ເປີດກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-05-14 14:46:01  cri 
ຕາມ​ຂ່າວ CRI: ກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ໄດ້ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 14 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທ​ດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ​ແລະ​ກ່າວ​ປາ​ຖະ​ກະ​ຖາ. ທ່ານ​ ສີ​ຈິ້ນ​ຜີງ ຮຽກ​ຮ້ອງ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ ໃຫ້ເປັນ​ເສັ້ນ​ທາງ​ແຫ່ງ​ສັນ​ຕິ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​, ເປີດ​ປະ​ຕູ​ສູ່​ພາ​ຍນອກ, ​ການ​ປະ​ດິດ​ສ້າງ​ໃໝ່, ​ອະ​ລິ​ຍະທຳ. ທ່ານ ​ສີ​ຈິ້ນ​ຜີງ ​ຊີ້​ອອກວ່າ, ໂດຍ​ບົນ​ພື້ນ​ຖານ​ຂອງຫຼັກ​ການ 5 ປະ​ການ​ທີ່​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​ນັ້ນ, ຈີນ​ຍິນ​ດີ​ພັດ​ທະ​ນາ​ການ​ຮ່ວມ​ມື​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ກັບ​ປະ​ເທດ​ທີ່​ເຂົ້າ​ຮ່ວມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ຍິນ​ດີ​ແບ່ງ​ປັນ​ບົດ​ຮຽນ​ການ​ພັດ​ທະ​ນາ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ, ແຕ່​ຈະ​ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ, ຈະ​ບໍ່​ສົ່ງ​ອອກ​ລະ​ບອບ​ສັງ​ຄົມ​ແລະ​ຮູບ​ການ​ພັດ​ທະ​ນາ​ແບບ​ບັງ​ຄັບ​ໃສ່​ປະ​ເທ​ດ​ອື່ນ. ຈີນ​ຈະ​ບໍ່​ຊ້ຳ​ເສັ້ນ​ທາງ​ເກົ່າ​ທີ່​ແຂ່ງ​ຂັນ​ໃນ​ພາກ​ພື້ນ, ຈະ​ບໍ່​ສ້າງ​ກຸ່ມ​ນ້ອຍ​ທີ່​ທຳ​ລາຍ​ສະ​ເຖຍ​ລະ​ພາບ, ແຕ່​ຈະ​ສ້າງ​ຄອບ​ຄົວ​ໃຫຍ່​ທີ່​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ, ເສັ້ນ​ທາງ​ສາຍ​ໄໝ​ບູ​ຮານ ມີ​ຄວາມ​ຍາວ​ໝື່ນ​ລີ້, ສືບ​ຕໍ່​ກັນ​ມາ​ເປັນ​ເວ​ລາ​ໜຶ່ງ​ພັນ​ກວ່າ​ປີ, ໄດ້​ກໍ່​ຕົວ​ເປັນ​ຈິດ​ໃຈ​ເສັ້ນ​ທາງ​ສາຍ​ໄໝ​ທີ່​ຖື​ການ​ຮ່ວມ​ມື​ໂດຍ​ສັນ​ຕິ, ​ການເປີດ​ປະ​ຕູ, ​ການກວມ​ລ​ວມ, ​ການຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ເປັນ​ແກນ​ກາງ. ນີ້​ແມ່ນ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ຂອງ​ອາ​ລະ​ຍະ​ທຳ​ມະ​ນຸດ. ນັບ​ແຕ່​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ອອກ​ມາ​ເປັນ​ເວ​ລາ 4 ປີ​ມານີ້, ຈີນ​ແລະ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໄດ້​ແລກ​ປ່ຽນ​ນະ​ໂຍ​ບາຍ​ຢ່າງ​ເລິກ​ເຊິ່ງ, ເຊື່ອມ​ຈອດ​ສິ່ງ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ​ເພີ່ມ​ທະ​ວີ​ຄວາມ​ສະ​ດວກ​ດ້ານການ​ຄ້າ, ເປີດກວ້າງ​ການ​ລົງ​ທຶນ​ແລະ​ການ​ລະ​ດົມ​ທຶນແລະ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໃກ້​ຊິດ​ຢ່າງ​ບໍ່​ຢຸດ​ຢັ້ງ. ນັບ​ແຕ່​ປີ 2014 ຮອດ​ປີ 2016, ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ລຽບ​ຕາມ "​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​" ກໍ​ບັນລຸຫຼາຍ​ກວ່າ 3000 ຕື້​ໂດ​ລາ​ສະຫະລັດ. ຍອດ​ມູນ​ຄ່າ​ການ​ລົງທຶນ​ຂອງ​ຈີນ​ຢູ່​ປະ​ເທດ​ລຽບ​ຕາມ "​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​" ບັນລຸຫຼາຍ​ກວ່າ 50 ຕື້​ໂດ​ລາ. ວິ​ສາ​ຫະກິດ​ຈີນ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ 56 ​ແຫ່ງ​ຢູ່ ​ 20 ກວ່າປະ​ເທດ, ​ໄດ້​ສ້າງລາຍ​ຮັບຈາກ​ສ່ວຍ​ສາ​ອາກອນປະ​ມານ 1,1 ຕື້​ໂດ​ລາ​ແລະ​ຕຳ​ແໜ່​ງວຽກ​ງານ 1 ​ແສນ 8 ໝື່ນ​ຕຳ​ແໜ່​ງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ. ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ສອ​ດ​ຄ່ອງ​ກັບ​ກະ​ແສ​ຍຸກ​ສະ​ໄໝ​ແລະ​ເໝາະ​ກັບ​ກົດ​ເກນ​ການ​ພັດ​ທະ​ນາ, ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ, ມີ​ພາບ​ອະ​ນາ​ຄົດ​ຢ່າງສົດ​ໃສ.

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເປີດ​ເຜີຍ​ມາດ​ຕະ​ການ​ຕ່າງໆ​ຂອງ​ຈີນ​ກ່ຽວ​ກັບ​​ການຊຸກ​ຍູ້​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ລວມ​​ທັງ​ຈະ​ເພີ່ມ​ເງິນ​ທຶນ 100 ຕື້ຢວນ​ເຂົ້າ​ໃນ​ກອງ​ທຶນ​ເສັ້ນ​ທາງ​ສາຍ​ໄໝ, ຈະ​ສົ່ງ​ເສີມ​ໃຫ້​ສະ​ຖາ​ບັນ​ການ​ເງິນ​ດຳ​ເນີນ​ທຸ​ລະ​ກິດກອງ​ທຶນ​ທີ່​ເປັນ​ເງິນຢວນ​ຈີນ​ຢູ່​ຕ່າງ​ປະ​ເທດ ເຊິ່ງ​ມີ​ຈຳ​ນວນ​ຄາ​ດ​ວ່າ​ປະ​ມານ 300 ຕື້ຢວນ. ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ ແລະ​ທະ​ນາ​ຄານ​ຂາ​ເຂົ້າ​ຂາ​ອອກ ຈະ​ປ່ອຍ​ເງິນ​ກູ້​ສ​ະ​ເພາະ 250 ຕື້ຢວນ ແລະ 130 ຕື້ຢວນ ໃຊ້​ເຂົ້າ​ໃນ​ການ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜ​ະ​ລິດ ແລະ​ການ​ທະ​ນາ​ຄານ​ຂອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ນອກ​ນີ້, ຈີນ​ຍັງ​ຈະ​ຕັ້ງ​ໜ້າ​ຮ່ວມ​ກັບ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ສ້າງ​ເຄືອ​ຂ່າຍ​ການ​ຄ້າ​ເສ​ລີ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ເລີ່ມ​ດຳ​ເນີນ​ແຜນ​ການ​ດຳ​ເນີນ​ງານ​ປະ​ດິດ​ສ້າງວິ​ທະ​ຍາ​ສາດ​ເຕັກ​ນິກ​ໃໝ່ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ດຳ​ເນີນ​ການ​ເຄື່ອນ​ໄຫວ 4 ຂໍ້ ຄື: ​ການ​ແລກ​ປ່ຽນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ວັດ​ທະ​ນະ​ທຳ, ​ການຮ່ວມ​ກັນ​ສ້າງ​ຫ້ອງ​ທົດ​ລອງ​ປະ​ສົມ, ການ​ຮ່ວມ​ມື​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ​ການ​ໂອນ​ເຕັກ​ນິກ, ໃນ 3 ປີ​ຂ້າງ​ໜ້າ, ຈີນ​ຈະ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ນັ້ນໃນ​ມູນ​ຄ່າ 60 ຕື້ຢວນ, ​ເພື່ອສ້າງ​ໂຄງ​ການ​​ຍົກ​ລະ​ດັບຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ຫຼາຍກວ່​າ​ເກົ່າ.

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເທື່ອ​ນີ້​ມີ​ຫົວ​ຂໍ້​ສຳ​ຄັນ​ວ່າ: "ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ຮ່ວມ​ກັນ​ສ້າງ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ', ບັນ​ລຸ​ການ​ພັດ​ທະ​ນາ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ", ໂດຍ​ມີ​ປະ​ມຸກ​ລັດ​ແລະຫົວ​ໜ້າລັດ​ຖະ​ບານ​ຈາກ 29 ປະ​ເທດ​ລວ​ມ​ທັງ​ທ່ານບຸນ​ຍັງ ວໍ​ລະ​ຈິດ ປະ​ທານ​ປະ​ເທດ​ລາວ, ​​ທ່ານວ​ຣາ​ຕິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ແລະ​ທ່ານ ອັນ​ໂຕ​ນິ​ໂອ ກູ​ເທີເຣສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​, ​ຜູ້​ຮັບ​ຜິດ​ຊອບ​ແລະຜູ້​ຕາງ​ໜ້າ​ຈາກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ 70 ກວ່າ​ແຫ່ງ, ບຸກ​ຄົນ​ວົງ​ການ​ການ​ເມືອງ, ການ​ຄ້າ​ຈາກ​ຮ້ອຍກວ່າ​ປະ​ເທດພັນ​ກວ່າ​ທ່ານ​ເຂົ້າ​ຮ່ວມ. ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ, ແຂກ​ທີ່​ຮ່ວມ​ປະ​ຊຸມ​ຈະ​ດຳ​ເນີນ​ການປຶກ​ສາ​ຫາ​ລື​ກ່ຽວ​ກັບ​ "ການ​ຮ່ວມ​ມື" ແລະ "ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ", ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ນະ​ໂຍ​ບາຍ, ການ​ເຊື່ອມ​ຈອດ​ສິ່ງ​ກໍ່​ສ້າງ​ພື້ນ​ຖານ, ​ການ​ເພີ່ມ​ທະ​ວີ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ, ການ​ຈໍ​ລະ​ຈອນ​ເງິນ​ຕາ​ແລະ​​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ເຊື່ອມ​ຈອດ​ກັນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ