ມາ​ເລ​ເຊຍ​ຈັດ​ສັນ​ທີ່​ດິນ​ສ້າງສຳນັກ​ສາສະໜາ​ທີ່​ບໍ່​ແມ່ນ​ອິສຣາມ
2017-05-11 16:53:30  cri 
ກ່ອນ​ໜ້າ​ນີ້​ບໍ່​ດົນ​ໄດ້​ມີພິທີ​ລົງມື​ກໍ່ສ້າງ​ສຳນັກສະ​ແດງທຳ​ທາງພຸດທະ​ສາສະໜາ​ມາ​ເລ​ເຊຍ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ປູ​ຕຣາຈາ​ຢາປະ​ເທດ​ດັ່ງກ່າວ ​ແລະ​ມາ​ຮອດປັດຈຸບັນທັງ​ສຳນັກສະ​ແດງ​ທຳ​ທາງພຸດທະ​ສາສະໜາ​ແລະ​ສາສະໜາ​ຮິນ​ດູ​ໄດ້​ລົງມື​ກໍ່ສ້າງ​ແລ້ວ, ສ່ວນ​ສາສະໜາ​ເຕົາ​ກຳລັງ​ຢູ່​ໃນ​ໄລຍະ​ສະ​ເໜີ ​ແລະ​ສາສະໜາ​ອື່ນໆ​ກໍ​ກຳລັງ​ຢູ່​ໃນ​ໄລຍະວາງ​ແຜນ​.

ໜັງສືພິມ Chew Daily ​ ​ໜັງສືພິມ​ລາຍ​ໃຫຍ່ຂອງ​ເມືອງ​ດັ່ງກ່າວ​ໄດ້​ລົງ​ພິມ​ບົດ​ນຳ​ໃນ​ວັນ​ທີ 10 ພຶດສະພາ​ນີ້ວ່າ: ​ເມືອງ​ປູ​ຕຣາຈາ​ຢາ​ໄດ້​​​ເຂົ້າ​ສູ່​ບາດກ້າວ​ທຳ​ອິດ​ໃນ​ການ​ສົ່ງ​ເສີມ​ຄວາມ​ ​ປອງ​ດອງ​​ແລະ​ ​ເສລີ​ພາບຂອງ​ສາສະໜາ​ເຊິ່ງ​ໄດ້​​ກາຍ​ເປັນ​ໂຕ​ແບບ​ໜຶ່ງ.ຂະນະ​ດຽວ​ກັນ​ກໍ ຫວັງວ່າ​ບັນດາ​ລັດ​ໃນ​ທົ່ວ​ປະ​ເທດ​ຈະ​ປະຕິບັດ​ນະ​ໂຍບາຍ​ດຽວ​ກັນ​ໂດຍ​ຈັດ​ສັນ​ທີ່​ດິນ​ແລະ​ຊັບພະຍາກອນ​​ໃຫ້ຫຼາຍ​ກວ່າ​ເກົ່າ​ເພື່ອ​ເຮັດ​ໃຫ້​ບັນດາ​ສາສະໜາ​ໃຫຍ່​ໄດ້​ຮັບ​ຊັບ​ພະຍາກອນ​ຈາກລັດ​ຢ່າງ​ຍຸຕິ​ທຳ. ອົງການ​ປົກຄອງ​ທຸກ​ຂັ້ນກໍ​ຄວນ​ປະຕິບັດ​ນະ​ໂຍບາຍ​ຕໍ່​ບັນດາ​ສາສະໜາ​​ໃຫຍ່​ຢ່າງ​ຍຸຕິທຳ ​ເພື່ອເປັນ​ປະ​ໂຫຍ​ດຕໍ່​ການ​ສົ່ງ​ເສີມ​ຄວາມ​ປອງ​ດອງ​ລະຫວ່າງ​ສາສະໜາ​ຕ່າງໆ​ໂດຍ​ຈະ​ບໍ່​​ໃຫ້​ເກີດ​ຄວາມ​ຂັດ​ແຍ້​ງ​ແລະ​ເປັນ​ປໍ​ລະ​ປັກກັນ​ອີກ​ຕໍ່​ໄປ ​ເພື່ອ​ເຮັດ​ໃຫ້​ມາ​ເລ​ເຊຍ​ກ້າວ​ໄປ​ ​ໜ້າ​ຢ່າງ​ສະຫງ່າ​ຜ່າ​ເຜີຍ​ບົນ​ຈິດ​ໃຈ​ແລະ​ພື້ນຖານ​ການສ້າງ​ປະ​ເທດທີ່​ສາມັກຄີ​ປອງ​ດອງ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ