ກອງ​ກຳ​ປັ່ນ​ຢ້ຽມ​ຢາມ​ທາງ​ໄກ​ຂອງ​ທະ​ຫານ​ເຮືອ​ຈີນ ເດີນ​ທາງ​ໄປ​ຮອດ​ມະ​ເລ​ເຊຍ ເລີ່ມ​ດຳ​ເນີນ​ການ​ຢ້ຽມ​ຢາມ
2017-05-13 17:58:04  cri 

ວັນ​ທີ 12 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ກຳ​ປັ່ນ​ຢ້ຽມ​ຢາມ​ທາງ​ໄກ​ຂອງ​ທະ​ຫານ​ເຮືອ​ຈີນ ໄດ້ເດີນ​ທາງ​ໄປ​ຮອດນະ​ຄອນ​ເປ​ນາງ​ມະ​ເລ​ເຊຍ ເລີ່ມ​ດຳ​ເນີນ​ການ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ​ເປັນ​ເວ​ລາ 4 ວັນ.

​ເວ​ລາ 10 ໂມງ​ຕາມເວ​ລາ​ທ້ອງ​ຖິ່ນ, ກອງ​ກຳ​ປັ່ນ​ຢ້ຽມ​ຢາມ​ທາງ​ໄກ​ຂອງ​ທະ​ຫານ​ເຮືອ​ຈີນ ​ໄດ້ເດີນ​ທາງ​ໄປ​ຮອດ​ທ່າ​ກຳ​ປັ່ນເ​ປ​ນາງ. ມະ​ເລ​ເຊຍ​ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ​ກອງ​ກຳ​ປັ່ນ. ຫຼັງ​ຈາກ​ພິ​ທີ​ສິ້ນ​ສຸດ​ລົງ​ແລ້ວ, ຊາວ​ຈີນ ແລະ​ຈີນ​ຕ່າງ​ດ້າວຈຳ​ນວນ​ໜຶ່ງ ພ້ອມ​ທັງ​ຜູ້​ຕາງ​ໜ້ານັກ​ສຶກ​ສາ ແລະ​ບຸກ​ຄົນ​ອົງ​ການ​ທຶນ​ຈີນ​ ໄດ້ເຂົ້າ​ຊຸມ​ກຳ​ປັ່ນ. ໃນ​ໄລ​ຍະ​ຢ້ຽມ​ຢາມ, ຜູ້​ບັນ​ຊາ​ການ​ຂອງກອງ​ກຳ​ປັ່ນ​ຈະ​ເຂົ້າ​ຢ້ຽມ​ຄຳ​ນັບ​ຜູ້​ນຳ​​ການທະ​ຫານ​ແລະ​ການ​ເມືອງ​ຂອງ​ມະ​ເລ​ເຊຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ