ເນື້ອ​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ
2017-05-14 09:59:12  cri 

ວັນ​ທີ 14 ພຶດ​ສະ​ພານີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ກ່າວ​ປາ​ຖະ​ກ​ະ​ຖາ​ທີ່​ມີ​ຫົວ​ເລື່ອງວ່າ: "ຮ່ວມ​ໄມ້​ຮ່ວມ​ມື​ກັນ​ຊຸກ​ຍູ້​ການ​ສ້າງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສຸດ​ສອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ໂດຍ​ຊີ້​ໃຫ້​ເຫັນ​ວ່າ, ເສັ້ນ​ທາງ​ສາຍ​ໄໝ​ບູ​ຮານ ມີ​ຄວາມ​ຍາວ​ໝື່ນ​ລີ້, ສືບ​ຕໍ່​ກັນ​ມາ​ເປັນ​ເວ​ລາ​ໜຶ່ງ​ພັນ​ກວ່າ​ປີ, ໄດ້​ກໍ່​ຕົວ​ເປັນ​ຈິດ​ໃຈ​ເສັ້ນ​ທາງ​ສາຍ​ໄໝ​ທີ່​ຖື​ການ​ຮ່ວມ​ມື​ໂດຍ​ສັນ​ຕິ, ​ການເປີດ​ປະ​ຕູ, ​ການກວມ​ລ​ວມ, ​ການຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ເປັນ​ແກນ​ກາງ. ນີ້​ແມ່ນ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ຂອງ​ອາ​ລະ​ຍະ​ທຳ​ມະ​ນຸດ. ໃນ​ສະ​ໄໝ​ລາ​ຊະ​ວົງ​ຖັງ, ຊົ້ງ ແລະ​ຢວນ​ຂອງ​ຈີນ, ເສັ້ນ​ທາງ​ສາຍ​ໄໝ​ທາງ​ບົກ​ແລະ​ທາງ​ທະ​ເລ ໄດ້​ພັດ​ທະ​ນາ​ພ້ອມ​ກັນ, ທ່ານ ຕູ້​ຮວນ ນັກ​ທ່ອງ​ທ່ຽວ​ຂອງ​ຈີນ, ທ່ານ ມາ​ໂຄ ໂປ​ໂລ ນັກ​ທ່ອງ​ທ່ຽວ​ອີ​ຕາ​ລີ ແລະ​ທ່ານ ອີ​ບຸນ ປາຍ​ທູ​ທາຍ ນັກ​ທ່ອງ​ທ່ຽວ​ຂອງ​ມາ​ລົກ ລ້ວນ​ແຕ່​ໄດ້​ບັນ​ທຶກ​ເສັ້ນ​ທ​າງ​ສາຍ​ໄໝ​ທາງ​ບົກ​ແລະ​ທາງ​ທະ​ເລ​ໄວ້​ໃນ​ປຶ້ມ​ຂອງ​ຕົນ ເຊິ່ງ​ກາຍ​ເປັນ​ຮ່ອງ​ຮອຍ​ປະ​ຫວັດ​ສາດ. ພາ​ລະ​ກິດ​ບຸກ​ເບີກ​ເຫຼົ່າ​ນີ້ ​ສ້າງ​ຂຶ້ນ​ໂດຍ​ບໍ່ໄດ້​ອາ​ໄສ​ມ້າ​ຮົບ​ແລະ​ມີດ​ຄົມ, ຫາກ​ອາ​ໄສ​ກອງ​ອູດ​ແລະ​ຄວາມ​ເມດ​ຕາ​ກະ​ລຸ​ນາ, ບໍ່​ໄດ້ອາ​ໄສກຳ​ປັ່ນ​ຮົບ​ແລະ​ປືນ​ໃຫຍ່, ຫາກ​ອາ​ໄສ​ກຳ​ປັ່ນ​ທີ່​ບັນ​ທຸກສິນ​ຄ້າ​ອັນ​ລ້ຳ​ຄ່າ​ແລະ​ມິດ​ຕະ​ພາບ.

 ທ່ານ​ ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ, ເມື່ອ​ເບິ່ງ​ຈາກ​ມຸມ​ປະ​ຫວັດ​ສາດ​ແລ້ວ​ເຫັນ​ວ່າ, ສັງ​ຄົມ​ມະ​ນຸດ ພວມ​ຢູ່​ໃນ​ໄລ​ຍະ​ທີ່​ມີ​ການ​ພັດ​ທະ​ນາ​ໃຫຍ່, ການ​ປ່ຽນ​ແປງ​ໃຫຍ່ ແລະ​ການ​ປັບ​ປຸງ​ໃຫຍ່. ເມື່ອ​ເບິ່ງ​ຈາກ​ມຸມ​ປັດ​ຈຸ​ບັນ​ແລ້ວ​ເຫັນ​ວ່າ, ພວກ​ເຮົາ ພວມ​ຢູ່​ໃນ​ໂລກ​ທີ່​ມີ​ສິ່ງ​ທ້າ​ທາຍ​ເກີດ​ຂຶ້ນ​ເລື້ອຍໆ​. ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຕ້ອງ​ການ​ພະ​ລັງ​ແຮງ​ໃໝ່, ການ​ພັດ​ທະ​ນາ​ຕ້ອງ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ທຸກ​ຝ່າຍ​ຢ່າງ​ດຸນ​ດ່ຽງ​ກັນ ແລະ ຄວາມ​ແຕກ​ຕ່າງ​ກັນ​​ລະ​ຫວ່າງຄວາມ​ຮັ່ງ​ມີ​ກັບ​ຄວາມ​ທຸກ​ຍາກນັ້ນ ຕ້ອງ​ການຫຼຸດ​ໃຫ້​ໜ້ອຍ​ລົງ. ແຕ່​ປັດ​ຈຸ​ບັນ​, ເຂດ​ສຸດ​ສຸມ​ຂອງ​ໂລກ ມີ​ຄວາມ​ປັ່ນ​ປ່ວນ​ຢ່າງ​ຕໍ່​ເນື່ອງ, ລັດ​ທິກໍ່​ການ​ຮ້າຍ​ກຳ​ລັງ​ແຜ່​ຂະ​ຫຍາຍ​ຢູ່. ບັນ​ຫາ​ສັນ​ຕິ​ພາບ, ບັນ​ຫາ​ການ​ພັດ​ທະ​ນາ ແລະ​ບັນ​ຫາ​ດ້ານ​ການ​ປົກ​ຄອງ ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ຂ້ຽວ​ຂາດ​ທີ່ມວນ​ມະ​ນຸດ​ຜະ​ເຊີນ​ຢູ່. ນັບ​ແຕ່​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ອອກ​ມາ​ເປັນ​ເວ​ລາ 4 ປີ​ມານີ້, 100 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃນ​ໂລກ ໄດ້​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ ແລະ ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ມະ​ຕິ​ສຳ​ຄັນ​ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ແລະ​ສະ​ພາ​ຄວາມ​ໝັ້ນ​ຄົງ ກໍ​ມີ​ເນື້ອ​ໃນ​ກ່ຽວ​ກັບ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ຄ່ອຍໆ​ຈາກ​ທັດ​ສະ​ນະ​ຄະ​ຕິ ກາຍ​ເປັນ​ການ​ກະ​ທຳ, ຈາກວິ​ໄສ​ທັດ​ກາຍ​ເປັນ​ສະ​ພາບ​ຕົວ​ຈິງ ແລະ​ໄດ້​ຮັບ​ໝາກ​ຜົນ​ຢ່າງຫຼວງຫຼາຍ.

ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ, ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ບໍ່​ໝາຍ​ຄວາມ​ວ່າ ຈະ​ດຳ​ເນີນ​ການ​ກໍ່​ສ້າງ​ຄືນ​ໃໝ່​, ຫາກ​ແມ່ນ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ ແລະ​ຊ່ວຍ​ຊູ​ຍູ້​ໜູນ​ດ້ານ​ທ່າ​ແຮງ​ຂອງ​ກັນ. ຈີນ​ໄດ້​ປະ​ສານ​ນະ​ໂຍ​ບາຍ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ ລວມ​ທັງ ສະ​ຫະ​ພາບ​ເສດ​ຖະ​ກິດ​ເອີ​ຣົບ​ອາ​ຊີ​ທີ່​ສະ​ເໜີ​ໂດຍ​ຣັດ​ເຊຍ, ແຜນ​ການ​ລວມ​ການ​ເຊື່ອມ​ຈອດ​ກັນ​ທີ່​ສະ​ເໜີ​ໂດຍອ​າ​ຊຽນ, "ເສັ້ນ​ທາງ​ແຈ້ງ​ສະ​ຫວ່າງ" ທີ່​ສະ​ເໜີ​ໂດຍ​ກາ​ຊັກ​ສະ​ຖານ, "ລະ​ບຽງ​ກາງ" ທີ່​ສະ​ເໜີ​ໂດຍ​ຕວກ​ກີ, "ເສັ້ນ​ທາງ​ພັດ​ທະ​ນາ" ທີ່​ສະ​ເໜີ​ໂດຍ​ມົງ​ໂກ​ລີ, "ສອງ​ລະ​ບຽງ​ໜຶ່ງວົງ" ທີ່​ສະ​ເໜີ​ໂດຍ​ຫວຽດ​ນາມ, "ໃຈ​ກາງ​ເສດ​ຖະ​ກິດ​ພາກ​ເໜືອ​ອຽກ​ລັງ" ທີ່​ສະ​ເໜີ​ໂດຍ​ອັງ​ກິດ, "ເສັ້ນ​ທາງອຳ​ພັນ" ທີ່​ສະ​ເໜີ​ໂດຍ​ໂປ​ໂລຍ ແລະ​ອື່ນໆ. ຈີນ​ໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ກັບ 40 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ​ແບບ​ກົນ​ໄກ​ກັບ 30 ກວ່າ​ປະ​ເທດ. ໃນ​ໄລ​ຍະ​ໄຂ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື, ຈີນ​ຍັງ​ຈະ​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ແລະ​ແຜນ​ການ​ດຳ​ເນີນ​ງານ​ຈຳ​ນວນ​ໜຶ່ງ ແລະ​ຮ່ວມ​ກັບ 60 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເພື່ອ​ສະ​ເໜີ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ຮ່ວມ​ມື​​ແລະຊຸກ​ຍູ້​ການ​ອຳ​ນວຍ​ຄວາມ​ສະ​ດວກແກ່​ການ​ຄ້າ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ທ່ານ​ ສີ​ຈິ້ນ​ຜີ​ງ ກ່າວ​ວ່າ : "​ເສັ້​ນທາງ​ເຊື່ອ​ມຈອດ​ກັນ​ແລ້ວ, ພາລະກິດ​ທຸກ​ຢ່າງ​ຈຶ່ງ​ຈະ​ເລີ​ນຂຶ້ນ." ຈີນ​ແລະ​ປະ​ເທດ​ທີ່​ກ່ຽວຂ້ອງ ​ຮ່ວມ​ກັນ​​ເລັ່ງລັດ​ຊຸ​ກຍູ້​ການ​ກໍ່ສ້າງ​ໂຄງການ​ຕ່າງໆ, ​ເຊັ່ນ: ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັງດຸ​ງ, ທາງ​ລົດ​ໄຟ​ຈີນ-​ລາວ, ທາງ​ລົດ​ໄຟອັດ​ດິສອາ​ບາ​ບາ-ຈີ​ບູຕີ, ທາງ​ລົດ​ໄຟ​ຮົງ​ກາລີ-​​ແຊກ​ບີ, ກໍ່ສ້າງ​ທ່າ​ກຳ​ປັ່ນ​ກວາ​ດາ, ທ່າກຳ​ປັ່ນປີ​ຮາ​ເອອຸສ​ແລະ​ອື່ນໆ, ວາງ​ແຜນ​ປະຕິບັດ​ໂຄງການ​ເຊື່ອມ​ຈອດ​ເຊື່ອມ​ໂຍງ​ຕ່າງໆ. ປັດ​ຈຸ​ບັນ​ນີ້, ​ໂດຍ​ຖື​ແລ​ວທາງ​ເສດຖະກິດ​ຈີນ-​ປາ​ກິ​ສະຖານ,ຈີນ-​ມົງ​ໂກ​ລີ-​ຣັດ​ເຊຍ, ຂົວ​ທາງບົກ​ໃໝ່​​ແຜ່ນດິນ​ໃຫຍ່ອາຊີ-​ເອີ​ລົບ​ແລະ​ອື່ນໆ​ເປັນ​ການນຳ​ພາ, ຖື​ທາງ​ຜ່ານ​ທາງບົກ ທາງທະ​ເລ ​ທາງອາກາດ ​ແລະ​ທາງ​ດ່ວນ​ດ້ານ​ຂໍ້​ມູນ​ຂ່າວສານ​ເປັນ​ໂຄງ​ຮ່າງຫຼັ​ກ, ອີງ​ໃສ່​ໂຄງການ​ສຳຄັນ​ຕ່າງໆ​​ເຊິ່ງລວມທັງ​ທາງ​ລົດ​ໄຟ ທ່າ​ກຳ​ປັ່ນ​ແລະ​ເຄືອ​ຂ່າຍ​ທໍ່​ສົ່ງ​​, ​ຈຶ່ງ​ເຮັດ​ໃຫ້ເຄືອ​ຂ່າຍ​ພື້ນຖານ​ໂຄງ​ລ່າງ​ແບບ​ສັງ​ລວມພວມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ.

ທ່ານ ​ສີ​ຈິ້ນ​ຜີ​ງ ຊີ້​ອອກ​ວ່າ, ຈີນ​ແລະ​ປະ​ເທດ​ທີ່​​ເຂົ້​າຮ່ວມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້ພະຍາຍາມ​​ເພີ່ມ​ຄວາມ​ສະດວກ​ໃນ​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ, ປັບປຸງ​ສະພາບ​ແວດ​ລ້ອມ​ດ້ານ​ທຸລະ​ກິດ​ການ​ຄ້າ​​ໃຫ້​ດີຂຶ້ນ​ເລື້ອຍໆ. ​ເວລາ​ຜ່ານ​ດ່ານ​ຂອງ​ຜະລິດ​ຕະພັນ​ກະສິກຳຂອງ​ປະ​ເທດ​ອາຊີ​ກາງ ​ເຊັ່ນ ກາ​ຊັກ​ສະຖານ​ເປັນ​ຕົ້ນ​ເຂົ້າ​ສູ່​ຕະຫຼາດ​ຈີນ​ນັ້ນ​ ກໍ່​ໄດ້​ຫຼຸດ​ລົງ 90%. ນັບ​ແຕ່​ປີ 2014 ຮອດ​ປີ 2016, ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ລຽບ​ຕາມ "​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​" ກໍ​ບັນລຸຫຼາຍ​ກວ່າ 3000 ຕື້​ໂດ​ລາ​ສະຫະລັດ. ຍອດ​ມູນ​ຄ່າ​ການ​ລົງທຶນ​ຂອງ​ຈີນ​ຢູ່​ປະ​ເທດ​ລຽບ​ຕາມ "​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​" ບັນລຸຫຼາຍ​ກວ່າ 50 ຕື້​ໂດ​ລາ. ວິ​ສາ​ຫະກິດ​ຈີນ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ 56 ​ແຫ່ງ​ຢູ່ ​ 20 ກວ່າປະ​ເທດ, ​ໄດ້​ສ້າງລາຍ​ຮັບຈາກ​ສ່ວຍ​ສາ​ອາກອນປະ​ມານ 1,1 ຕື້​ໂດ​ລາ​ແລະ​ຕຳ​ແໜ່​ງວຽກ​ງານ 1 ​ແສນ 8 ໝື່ນ​ຕຳ​ແໜ່​ງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ. ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ໄດ້​ສະໜອງ​ເງິນ​ກູ້ 1,7 ຕື້​ໂດ​ລາ​ໃຫ້​ແກ່ 9 ​ໂຄງການ​ຂອງ​ປະ​ເທ​ດທີ່​​ເຂົ້າ​ຮ່ວມ"​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​" , "ກອງ​ທຶນ​ເສັ້ນທາງ​ສາຍ​ໄໝ"​ໄດ້​ລົງທຶນ​ເປັນ​ມູນ​ຄ່າ 4 ຕື້​ໂດ​ລາ, ບໍລິສັດ​ຮຸ້ນ​ສ່ວນ​ການ​ທະນາຄານ "16+1"ລະຫວ່າງ​ຈີນ​ກັບ​ເອີ​ລົບ​ກາງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນທາງ​ການ.
 

ທ່ານ ​ສີ​ຈິ້ນ​ຜີງ ​ຊີ້​ໃຫ້​ເຫັນວ່າ, ພາກ​ພື້ນ​ລຽບ​ຕາມ​ເສັ້ນ​ທາງ​ສາຍ​ໄໝ​ໃນ​ສະ​ໄໝ​ບູ​ຮານ​ເຄີຍ​ເປັນ "ສະ​ຖານ​ທີ່​​ອຸ​ດົມ​ສົມ​ບູນດ້ວຍ​ນ້ຳ​ນົມ​ແລະ​ນ້ຳ​ເຜີ້ງ". ປັດ​ຈຸ​ບັນຫຼາຍ​ບ່ອນ​ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທີ່​ມີ​ຄວາມ​ປັ່ນ​ປ່ວນ, ການ​ປະ​ທະ​ກັນ​, ວິ​ກິດ​ການ​ແລະ​ສິ່ງ​ທ້າ​ທາຍ. ພວກ​ຂ້າ​ພະ​ເຈົ້າ​ຕ້ອງສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ໃຫ້ເປັນ​ເສັ້ນ​ທາງ​ແຫ່ງ​ສັນ​ຕິ​ພາບ, ສ້າງ​ສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່​ທີ່​ຖື​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເປັນ​ແກນ​ກາງ, ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ ​ທີ່​ສົນ​ທະ​ນາ​ແຕ່​ບໍ່​ເປັນ​ປໍ​ລະ​ປັກ​ກັນ, ຮ່ວມ​ມື​ແຕ່​ບໍ່​ຮ່ວມ​ກຸ່ມ; ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ໃຫ້ເປັນ​ເສັ້ນ​ທາງ​ແຫ່ງ​ຄວາມ​ສິ​ວິ​ໄລ, ຂຸດ​ຄົ້ນ​ກຳ​ລັງ​ບົ່ມ​ຊ້ອນ​ດ້າ​ນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕ່າງໆ, ລົງ​ເລິກ​ການ​ຮ່ວມ​ມື​ເພື່ອ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ການ​ຜະ​ລິດ, ກຳ​ແໜ້ນ​ການ​ກໍ່​ສ້າງ​ໂຄງ​ການ​ໃຫຍ່; ສ້າງ​ລະ​ບົບ​ຮັບ​ປະ​ກັນ​ການ​ທະ​ນາ​ຄານ​ທີ່​ໝັ້ນ​ຄົງ, ຍືນ​ຍົງ​ແລະ​ຄວບ​ຄຸມ​ຄວ​າມ​ສ່ຽງ​ໄດ້, ປັບ​ປຸງ​ເຄືອ​ຂ່າຍ​ການ​ບໍ​ລິ​ການ​ດ້ານ​ການ​ທະ​ນາ​ຄານ; ພະ​ຍາ​ຍາມ​ເລັ່ງ​ລັດ​ການ​ເຊື່ອມ​ຈອດ​ທາງ​ບົກ ທາງ​ທະ​ເລ ທາງ​ອາ​ກາດ​ແລະ​ທາງ​ອິນ​ເຕີ​ເນັດ, ສຸມ​ໃສ່​ທາງ​ຜ່ານ​, ຕົວ​ເມືອງ​ແລະ​ໂຄງ​ການ​ທີ່​ມີ​ລັກ​ສະ​ນະ​ກຸນ​ແຈ, ເຊື່ອມ​ຈອດ​ເຄືອ​ຂ່າຍ​ເສັ້ນ​ທາງ​ທາງຫຼວງ ທາງ​ລົດ​ໄຟ​ໃນ​ທາງ​ບົກ, ແລະ​ເຄືອ​ຂ່າຍ​ທ່າ​ກຳ​ປັ່ນ​ທາງ​ທະ​ເລ, ສ້າງ​ເຄືອ​ຂ່າຍ​ພະ​ລັງ​ງານ​ທົ່ວ​ໂລກ, ປັບ​ປຸງ​ເຄືອ​ຂ່າຍ​ສັນ​ຈອນ​ສິນ​ຄ້າ​ຂ້າມ​ພາກ​ພື້ນ.

ທ່ານ​ ສີ​ຈິ້ນ​ຜີງ ​ຊີ້​ອອກວ່າ, ພວກ​ຂ້າ​ພະ​ເຈົ້​າ​ຈ​ະ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ ໃຫ້ເປັນ​ເສັ້ນ​ທາງ​ແຫ່ງ​ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ, ສ້າງ​ເວ​ທີ​ຮ່ວມ​ມື​ແບບ​ເປີດ​ປະ​ຕູ, ຮັກ​ສາ​ແລະ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ, ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ​ແລະ​ສະ​ໜອງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ, ຮ່ວມ​ມື​ສ້າງ​ປະ​ຊ​າ​ຄົມ​ຮ່ວມ​ຜົນ​ປະ​ໂຫຍດ​ຢ່າງກວ້າງ​ຂວາງ; ​ປົກ​ປັກຮັກ​ສາ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ, ຊຸກ​ຍູ້​ສ້າງ​ເຂດ​ການ​ຄ້າ​ເສ​ລີ, ເພີ່ມ​ທະ​ວີ​ເສລີພາບ​ແລະ​ຄວາມ​ສະ​ດວກ​ໃນ​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ; ຈະ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໃຫ້ເປັນ​ເສັ້ນ​ທາງ​ແຫ່ງ​ການ​ປະ​ດິດ​ສ້າງ​ໃໝ່, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນະ​ວັດ​ຕະ​ກຳ, ເຊັ່ນ: ເສດ​ຖະ​ກິດ​ດີ​ຈີ​ຕອນ, AI, ເຕັກ​ໂນ​ໂລ​ຊີ​ນາ​ໂນແມັດ, ຄອ​ມ​ພິມ​ເຕີ​ຄວນ​ທຳ​ ແລະ​ອື່ນໆ, ຊຸກ​ຍູ້​ການ​ພັ​ດ​ທະ​ນາ​ຂໍ້​ມູນ​ໃຫຍ່, ການ​ຄິດ​ໄລ່​ຄຼາວ​ດ໌, ຕົວ​ເມືອງ​ສະ​ມັດ, ເຊື່ອມ​ຈອດ​ເປັນ​ເສັ້ນ​ທາງ​ສາຍ​ໄໝ​ດີ​ຈີ​ຕອນ​ໃນ​ສະ​ຕະ​ວັດ​ທີ 21, ຄວນ​ສ້າງ​ໂອ​ກາດ​ປະກອບທຸ​ລະ​ກິດ​ໃຫ້​ແກ່​ຊາວ​ໜຸ່ມ​ບັນ​ດາ​ປະ​ເທດ​ໃນ​ຍຸກ​ສະ​ໄໝ​ອິນ​ເຕີ​ເນັດ, ເຮັດ​ໃຫ້​ຄວາມ​ໃຝ່​ຝັນ​ຂອງ ​ຮຸ່ນ​ຄົນ​ໃໝ່​ບັນ​ລຸ​ຜົນ​ເປັນ​ຈິງ; ຈະ​ສ້າງ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ໃຫ້ເປັນ​ເສັ້ນ​ທາງ​ແຫ່ງ​ອະ​ລິ​ຍະ​ທຳ, ສ້າງ​ກົນ​ໄກ​ຮ່ວ​ມ​ມື​ດ້ານ​ວັດ​ທະ​ນະ​ທຳຫຼາຍ​ລະ​ດັບ, ເພີ່ມ​ຈຳ​ນວນ​ທີ່​ສົ່ງ​ນັກ​ສຶກ​ສາ​ໄປ​ປະ​ເທດ​ຂອງ​ກັນ, ສົ່ງ​ເສີມ​ບົດ​ບາດ​ຂອງ​ສາງ​ປັນ​ຍາ, ນຳ​ໃຊ້​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ​ໃຫ້​ເປັນ​ປະ​ໂຫຍດ, ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ແລກ​ປ່ຽນ​ກັນ​ລະ​ຫວ່າງ​ລັດ​ຖະ​ສະ​ພາ, ພັກ​ການ​ເມືອງ, ອົງ​ການ​ຈັດ​ຕັ້ງ​​ປະ​ຊາ​ຊົນ​ແລະ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ເຮັດ​ໃຫ້ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ກາຍເປັນ​ເສັ້ນ​ທາງ​ແຫ່ງ​​ຄວາມ​ປອດ​ໄສ​ຂາວ​ສະ​ອາດ.

ທ່ານ ​ສີ​ຈິ້ນ​ຜີງ ​ຊີ້​ອອກວ່າ, ໂດຍ​ບົນ​ພື້ນ​ຖານ​ຂອງຫຼັກ​ການ 5 ປະ​ການ​ທີ່​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​ນັ້ນ, ຈີນ​ຍິນ​ດີ​ພັດ​ທະ​ນາ​ການ​ຮ່ວມ​ມື​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ກັບ​ປະ​ເທດ​ທີ່​ເຂົ້າ​ຮ່ວມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ຍິນ​ດີ​ແບ່ງ​ປັນ​ບົດ​ຮຽນ​ການ​ພັດ​ທະ​ນາ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ, ແຕ່​ຈະ​ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ, ຈະ​ບໍ່​ສົ່ງ​ອອກ​ລະ​ບອບ​ສັງ​ຄົມ​ແລະ​ຮູບ​ການ​ພັດ​ທະ​ນາ​ແບບ​ບັງ​ຄັບ​ໃສ່​ປະ​ເທ​ດ​ອື່ນ. ຈີນ​ຈະ​ບໍ່​ຊ້ຳ​ເສັ້ນ​ທາງ​ເກົ່າ​ທີ່​ແຂ່ງ​ຂັນ​ໃນ​ພາກ​ພື້ນ, ຈະ​ບໍ່​ສ້າງ​ກຸ່ມ​ນ້ອຍ​ທີ່​ທຳ​ລາຍ​ສະ​ເຖຍ​ລະ​ພາບ, ແຕ່​ຈະ​ສ້າງ​ຄອບ​ຄົວ​ໃຫຍ່​ທີ່​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​. ຈີນ​ກັບຫຼາຍ​ປະ​ເທດໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຊິ່ງ​ລວມ​ທັງ​ ການ​ຂົນ​ສົ່ງ​ຄົມ​ມະ​ນາ​ຄົມ, ພື້ນ​ຖານ​ໂຄງ​ລ່າງ, ພ​ະ​ລັງ​ງານ, ກໍ​ລວມ​ທັງ​ການ​ສື່​ສານ, ດ່ານ​ພາ​ສີ, ກວດ​ກາ​ແລະ​ກັກ​ກັນ​ພະ​ຍາດ​ແລະ​ອື່ນໆ​, ຍັງ​ໄດ້​ລວມ​ທັງ​ແຜນ​ການ​ຮ່ວມ​ມື​ແລະ​ໂຄງ​ການ​ຮູບ​ປະ​ທຳ​ໃນຫຼາຍ​ຂົງ​ເຂດ, ເຊັ່ນ: ເສດ​ຖະ​ກິດ​ການ​ຄ້າ, ອຸດ​ສາ​ຫະ​ກຳ, ການ​ຄ້າ​ເອ​ເລັກ​ໂຕຼນິກ, ທະ​ເລ, ແລະ​ເສດ​ຖະ​ກິດ​ສີ​ຂຽວ​ເປັນ​ຕົ້ນ. ຈີນ​ແລະ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຈະ​ເຊັນ​ສັນ​ຍາ​ຮ່ວມ​ມື​ກ່ຽວ​ກັບ​ຂະ​ບວນ​ລົດ​ໄຟ​ຈີນ-ເອີ​ລົບ, ເພື່ອ​ຊຸກ​ຍູ້​ໂຄງ​ການ​ຮ່ວມ​ມື​ເຫຼົ່າ​ນີ້​ໄດ້​ປາ​ກົດ​ຜົນ​ເປັນ​ຈິງ​ແລະ​ເກີດ​ປະ​ສິດ​ທິ​ຜົນ​ໂດຍ​ໄວ.

ທ່ານ ສີ​ຈິ້ນຜິງ ຊີ້​ໃຫ້​ເຫັນ​ວ່າ, ຈີນ​ຈະ​ເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໃນ​ດ້ານ​ເງິນ​ທຶນ, ໂດຍ​ຈະ​ເພີ່ມ​ເງິນ​ທຶນ 100 ຕື້ຢວນ​ເຂົ້າ​ໃນ​ກອງ​ທຶນ​ເສັ້ນ​ທາງ​ສາຍ​ໄໝ, ຈະ​ສົ່ງ​ເສີມ​ໃຫ້​ສະ​ຖາ​ບັນ​ການ​ເງິນ​ດຳ​ເນີນ​ທຸ​ລະ​ກິດກອງ​ທຶນ​ທີ່​ເປັນ​ເງິນຢວນ​ຈີນ​ຢູ່​ຕ່າງ​ປະ​ເທດ ເຊິ່ງ​ມີ​ຈຳ​ນວນ​ຄາ​ດ​ວ່າ​ປະ​ມານ 300 ຕື້ຢວນ. ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ ແລະ​ທະ​ນາ​ຄານ​ຂາ​ເຂົ້າ​ຂາ​ອອກ ຈະ​ປ່ອຍ​ເງິນ​ກູ້​ສ​ະ​ເພາະ 250 ຕື້ຢວນ ແລະ 130 ຕື້ຢວນ ໃຊ້​ເຂົ້າ​ໃນ​ການ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜ​ະ​ລິດ ແລະ​ການ​ທະ​ນາ​ຄານ​ຂອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ຈີນ​ຈະ​ຕັ້ງ​ໜ້າ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປ​ະ​ໂຫຍດ​ກັບ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້ ຈະ​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ກັບ 30 ກວ່າ​ປະ​ເທດ ແລະ​ຈະ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ. ຂ​ະ​ນະ​ດຽວ​ກັນ, ຈີນ​ຍັງ​ຈະ​ງານ​ວາງ​ສະ​ແດງ​ຂາ​ເຂົ້າ​ສາ​ກົນ​ຈີນ​ແຕ່​ປີ 2018 ເປັນ​ຕົ້​ນ​ໄປ.

ທ່ານ ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ, ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່, ເລີ່ມ​ດຳ​ເນີນ​ແຜນ​ການ​ດຳ​ເນີນ​ງານ​ປະ​ດິດ​ສ້າງວິ​ທະ​ຍາ​ສາດ​ເຕັກ​ນິກ​ໃໝ່ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ດຳ​ເນີນ​ການ​ເຄື່ອນ​ໄຫວ 4 ຂໍ້ ຄື: ​ການ​ແລກ​ປ່ຽນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ວັດ​ທະ​ນະ​ທຳ, ​ການຮ່ວມ​ກັນ​ສ້າງ​ທ້ອງ​ທົດ​ລອງ​ປະ​ສົມ, ການ​ຮ່ວມ​ມື​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ​ການ​ໂອນ​ເຕັກ​ນິກ, ໃນ 5 ປີ​ຂ້າງ​ໜ້າ, ຈະ​ເຊື້ອ​ເຊີນ​ນັກ​ວິ​ທະ​ຍາ​ສາດ​ໜຸ່ມ 2500 ເທື່ອ​ຄົນ​ມາ​ເຮັດ​ວຽກ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ໄລ​ຍະ​ສັ້ນ​ຢູ່​ຈີນ, ຈະ​ຍົກ​ລະ​ດັບ​ໃຫ້​ຜູ້​ປະ​ຕິ​ບັດ​ງານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ການ​ຄຸ້ມ​ຄອງ 5000 ເທື່ອ​ຄົນ​, ເລີ່ມ​ເຮັດ​ໃຫ້​ຫ້ອງ​ທົດ​ລອງ​ປະ​ສົມ 50 ແຫ່ງປະ​ຕິ​ບັດ​ງານໄດ້; ໃນ 3 ປີ​ຂ້າງ​ໜ້າ, ຈີນ​ຈະ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ນັ້ນໃນ​ມູນ​ຄ່າ 60 ຕື້ຢວນ, ຊ່ວຍ​ເຫຼືອ​ທັນ​ຍາ​ຫານ​ສຸກ​ເສິນ​ເປັນ​ມູນ​ຄ່າ 2 ຕື້​ໂດ​ລາ​ສະ​ຫະ​ລັດ​ໃຫ້​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ເພີ່ມ​ທຶນ 1 ຕື້​ໂດ​ລາ​ສະ​ຫະ​ລັດ​ເຂົ້າ​ໃນ​ກອງ​ທຶນ​ຊ່ວຍ​ເຫຼືອ​ການ​ຮ່ວມ​ມື​ໃຕ້ໆ, ປະ​ຕິ​ບັດ​ 100 ໂຄງ​ການ "ເຮືອນ​ຜາ​ສຸກ", 100 ໂຄງ​ການ "ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ", 100 ໂຄງ​ການ "ຊ່ວຍ​ເຫຼືອ​ປິ່ນ​ປົວ​ຟື້ນ​ຟູ​ສຸ​ຂະ​ພາບ" ແລະ​ໂຄງ​ການ​ອື່ນໆ, ຈະ​ຊ່ວຍ​ເຫຼືອ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ​ເປັນ​ມູນ​ຄ່າ 1 ຕື້​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ທີ່​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຢູ່​ລຽບ​ຕາມ "ໜຶ່ງ​ແລ​ວ​ທາງ​ໜຶ່ງ​ເສັ້ນ​ທາງ". ຂະ​ນະ​ດຽວ​ກັນ, ຈີນ​ຍັງ​ຈະ​ສ້າງ​ກົນ​ໄກ​ຕິດ​ຕໍ່​ພົວ​ພັນ​ພາຍຫຼັງ​ກອງ​ປະ​ຊຸມ​ສຸດ​ຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ຈະສ້າງ​ຕັ້ງສູນ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ເງິນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ສູນ​ສົ່ງ​ເສີມ​ການກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ຈະ​ຮ່ວມ​ກັບ​ທະ​ນາ​ຄານ​ພັດ​ທະ​ນາຫຼາຍ​ຝ່າຍ ເພື່ອ​ສ້າງ​ຕັ້ງ​ສູນ​ການ​ຮ່ວມ​ມື​ການ​ພັດ​ທະ​ນາ​ແລະ​ການ​ລະ​ດົມ​ທຶນຫຼາຍ​ຝ່າຍ, ຈະ​ຮ່ວມ​ກັບ​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ເພື່ອ​ສ້າງ​ຕັ້ງ​ສູນ​ການກໍ່​ສ້າງ​ຄວາມ​ສາ​ມາດ, ຈະ​ສ້າງ​ເຄືອ​ຂ່າຍ​ຮ່ວມ​ມື​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ໃຫ້​ທຸກ​ຝ່າຍ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື ແລະ​ຮ່ວມ​ກັນ​ແບ່ງ​ປັນ​ໝາກ​ຜົນ​ຂອງ​ການກໍ່​ສ້າງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ