣົງ ປະທານາທິບໍດີ​ຝຣັ່ງ​ຄົນ​ໃໝ່ ​​ຫຼັງ​​ໄດ້​ຮັບການ​ເລືອກ​ຕັ້ງ ທັງ​ໄດ້​ກ່າວ​ວ່າ, ພາຍຫຼັງ​ຈີນ​ແລະຝຣັ່ງ​ສ້າງສາ​ຍສຳພັນ​ທາງ​ການ​ທູ​ດຕະຫຼອດ​ໄລຍະ 53 ປີ​ມາ​ນີ້, ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຜ່ານ​ການ​ທົດ​ສອບ​ທາງ​ການ​ເມືອງ​ສາກົນ ​ແລະ​ມີ​ຜົນ​ທາງ​ຍຸດ​ທະ​ສາດ​ຕໍ່​ສອງ​ປະ​ເທດ​ເພີ່ມ​ຂຶ້ນ​ເລື້ອຍໆ ​ແລະຈີນ​ກໍຍິນ​ດີ​ໃຫ້ຝຣັ່ງ​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ທັງ​ຈະ​ສືບ​ຕໍ່​ສະໜັບສະໜູນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ເອີ​ລົບ.

ທ່າ​ນມາຄຣົງກ່າວ​ວ່າ, ລັດຖະ​ບານ​ຝຣັ່ງຊຸດ​​ໃໝ່​ຈະ​ສືບ​ຕໍ່​ປະຕິບັດ​ທິດ​ທາງດ້ວຍໄມຕີ​ຈິດ​ມິດຕະພາບ​ຢ່າງ​ຕັ້ງໜ້າ​ຕໍ່​ຈີນ, ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ, ລົງ​ເລິກ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດການ​ຕ່າງປະ​ເທດ, ​ເສດຖະກິດ​ການ​ຄ້າ ​ແລະ​ອຸດສາຫະກຳ ​ແລະ​ການ​ຮ່ວມ​ມື​ພາຍ​ໃຕ້​ຂອບ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໃຫ້​ເປັນ​ຮູບ​ປະ​ທຳ ​ແລະສືບ​ຕໍ່​ປະສານ​ງານ​​ຢ່າງ​ແໜ້ນ​ແຟ້ນກ່ຽວ​ກັບ​ບັນຫາ​ສາກົນ​ທີ່​ສຳຄັນ​ຕ່າງໆ ​ເຊັ່ນ: ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ຮ່ວມ​ມື​ຂອງກຸ່ມ 20 ປະ​ເທດ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ