ນາ​ຍົກ​ມາ​ເລ​ເຊຍຢືນ​ຢັນ​ຈະໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-05-12 11:05:10  cri 
​ໃນ​ໂອ​ກາດ​ທີ່ທ່ານ ນາ​ຈິບ ຕຸນ ຣາ​ຊັກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ຈະ​​​ເດີນ​ທາງ​ຢ້ຽມ​ຢາມ​ຈີນ​​ໃນ​ວັນ​ທີ 12 ພຶດ​ສະ​ພາ​ນີ້​ແລະ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ​ຂອງ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ",ທ່ານ​ໄດ້​ພິມ​ບົດ​ຄວາມຂຶ້ນ​ເວັບ​ໄຊ​ຂອງ​ຕົນ​ໃນ​ວັນ​ທີ 11 ພຶດ​ສະ​ພາ​ນີ້​ວ່າ: ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ມາ​ເລ​ເຊຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ​ກໍ​ເຊື່ອ​ວ່າ​ການ​ຢ້ຽມ​ຢາມ​ຈີນ​ຄັ້ງ​ນີ້​ຈະ​ສາ​ມາດ​ນຳ​ເອົາ​ຜົນ​ສຳ​ເລັດ​​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງສອງ​ປະ​ເທດ.

ທ່ານ ນາ​ຈິບ ກ່າວ​ວ່າ: ຈຸ​ດ​ທີ່​ຕັ້ງ​ທາງ​ຍຸດ​ທະ​ສາດ​ຂອງ​ມາ​ເລ​ເຊຍ​ມີ​ຜົນຕໍ່​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​​ຂອງປະ​ເທດ​ຕົນໃນ​ການ​ປະ​ຕິ​ບັດຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ",​ແລະ​ຈາກ​ນີ້ປະ​ຊາ​ຊົນ​ມາ​ເລ​ເຊຍ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ເຊື່ອມ​ຈອດ​ກັນ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທ້ອງ​ຖິ່ນ​ຢ່າງ​ຮອບ​ດ້ານ​ໄດ້. ​ແນວ​ໃດ​ກໍ​ດີ​ຜົນ​ປະ​ໂຫຍດ​​ທີ່​ຈະ​ໄດ້​ຮັບຈາກ​ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ນັ້ນ,​ກອງ​ປະ​ຊຸມ​ດັ່ງ​ກ່າວຈຶ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ປະ​ເທດ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ