ນັກປີນ​ພູ​ຈາກ​ຈີນ​ແລະ​ຕ່າງ​ປະ​ເທດ​​ຮ່ວມ​ອະ​ນາ​ໄມ​ເສັ້ນ​ທາງ​ຕີນ​ພູ​ຈູ່​ມູ້​ລາງ​ໝ້າ
2017-05-11 16:00:14  cri 


ວັນ​ທີ 10 ພຶດ​ສະ​ພາ​ນີ້,ສະ​ຫະ​ພັນ​ປີນ​ພູ​ຈີນ, ພະ​ແນກ​ກິ​ລາ​​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຕິ​ເບດໄດ້​ຮ່ວມ​ກັນ​ຈັດ​ກິດ​ຈະ​ກຳ​ອະ​ນາ​ໄມ​ເສັ້ນ​ທາງ​ລຽບ​ຕາມ​ຕີນ​ພູ ໂດຍ​ມີ​ນັກ​ປີນ​ພູ​ຈາກ​ຈີນ​ແລະ​ຕ່າງ​ປະ​ເທດ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງປະ​ຊາ​ຊົນ​ເມືອງ​ຕີ້ງ​ຢື້ ເຊິ່ງ​ເປັນ​ເມືອງ​ທີ່​ມີຍອ​ດ​ພູ​ຈູ່​ມູ້​ລາງ​ໝ້າ​ເໜືອ ແລະ ​ອາ​ສາ​ສະ​ໝັກ​ເກືອບ 100 ​ຄົນ​ເຂົ້າ​ຮ່ວມ. ຢູ່​ລຽບ​​ເສັ້ນທາງ​ຕີນພູ, ນັກ​ປີນ​ພູ​​ຈາກ​​ກວ່າ 20 ປະ​ເທດ​ເຊັ່ນ: ອາ​ເມ​ລິ​ກາ,ອີ​ຕາ​ລີ,ແອັ​ສ​ປາຍ,ອັງ​ກິດແລະ​ສະ​ວິ​ສ​ຕ່າງກໍ​ໄດ້​ສະ​ໝັກ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ດັ່ງ​ກ່າວ.
1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ