ສະ​ມາ​ຄົມ​ຜູ້​ຊົງ​ຄຸນ​ວຸດ​ທິ​ຈີນ-ມ​ຽນ​ມາຮ່ວມ​ປະ​ຊຸມ​ເປັນ​ຄັ້ງ​ທຳ​ອິດ​​ຢູ່​ຢຸນ​ນານ
2017-05-11 17:57:49  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​​ຂັ້ນສູງ​ຂອງ​ສະ​ມາ​ຄົມ​ຜູ້​ຊົງ​ຄຸນ​ວຸດ​ທິ​ຈີນ-ມຽນ​ມາ​ຄັ້ງ​ທຳ​ອິດ​ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ມາງ ແຂວງ​ຢຸນ​ນານ ສ​ປ ​ຈີນ​ໃນ​ວັນ​ທີ 10 ພຶດ​ສະ​ພາ​ນີ້ ໂດຍເຈົ້າ​ໜ້າ​ທີ່​ແລະ​ນັກ​ວິ​ຊາ​ການ​ໄດ້​ລົ​ງ​ເລິກ​ການ​ແລກ​ປ່ຽນ​ໃນຫົວ​ຂໍ້​ຕ່າງໆ​ໂດຍ​ປິ່ນ​ອ້ອມ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ-ການ​ຄ້າແລະ​ນະ​ໂຍ​ບາຍ​ທາງ​ການ​ທູ​ດ​ລະ​ຫວ່າງ​ຈີນ-ມຽ​ນ​ມາ​ແລະ​ຫົວ​ຂໍ້​ອື່ນໆ ຂະ​ນະ​ດຽວ​ກັນ​ກໍ​ໄດ້ຮ່ວມ​ກັນ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ການ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ຖານ​ພີ່​ນ້ອງ,ການສ້າງ​ພື້ນ​ຖານ​​ຂອງ​ຄວາມ​ເປັນ​ຈິດ​ໜຶ່ງ​ດຽວ​ກັນ​ແລະລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ຂອງ​ສອງ​ປະ​ເທດໄດ້​ເປັນ​ເອ​ກະ​ພາບ ​ກັນ ແລະ​ຫວັງ​ໃຫ້ກອງ​ປະ​ຊຸມ​ຄັ້ງ​ນີ້​ປະ​ສົບ​ຜົນ​ສຳ​ເລັດ, ເພື່ອ​ເຮັດ​ໃຫ້​ສອງ​ປະ​ເທດ​ຮ່ວມ​ກັນ​ສ້າງອີກ​ໜຶ່ງ​ເວ​ທີ​ການ​ຮ່ວ​ມ​ມື​ແລະ​ການ​ແລກ​ປ່ຽນ​ຂອ​ງສະ​ມາ​ຄົມ​ຜູ້​ຊົງ​ຄຸນ​ວຸດ​ທິ​ຈີນ-ມຽນ​ມາ​, ສຸມ​ໃສ່​ຕິດ​ຕໍ່​ພົວ​ພັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ,ສ້າງ​ກົນ​ໄກ​ເວ​ທີ​ປຶກ​ສາ​ຫາ​ລື​ແລະ​ການ​ເຈ​ລະ​ຈາ​ທີ່​ມີ​ບົດ​ບາດ​ສຳ​ຄັນ,ຮ່ວມ​ກັນ​ຍົກ​ລະ​ດັບ​ຜົນ​​ປະ​ໂຫຍດຂອງ​ສະ​ມາ​ຄົມ,ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ ​ຈິດ​ໃຈ​ຂອງປະ​ຊາ​ຊົນ​​ສອງ​ປະ​ເທດ ເພື່ອ​ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ລົງ​ເລິກການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

ໃນ​ໄລ​ຍະ​ກອງ​ປະ​ຊຸມ,ແຂກ​ຜູ້​ມີ​ກຽດ​ທີ່​ເຂົ້າ​ຮ່ວມກອງປະ​ຊຸມ​ຍັງ​ໄດ້​ຄົ້ນ​ຄວ້າ​ແລະຕີ​ລາ​ຄາ​​ສະ​ພາບ​ການ​ຮ່ວມ​ມື​ແລະ​ການ​ແລກ​ປ່ຽນ​ດ້ານ​ເສ​ດະ​ກິດ-ການ​ຄ້າ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ ກໍ​ຄືສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ກິ່ງ​ແຂວງ​ເຕີ​ຮົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ