ຄຳ​ປາ​ໄສ​ຂອງ​ທ່ານ ຈ່າງ​ກ່າວ​ລີ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຊັ້ນ​ສູງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-05-14 11:30:02  cri 
ທ່ານ ຈ່າງ​ກ່າວ​ລີ້ ກ່າວ​ວ່າ, ການ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ດ້ານ​ນະ​ໂຍ​ບາຍ, ການ​ເຊື່ອມ​ຈອດ​ສິ່ງກໍ່​ສ້າງ, ຄວາມ​ສະ​ດວກ​ດ້ານ​ການ​ຄ້າ, ການ​ລະ​ດົມ​ເງິນ​ທຶນ ແລະ​ມິດ​ຕະ​ພາບ​ຂອງ​ປະ​ຊາ​ຊົນ ແມ່ນ​ຈຸດ​ສຸມ​ຂອງ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ຕ້ອງ​ຖື 5 ອັນ​ດັ່ງ​ກ່າວ​ເປັນ​ເລື່ອງ​ສຳ​ຄັນ, ເຕົ້າ​ໂຮມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ດ້ານ​ການ​ຮ່ວມ​ມື​ຢ່າງ​ກວ້າງ​ຂວາງ, ຍົກ​ລະ​ດັບ​ການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ​ຢ່າງ​ຮອບ​ດ້ານ, ສ້າງ​ເວ​ທີ​ການ​ຮ່ວມ​ມື​ແບບ​ໃໝ່, ເຮັດ​ໃຫ້ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ເທດ​ແລະ​ປະ​ຊາ​ຊົນ​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ນັ້ນ​ໃຫ້​ດີກວ່າ​ເກົ່າ. ເພື່ອ​ເລື່ອງນີ້, ທ່ານໄດ້​ມີ​ຂໍ້​ສະ​ເໜີ 5 ຂໍ້.

ທ່ານ ຈ່າງ​ກ່າວ​ລີ້ ກ່າວ​ວ່າ, ຕ້ອງ​ເພີ່ມ​ທະ​ວີ​ການ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ດ້ານ​ນະ​ໂຍ​ບາຍ​ຕື່ມ​ອີກ, ເຮັດ​ໃຫ້​ພື້ນ​ຖານ​ດ້ານ​ການ​ເມືອງ​ຂອງ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໝັ້ນ​ຄົງ​ກວ່າ​ເກົ່າຢ່າງ​ບໍ່​ຢຸດຢັ້ງ; ຕ້ອງລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຕື່ມ​ອີກ, ເຮັດ​ໃຫ້​ການ​ໄປ​ມາ​ຢ້ຽມ​ຢາມ​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງນັ້ນ ສະ​ໜິດ​ແໜ້ນກວ່າ​ເກົ່າ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ, ຊ່ວຍ​ຊູ​ຍູ້​ໜູນ​ກັນ​ດ້ານ​ທ່າ​ແຮງ​ຂອງ​ກັນ, ເຂົ້າ​ຮ່ວມ​ຢ່າງ​ສະ​ເໝີ​ພາບ​ກັນ, ວາງ​ແຜນ​ການ​ພັດ​ທະ​ນາ​ຮ່ວມ​ກັນ, ກຳ​ນົດ​ແຜນ​ການ​ແລະ​ຕາ​ຕະ​ລາງ​ເວ​ລາ​ກ່ຽວ​ກັບ​ຂົງ​ເຂດ​ການ​ຮ່ວມ​ມື​ຢ່າງ​ຈະ​ແຈ້ງ.

ທ່ານ ຈ່າງ​ກ່າວ​ລີ້ ກ່າວ​ວ່າ, ຕ້ອງ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ​ຕື່ມ​ອີກ, ປັບ​ປຸງ​ເຄືອ​ຂ່າຍ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ຢ່າງ​ບໍ່​ຢຸດຢັ້ງ. ທັງ​ຕ້ອງ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ​ທາງ​ບົກ​, ທາງ​ທະ​ເລ, ທາງ​ອາ​ກາດ ແລະ​ທາງ​ອິນ​ເຕີ​ເນັດ, ທັງ​ຕ້ອງ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ກັນ​ທາງ​ນະ​ໂຍ​ບາຍ, ກະ​ຕິ​ກາ ແລະ​ມາດ​ຖານ​ນຳ​ອີກ. ຖື​ທາງ​ລົດ​ໄຟ, ທາງຫຼວງ, ການ​ບິນ, ການ​ຂົນ​ສົ່ງ​ທາງ​ນ້ຳ, ການ​ສື່​ສານ, ພະ​ລັງ​ໄຟ​ຟ້າ, ເຄືອ​ຂ່າຍ​ທໍ່​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ, ເຄືອ​ຂ່າຍ​ພະ​ລັງ​ງານ ແລະ​ອື່ນໆ​ເປັນ​ຈຸດ​ໜັກ, ຮ່ວມ​ກັນ​ສ້າງ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ທັນ​ສະ​ໄໝ.

ທ່ານ ຈ່າງ​ກ່າວ​ລີ້ ກ່າວ​ວ່າ, ຕ້ອງ​ເພີ່ມ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ​ຕື່ມ​ອີກ, ບົ່ມ​ເພາະ​ຕະຫຼາດ​ທີ່​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ​ຂອງ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢ່າ​ງ​ບໍ່​ຢຸດຢັ້ງ. ໃນ​ປີ 2016 ຜ່ານ​ມາ, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ບັນ​ລຸ​ເຖິງ 1070 ຕື້ ໂດ​ລາ​ສະ​ຫະ​ລັດ, ໄດ້​ລົງ​ທຶນ​ໂດຍ​ກົງ​ຢູ່​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໃນ​ມູນ​ຄ່າ 14 ຕື້ 500 ລ້ານ​ໂດ​ລາ​ສະ​ຫະ​ລັດ; ຕ້ອງ​ຊຸກ​ຍູ້​ເສ​ລີ​ພາບ​ແລະ​ຄວາມ​ສະ​ດວກ​ຂອງ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຕື່ມ​ອີກ, ເປີດກວ້າງ​ການ​ເປີດ​ປະ​ຕູ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ຕະຫຼາດ​ໃນ​ພາກ​ພື້ນ, ສ້າງ​ເຄືອ​ຂ່າຍ​ການ​ຄ້າ​ເສ​ລີ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເພື່ອ​ຊ່ວຍ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

ທ່ານ ​ຈ່າງ​ກາວ​ລີ້​ ກ່າວ​ວ່າ, ຕ້ອງ​ເພີ່ມ​ທະ​ວີ​ການ​ເຊືອມ​ໂຍງ​ດ້ານ​ເງິນ​ທຶນ​ຕື່ມ​ອີກ, ປັບ​ປຸງ​ລະ​ບົບ​ກາ​ນ​ລົງ​ທຶນ​ແລະ​ການ​ລະ​ດົມ​ທຶນ​ແບບຫຼາຍ​ເຄົ້າ​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ໃຫ້​ສົມ​ບູນ​ຂຶ້ນ​ເລື້ອຍໆ.  ຈະ​ສືບ​ຕໍ່​ປະ​ດິດ​ສ້າງ​ຮູບ​ການ​ລົງ​ທຶນ​ແລະ​ລະ​ດົມ​ທຶນ​​ແບບ​ສາ​ກົນ, ສ້າງ​ເວ​ທີ​ການ​ທະ​ນາ​ຄານຫຼາຍ​ລະ​ດັບ, ສົ່ງ​ເສີມ​ໃຫ້​ສະ​ຖາ​ບັນ​ການ​ເງິນ​ທຸ​ລະ​ກິດ​ສ້າງ​ສາ​ຂາ​ເຊິ່ງ​ກັ​ນ​ແລະ​ກັນ, ສ້າງ​ລະ​ບົບ​ຮັບ​ປະ​ກັນ​ການ​ທະ​ນາ​ຄານ​ທີ່​ຍາວ​ນານ, ໝັ້ນ​ຄົງ, ຍືນ​ຍົງ ແລະ​ຄວບ​ຄຸມ​ຄວ​າມ​ສ່ຽງ​ໄດ້.

ທ່ານ​ ຈ່າງ​ກາວ​ລີ້​ ກ່າວ​ວ່າ, ຕ້ອງ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຕື່ມ​ອີກ, ສ້າງ​ຂົວ​​ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢ່າງ​ບໍ່​ຢຸດ​ຢັ້ງ. ໃນ​ສະ​ຕະ​ວັດ​ທີ 21, ພວກ​ຂ້າ​ພະ​ເຈົ້າ​ຄວນ​ສົ່ງ​ເສີມ​ນ້ຳ​ໃຈ​ເສັ້ນ​ທາງ​ສາຍ​ໄໝ​ບູ​ຮານ, ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ເຕັກ​ນິກ, ວັດ​ທະ​ນະ​ທຳ , ສື່ມວນ​ຊົນ, ການ​ປິ່ນ​ປົວ, ສາ​ທາ​ລະ​ສະ​ສຸກ, ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ເປັນ​ຕົ້ນ, ຊຸກ​ຍູ້​ອະ​ລິ​ຍະ​ທຳ​ຕ່າງໆ​ຖອດ​ຖອນ​ບົດ​ຮຽນ​ນຳ​ກັນ, ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ຮັບ​ຮູ້​​ກັນ, ເຂົ້າ​ໃຈ​ກັນ ແລະ​ຮັກ​ແພງ​ກັນ, ຮ່ວມ​ກັນ​ພັດ​ທະ​ນາ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ເສັ້ນ​ທາງ​ສາຍ​ໄໝ; ລິ​ເລີ່ມ​ສົ່ງ​ເສີມ​ຮູບ​ການ​ຜະ​ລິດ​ແລະ​ດຳ​ລົງ​ຊີ​ວິດ​ແບບ​ສີ​ຂຽວ, ກາກບອນ​ຕ່ຳ, ໝູນ​ວຽ​ນ​ແລະ​ຍືນ​ຍົງ: ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໃຫ້​ເປັນ​ເສັ້ນ​ທາງ​ສາຍ​ໄໝ​ສີ​ຂຽວ.

ໃນ​​ຕອນ​ມ້ວນ​ທ້າຍ, ທ່ານ​ ຈ່າງ​ກາວ​ລີ້​ ກ່າວວ່າ, ໃນ 5 ປີ​ຂ້າງ​ໜ້າ, ຈີນ​ຈະ​ນຳ​ເຂົ້າ​ສິນ​ຄ້າ​ທີ່​ມີ​ມູນ​ຄ່າ 8000 ຕື້​ໂດ​ລາ, ດຶງ​ດູດ​ການ​ລົງ​ທຶນຈາກ​ຕ່າງ​ປະ​ເທດ 600 ຕື້​ໂດ​ລາ, ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ 750 ຕື້​ໂດ​ລາ, ຄົນ​ຈີນ​ທີ່​ໄປ​ທ່ອງ​ທ່ຽວ​ຢູ່​ຕ່າງ​ປະ​ເທດ​ເຖິງ 700 ລ້ານ​ເທື່ອ​ຄົນ. ຈີ​ນ​ຍິນ​ດີ​ຕ້ອນ​ຮັບ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ສຳ​ຄັນ​ເນື່ອງ​ຈາກ​ການ​ພັດ​ທະ​ນາ​ຂອງ​ຈີນ. ວຽກ​ງານ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ໃຫ້ທຸກ​ຝ່າຍ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ໂຄງ​ການ​ກໍ່​ສ້າງ​ຈະ​ໃຫ້​​ທຸກ​ຝ່າຍ​ຮ່ວມ​ກັນ​ກໍ່​ສ້າງ, ຜົນ​ການ​ພັດ​ທະ​ນາ​ຈະ​ໃຫ້​​ທຸກ​ຝ່າຍ​ຮ່ວມ​ກັນ​ຊົມ​ໃຊ້. ທ່ານ​ຫວັງ​ວ່າ​ຜູ້​ເຂົ້າ​ຮ່ວ​ກອງ​ປະ​ຊຸມ ຈະ​ປະ​ກອບ​ສ່ວນ​ສະ​ຕິ​ປັນ​ຍາ​ແລະ​ກຳ​ລັງ​ແຮງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ