ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຕ້ອນ​ຮັບ​ປະ​ທານ​ປະ​ເທດ​ຫວຽດ​ນາມ
2017-05-13 17:47:35  cri 
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຕ້ອນ​ຮັບ​ປະ​ທານ​ປະ​ເທດ​ຫວຽດ​ນາມ

ຕອນ​ບ່າຍ​ວັນ​ທີ 12 ພຶດ​ສະ​ພາ​ນີ້, ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້​​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ຕ້ອນ​ຮັບ​ທ່ານ​ຈັນ​ດາຍກວາງ ປະ​ທານ​ປະ​ເທດ​ຫວຽດ​ນາມ​ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດແລະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດຍອດເວ​ທີ​ປຶກ​ສາ​ຫາ​ລື​​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ທ່ານ​ຫຼີເຄີ້ສຽງ​ກ່າວ​ວ່າ, ຈີນ​ແລະ​ຫວ​ຽດ​ນາມ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ສາຍ​ພູ​ສາຍ​ນ້ຳ​ຕິດ​ຈອດ​ກັນ. ມື້​ວານ​ນີ້, ທ່ານ​ປະ​ທານ ສີ​ຈີ້ນ​ຜິງ​​ກັບ​ທ່ານ ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ທີ່​ມີ​ໝາກ​ຜົນ​​ອັນອຸ​ດົມ​ສົມ​ບູນ. ທ່ານ​ຫຼີ​ເຄີ້​​ສຽງ​ຊີ້​ອອກວ່າ, ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ​ພາຍ​ໃຕ້​ຂອບ​ຈີນ-ອາ​ຊຽນ​ ແລະ ຂອບແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ. ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​​ຢູ່​ເຂດຊາຍ​ແດນ, ຮ່ວມ​ກັນ​ໂຈມ​ຕີ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ. ຊຸກ​ຍູ້​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ ກໍ່​ຄື​ພາກ​ພື້ນ​ນີ້, ເພື່ອ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​​ປະ​ຊາ​ຊົນ​ສອງ​ຊາດແລະ​ພາກ​ພື້ນ.

ທ່ານ​ຈັນ​ດາຍກວາງ​ກ່າວ​ວ່າ, ​ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ທັງ​ສອງ​ປະ​ເທດ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ​ກັບ​ຈີນ​ໄດ້​ຮັກ​ສາ​ທ່ວງ​ທ່າ​​ຂະ​ຫຍາຍ​ຕົວທີ່​ດີ​ງາມ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ນີ້​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ແລະ​ຍາວ​ໄກ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ພາກ​ພື້ນ. ຫວຽດ​ນາມ​ຍິນ​ດີ​ຊຸກ​ຍູ້​ໃຫ້​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ມີ​ການພັດ​ທະ​ນາ​ຢ່າງ​ດຸນ​ດ່ຽງ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ລົງ​ທຶນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ກະ​ສິ​ກຳ ພື້ນ​ຖານ​ໂຄງ​ລ່າງ ໄຮ​ເທັກ ການ​ທະ​ນາ​ຄານ ​ພະ​ລັງ​ງານ​ແບບ​ຍືນ​ຍົງ​ແລະອື່ນໆ, ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ​ແລະ​ການ​ແລກ​ປ່ຽນ​​ດ້ານວັດ​ທະ​ນະ​ທຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ