ກວາງ​ໂຈ່ວ​ນຳ​ໃຊ້ໃບ​ບິນ​ເອ​ເລັກ​ໂຕ​ຣ​ນິກ​​ໃນການ​ຂົນ​ຜູ້​ສົ່ງ​ໂດຍ​ສານ​ທາງ​ອາ​ກາດ​​ແຫ່ງທຳ​ອິດ​ຂອງ​ຈີນ
2017-05-12 16:29:11  cri 

ວັນ​ທີ 12 ພຶດ​ສະ​ພາ​ນີ້, ​ຢູ່​ສຳ​ນັກ​ງານ​ພະ​ແນກ​ພາ​ສີ​ແຫ່ງ​ຊາດ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຕັກ​ນິກກວາງ​ໂຈ່ວ ແຂວງກວາງ​ຕຸ້ງ, ບໍ​ລິ​ສັດ​ການ​ບິນ​ພາກ​ໃຕ້​ຈີນຫຼື China Southern Airlines ​ໄດ້​ຮ່ວມ​ກັບ​ບໍ​ລິ​ສັດ​ໄຟ​ຟ້າ​ພາກ​ໃຕ້​ຈີນນຳ​ໃຊ້​ໃບ​ບິນ​ເອ​ເລັກ​ໂຕ​ຣ​ນິກ​ໃນ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ທາງ​ອາ​ກາດ​ແຫ່ງ​ທຳ​ອິດ​ຂອງ​ຈີນ.

ຈຸດ​ພົ້ນ​ເດັ່ນ​ຂອງ​ໃບ​ບິນ​ເອ​ເລັກ​ໂຕ​ຣ​ນິກ, ເມື່ອ​ທຽບ​ກັບ​ໃບ​ບິນ​ທຳ​ມະ​ດາ​ແລ້ວ, ໃບ​ບິນ​ເອ​ເລັກ​ໂຕ​ຣ​ນິກ​ບໍ່​ຈຳ​ເປັນ​ຕ້ອງພິມ​ອອກ​ມາ ແລະ​ການ​ຮ້ອງ​ຂໍ,​ການຮັບ​ເອົາ,ການ​ອອກ,ການ​ໂອນ​,ການກວດ​ກາ​ແລະ​ຂັ້ນ​ຕອນ​ອື່ນໆ​ລ້ວນ​ແຕ່​​ຜ່ານ​ທາງ​ອິນ​ເຕີ​ເນັດ​ໄດ້ ທັງ​ສາ​ມາດ​ດາວໂຫຼດ​ແລະ​ພິມ​ໄດ້ຫຼາຍ​ເທື່ອ​ເພື່ອ​​ອຳ​ນວຍຄວາມ​ສະ​ດວກ​ໃຫ້​ແກ່​ຜູ້​ໂດຍ​ສານ​ໃນ​ການກວດ​ແລະ​ເກັບ​ຮັກ​ສາ​ໂດຍ​ບໍ່​ຕ້ອງ​ເປັນ​ຫ່ວງ​​ວ່າໃບ​ບິນ​ຈະ​​ເຮ່ຍ​.

ປັດ​ຈຸ​ບັນ, ພຽງ​ແຕ່​ໜ່ວຍ​ງານທົດ​ລອງເທົ່າ​ນັ້ນ​ຈິ່ງ​ສາ​ມາດ​ຂໍ​ໃຊ້​ໃບ​ບິນ​ເອ​ເລັກ​ໂຕ​ນິກ​ໄດ້​ແລະ​ຄາດ​ວ່າ,ໃນ​ຕໍ່​ໜ້າຈະ​ຂະ​ຫຍາຍ​ອອກ​ໄປ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ