ກູ​ເກິ​ນຈ່າຍ​ເງິນ​ປັບ​​ໃໝກວ່າ 7 ລ້ານ​ໂດ​ລາ​ສະຫະລັດ​ໃຫ້​ອົງການ​ຕໍ່ຕ້ານ​ສິດ​ຜູກ​ຂາດຣັດ​ເຊຍ
2017-05-12 16:48:55  cri 
ຕາມ​ຂ່າວສານ​ຊິນ​ຮວາ: ອົງການ​ຕໍ່​ຕ້ານສິດ​ຜູກຂາດ​ສະຫະພັນຣັດ​ເຊຍ​ປະກາດ​ໃນ​ວັນ​ທີ 11 ພຶດສະພາ​ນີ້​ວ່າ,​ໃນວັນ​ທີ 9 ພຶດສະພາ​ນີ້,ບໍລິສັດ​ກູ​ເກິ​ນອາ​ເມ​ລິ​ກາ​ໄດ້​ຈ່າຍ​ເງິນ​ປັບ​​ໃໝ 438 ລ້ານ​ລຸບຫຼື 7 ລ້ານ 6 ​ແສນ 7 ໝື່ນ​ໂດ​ລາ​ສະຫະລັດ​ໃຫ້​ອົງການ​ຂອງ​ຕົນສົ່ງ​ຜົນ​ເຮັດ​ໃຫ້ຄະດີ​ບໍລິສັດ​ກູ​ເກິ​ນ​ແກ້ງ​ແຍ້​ງ​ແບບ​ບໍ່​ຍຸຕິ​ທຳ​ຢູ່ຣັດ​ເຊຍ​ທີ່​ຍຶດ​ເຍື້ອ​ມາ​ເປັນ​ເວລາ​ສອງ​ປີກ​ວ່າ​ໄດ້​ສິ້ນ​ສຸດ​ລົງ.
​ເດືອນ​ສິງຫາ​ປີ 2016,ອົງການ​ຕໍ່ຕ້ານ​ສິດ​ຜູກຂາດຣັດ​ເຊຍ​ໄດ້​ປະກາດ​ປັບ​​ໃໝ​ບໍລິສັດ​ກູ​ເກິນ​ 438 ລ້ານລຸບ. ​ເດືອນ​ເມສາ​ປີ​ນີ້,ອົງການ​ດັ່ງກ່າວ​ໄດ້​ເຊັນ​ສັນຍາ​ຢຸດ​ບັນຫາກັບ​​ບໍລິສັດ​ດັ່ງກ່າວ​ຫຼັງສັນຍາຈະ​ຈ່າຍ​ເງິນ​ປັບ​​ໃໝ​ແລະ​ຢຸດການ​ກະທຳ​ທີ່​ລະ​ເມີດ​ກົດໝາຍ​ຕ້ານ​ສິດ​ຜູກ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ