ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ​ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້​​ເພີ່ມ​ຂຶ້ນ 16,8% ເມື່ອ​ທຽບ​ໃສ່​ໄຕ​ມາດ​ທຳ​ອິດ​ປີ​ຜ່ານ​ມາ
2017-05-11 17:00:13  cri 

ຕາມ​ຂ່າວ​ສານ​ຈີນ: ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 11 ເດືອນ​ນີ້​ວ່າ, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າ​ງ​ຈີນ​ແລະ​ອາ​ຟ​ຣິ​ກາ​ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້​ມີ​ເຖິງ 38 ຕື້ 800 ລ້ານ​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ເພີ່ມ​ຂຶ້ນ 16,8% ເມື່ອ​ທຽບ​ໃສ່​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ຜ່ານ​ມາ ແລະ​ນັບ​ວ່າເປັນ​ການ​ເພີ່ມ​ຂຶ້ນ​​ຄັ້ງ​ທຳ​ອິດ​ເມື່ອ​ທຽບ​​ໃສ່​ໄລ​ຍະ​ດຽວ​ກັນ​ຂອງປີ 2015 ເປັນ​ຕົ້ນ​ມາ.

​ກະ​ຊວງ​ດັ່ງ​ກ່າວ​ຊີ້​ໃຫ້​ເຫັນ​ວ່າ, ຈີນ​ໄດ້​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ອາ​ຟຣິ​ກາ​ໃນ​ມູນ​ຄ່າ 18 ຕື້ 400 ລ້ານ​ໂດ​ລາ ເພີ່ມ​ຂຶ້ນຫຼາຍກວ່າ​ໄຕ​ມາດ​ທຳ​ອິດ​ປີ​ຜ່ານ​ມາ 46%; ​ສ່ວນການ​ລົງ​ທຶນ ໂດຍ​ສະ​ເພາະຍອດ​ມູນ​ຄ່າ​ການ​ລົງ​ທຶນ​ທີ່​ບໍ່​ແມ່ນ​ປະ​ເພດ​ການ​ທະ​ນາ​ຄານ​​ກໍ​ໄດ້​ເພີ່ມ​ຂຶ້ນ 64% ເມື່ອ​ທຽບ​​ໃສ່ໄຕ​ມາດ​ທຳ​ອິດ​ປີ​ຜ່ານ​ມາ ​ໂດຍ​ມີ​ມູນ​ຄ່າຫຼາຍກວ່າ 750 ຕື້​ໂດ​ລາ. ຂະ​ນະ​ດຽວ​ກັນ, ຍອດ​ມູນ​ຄ່າ​​ການ​ຮັບ​ເໝົາ​ກໍ່​ສ້າງ​ໂຄງ​ການ​ຂອງວິ​ສາ​ຫະ​ກິດ​ຈີນ​​ຕາມ​ສັນ​ຍາ​ຢູ່​ອາ​ຟ​ຣິ​ກາ​ທີ່​ໄດ້​ລົງ​ນາມ​ໃໝ່​ມີ​ເຖິງ 13 ຕື້ 400 ລ້ານ​ໂດ​ລາ ແລະ​ຍອດ​ມູນ​ຄ່າ​ທຸ​ລະ​ກິດ​​ກໍມີ​ເຖິງ 9 ຕື້ 400 ລ້ານ​ໂດ​ລາ.

ທ່ານ​ຊຸ່ນ​ຈີ້​ເຫວີນ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ຟ​ຣິ​ກາ​ມີ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ດີໃນ​ໄຕ​ມາດ​ທຳ​ອິດ ແລະ​ປີ​ນີ້​ຈະ​ສາ​ມາດ​ຮັກ​ສາ​ທ່ວງ​ທ່າ​ທີ່​ດີ​​ດັ່ງ​ກ່າວຕໍ່ໄປ ແລະ​ຈະຂຶ້ນ​​ສູ່​ລະ​ດັບ​ສູງກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ