ຕອນບ່າຍວັນທີ 12 ພຶດສະພານີ້, ຢູ່ຫໍສະພາປະຊາຊົນທີ່ປັກກິ່ງ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ ເຂົ້າຢ້ຽມຢາມຄຳທ່ານຈັນດາຍກວາງ ປະທານປະເທດຫວຽດນາມທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດແລະເຂົ້າຮ່ວມກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ".
ທ່ານຫຼີເຄີ້ສຽງກ່າວວ່າ, ຈີນແລະຫວຽດນາມແມ່ນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນ້ຳຕິດຈອດກັນ. ມື້ວານນີ້, ທ່ານປະທານ ສີຈີ້ນຜິງກັບທ່ານ ໄດ້ດຳເນີນການເຈລະຈາທີ່ມີໝາກຜົນອັນອຸດົມສົມບູນ. ທ່ານຫຼີເຄີ້ສຽງຊີ້ອອກວ່າ, ຈີນຍິນດີເພີ່ມທະວີການຮ່ວມມືກັບຫວຽດນາມພາຍໃຕ້ຂອບຈີນ-ອາຊຽນ ແລະ ຂອບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ຊຸກຍູ້ການຮ່ວມມືດ້ານເສດຖະກິດຢູ່ເຂດຊາຍແດນ, ຮ່ວມກັນໂຈມຕີອາຊະຍາກຳຂ້າມຊາດ. ຊຸກຍູ້ສັນຕິພາບ ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງເຂດຊາຍແດນລະຫວ່າງສອງປະເທດ ກໍ່ຄືພາກພື້ນນີ້, ເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດແລະພາກພື້ນ.
ທ່ານຈັນດາຍກວາງກ່າວວ່າ, ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງທັງສອງປະເທດ, ການພົວພັນລະຫວ່າງຫວຽດນາມກັບຈີນໄດ້ຮັກສາທ່ວງທ່າຂະຫຍາຍຕົວທີ່ດີງາມ, ການຮ່ວມມືໃນຂົງເຂດຕ່າງໆໄດ້ຮັບຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ. ນີ້ສອດຄ່ອງກັບຜົນປະໂຫຍດພື້ນຖານແລະຍາວໄກຂອງປະຊາຊົນສອງປະເທດ, ມີຜົນດີຕໍ່ການພັດທະນາໂດຍສັນຕິຂອງພາກພື້ນ. ຫວຽດນາມຍິນດີຊຸກຍູ້ໃຫ້ການຄ້າລະຫວ່າງສອງຝ່າຍມີການພັດທະນາຢ່າງດຸນດ່ຽງ, ເປີດກວ້າງການຮ່ວມມືໃນດ້ານການລົງທຶນ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ກະສິກຳ ພື້ນຖານໂຄງລ່າງ ໄຮເທັກ ການທະນາຄານ ພະລັງງານແບບຍືນຍົງແລະອື່ນໆ, ເພີ່ມທະວີການຮ່ວມມືລະຫວ່າງທ້ອງຖິ່ນແລະການແລກປ່ຽນດ້ານວັດທະນະທຳ.