ທ່ານ ດູ​ເຕີ​ເຕ ແຕ່ງ​ຕັ້ງ​ຜູ້​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ໃນ​ເມື່ອ​ກ່ອນ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ​ຜູ້​ໃໝ່
2017-05-11 16:16:52  cri 
ວັນ​ທີ 10 ພຶດ​ສະ​ພາ​ນີ້, ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ໄດ້​ປະ​ກາດ​​ແຕ່ງ​ຕັ້ງ​ທ່ານ ອາ​ລານ ປີ​ເຕີ ຄາ​ເຢ​ຕາ​ໂນ ສະ​ມາ​ຊິກ​ສະ​ພາສູງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແທນ​ທ່ານ ເປີ​ເຟີກ​ໂຕ ຢາ​ໄຊ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ຖືກ​ສະ​ພາ​ແຫ່ງ​ຊາດ​ຟີ​ລິບ​ປິນ​ບໍ່​ຮັບ​ຮອງ​ເອົາ​ການ​ແຕ່ງ​ຕັ້ງ​​ຍ້ອນ​ປົກ​ປິດ​ຊາດ​ກຳ​ເນີດ​ທີ່​ເຄີຍ​ເປັນ​ພົນ​ລະ​ເມືອງ​ອາ​ເມ​ລິ​ກາ.

ທ່ານ ດູ​ເຕີ​ເຕ ກ່າວ​ໃນ​​ການ​ຖະ​ແຫຼງ​ຂ່າວ​ໃນ​ມື້​ດຽວ​ກັນ​ວ່າ: ຕົນໄດ້​ລົງ​ນາມ​ສື​ແຕ່ງ​ຕັ້ງ​​ທ່ານ​ຄາ​ເຢ​ຕາ​ໂນ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ດັ່ງ​ກ່າວໃນ​ຕອນ​ບ່າຍ​ມື້​ດຽວ​ກັນ.

​ທ່ານ ອາ​ລານ ປີ​ເຕີ ຄາ​ເຢ​ຕາ​ໂນ ປີ​ນີ້​ອາ​ຍຸ 46 ປີ, ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຟີ​ລິບ​ປິນ​ໃນ​ປີ 1998, ປີ 2007 ໄດ້​ເລີ່ມ​ດຳ​ລົງ​ຕຳ​ແໜ່ງ​ສະ​ມາ​ຊິກ​ສະ​ພາ​ສູງ, ໃນ​ເດືອນ​ພຶດ​ສະ​ພາ​ປີ 2016 ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ເປັນຮອງ​ປະ​ທາ​ນາ​ທິ​ບໍ​ດີ​​ໂອ​ກາດ​ບໍ່​ຊະ​ນະ​ທ່ານ ເລ​ນີ ໂຣດ​ຣິ​ໂດ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປັດ​ຈຸ​ບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ