ຈັດ​ກອງ​ປະຊຸມ​​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ທີ່​ພະນົມ​ເປັນ
2017-05-11 11:07:42  cri 
ຕາມ​ຂ່າວສານ​ຈີນ: ກອງ​ປະຊຸມ​​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກວ່າ​ດ້ວຍ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ ​ໃນ​ວັນ​ທີ 10 ​ເດືອນ​ນີ້ ​ໂດຍຜູ້​ແທນ​ການ​ຄ້າ, ການ​ເມືອງ ​ແລະ​ອົງການ​ຈັດ​ຕັ້ງ​ປະຊາຊົນ ຈາກ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ອາ​ເມ​ລິ​ກາ, ຈີນ, ປະ​ເທດ​​ແລະ​ເຂດ​ແຄວ້ນ​ອື່ນໆ​ໄດ້​​ເຂົ້າຮ່ວມ​ປະຊຸມ ​ເພື່ອຫາລື​ໃນຫົວ​ຂໍ້: "ຊາວ​ໜຸ່ມ, ​ເຕັກນິກ ​ແລະ​ການ​ເຕີບ​ໂຕ: ຮັບປະກັນ​ໃຫ້​ອາ​ຊຽນ​ໄດ້​ຮັບຜົນ​ປະ​ໂຫຍ​ດດ້ານ​ປະຊາກອນ​​ແລະ​ດີ​ຈີ​ຕອນ" ​ແລະ​ກອງ​ປະຊຸມ​ຈະ​ດຳ​ເນີນ​ເປັນ​ເວລາ 3 ວັນ.

​​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ກອງ​ປະຊຸມ​ເປີດ​ເຜີຍ​ວ່າ, ທ່າ​ແຮງ​ໜຶ່ງ​ຂອງ​ອາ​ຊຽນ​ກໍ​ຄື​ມີ​ປະຊາກອນ 630 ລ້ານ​ຄົນ ​ໃນ​ມີ​ເຄິ່ງໜຶ່ງ​ມີ​ອາຍຸ 30 ປີ​ລົງ​ມາ ​ເຊິ່ງຜົນ​ປະ​ໂຫຍ​ດດ້ານ​ປະຊາກອນ​ຈະ​ສາມາດ​ຊຸກຍູ້​ໃຫ້​ເສດຖະກິດ​ອາ​ຊຽນຮັກສາ​ຈັງຫວະ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ