ວັນທີ 11 ພຶດສະພານີ້, ແກ່ນໝາກບົວໃນສະໄໝລາຊະວົງຊົ້ງກ່ອນໜ້ານີ້ 1000 ປີນັ້ນໄດ້ກັບເກີດໜໍ່ຈໍ່ຍອດຄືນຢູ່ເມືອງຫາງໂຈ່ວແຂວງເຈີ້ຈ່ຽງ ສປ ຈີນ. ເມື່ອສອງປີກ່ອນ, ທ່ານປອ ຫຼີເຈິ່ງຢົງຈາກມະຫາວິທະຍາໄລວິຈິດສິນຈີນໄດ້ຮັບແກ່ນໝາກບົວທີ່ຄົ້ນພົບໃນສະໄໝລາຊະວົງຊົ້ງເໜືອ(ປີ960—1127)ຢູ່ເມືອງຈີ້ນິງແຂວງຊ່ານຕຸ່ງໂດຍບັງເອີນ ແລະແກ່ນໝາກບົວດັ່ງກ່າວໄດ້ຟື້ນຊີບເກີດໃໝ່ຄືນຫຼັງໄດ້ເອົາໃຈໃສ່ບົວລະບັດດ້ວຍຄວາມຮັບຜິດຊອບສູງມັນຈິ່ງໄດ້ອອກໜໍ່ຈໍ່ໃບຂຽວຢ່າງງົດງາມແລະກ່ອນໜ້ານີ້ບໍ່ດົນຕົ້ນບົວດັ່ງກ່າວກໍໄດ້ນຳໄປປູກຢູ່ແຄມໜອງຊີຫູ ເມືອງຫາງໂຈ່ວ.