ຕາມຂ່າວສານຊິນຮວາ: ກອງຕຳຫຼວດປ້ອງກັນຝັ່ງທະເລລີບີໄດ້ຊ່ວຍເຫຼືອຊາວອົບພະຍົບທີ່ຜິດກົດໝາຍ 300 ກວ່າຄົນທີ່ລັກລອບເຂົ້າເມືອງຢູ່ເຂດທະເລໃກ້ເມືອງຊາບຣາຕາ ທາງພາກຕາເວັນຕົກປະເທດດັ່ງກ່າວໃນວັນທີ 10 ພຶດສະພານີ້.
ທ່ານອາຢົບ ກາເຊັມ ໂຄສົກກອງຕຳຫຼວດປ້ອງກັນຝັ່ງທະເລລີບີກ່າວວ່າ,ຊາວອົບພະຍົບທີ່ຜິດກົດໝາຍເຫຼົ່ານີ້ມາຈາກເຂດອາຟຣິກາພາກໃຕ້ຊາຮາຣາແລະຕ້ອງການລັກລອບເຂົ້າເອີລົບດ້ວຍການຂີ່ເຮືອແລະພາຍຫຼັງຊ່ວຍເຫຼືອແລ້ວກໍໄດ້ສົ່ງເຂົາເຈົ້າໄປສູນຊາວອົບພະຍົບທີ່ຜິດກົດໝາຍຢູ່ຕຣີໂປລີເພື່ອລໍຖ້າການສົ່ງກັບຄືນປະເທດ.
ພາກສ່ວນກ່ຽວຂ້ອງຂອງອົງການສະຫະປະຊາຊາດຄາດຄະເນວ່າ,ປີນີ້ມີຜູ້ລັກລອບເຂົ້າເມືອງຢ່າງໜ້ອຍ 440 ຄົນເສຍຊີວິດລະຫວ່າງທາງຈາກລີບີໄປອີຕາລີ.