ຈີນ​ກາຍ​ເປັນ​ປະ​ເທດ​ແຫຼ່ງນັກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ​ສອງ​ຂອງ​ເນ​ປານ
2017-05-11 16:52:57  cri 
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ກະຊວງ​ວັດທະນະທຳ,ທ່ອງທ່ຽວ​ແລະ​ການບິນ​ປະ​ເທດ​ເນ​ປານ​ເປີດ​ເຜີຍຕົວ​ເລກ​ຫຼ້າສຸດ​ຫວ່າງ​ມໍ່ໆ​ນີ້​ຊີ້​ໃຫ້​ເຫັນ​ວ່າ,ຈຳນວນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ມາ ທ່ຽວ​ປະ​ເທດ​ຕົນໃນ​ປີ 2016 ​​ບັນລຸ​ເຖິງ 1 ​ແສນ 4 ພັນ​ຄົນ​ກວມ 15% ຂອງ​ຍອດ​ຈຳນວນ​ນັກ​ທ່ອງ​ທ່ຽວ​​ແລະ​​ກາຍ​ເປັນ​ປະ​ເທດ​ແຫຼ່ງນັກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ​ສອງ​.
ປັດຈຸບັນ​ຈີນ​ໄດ້​ເປີດ​ຖ້ຽວ​ບິນ​ໄປ​ກັບ​ຈາກ​ເມືອງ​ເສີງ​ຕູ່,​ເມືອງ​ຄຸນ​ໝິງ,​ເມືອງ​ລາຊາ,​ເມືອງ​ກວາງ​ໂຈ່​ວ​ແລະ​ເຂດ​ພິ​ເສດ​ຮົງ​ກົງ​ສູ່​ນະຄອນຫຼວງກັດ​ມານ​ດູ​ປະ​ເທດ​ເນ​ປານ​ແລະ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ເນ​ປານ​ໄດ້​ຮັບ​ສິດ​ພິ​ເສດ​ໃນ​ການ​ຍົກ​ເວັ້ນວີ​ຊາ​ໂດຍ​ດ່ານ​ກວດ​ຄົນ​ເຂົ້າ​ອອກ​ເມືອງ​ຢູ່​ສະໜາມ​ບິນ​ສາກົນ​ກັດ​ມານ​ດູ​ແລະ​ດ່ານ​ຊາຍ​ແດນກໍ​ສາມາດ​ອອກ​ວີ​ຊາ​ກັບ​ດ່ານ​ໄດ້​ຂະນະ​ທີ່​ຢູ່ບັນດາ​ຮ້ານ​ຄ້າ, ຮ້ານ​ອາຫານ​ແລະ​ໂຮງ​ແຮມ​​ຂອງປະ​ເທດ​ເນ​ປານ ລ້ວນ​ແຕ່​​ໄດ້ໃຊ້​ບັດ VISA ​ແລະ​ບັດ MASTER ​​ແລະ​ທີ່​ສຳຄັນ,​ເງິນ​ຢວນຂອງຈີນ​ກໍ​ສາມາດ​ແລກປ່ຽນ​ຢຸ່​ເນ​ປານ​ໄດ້​ແລະ​ເມືອງ​ທ່ອງ​ທ່ຽວ​ສຳຄັນ​ກໍ​ສາມາດ​ກິນ​ອາຫານ​ຈີນ​ແລະ​ຈ້າງ​ຜູ້ນຳ​ທ່ຽວ​ດ້ວຍ​ພາສາ​ຈີນ​ໄດ້​ຢ່າງ​ສະ​ດວກ ສະບາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ