ສະມາຊິກ AIIB ໄດ້​ເພີ່ມ​ຂຶ້ນ​ເປັນ 70 ປະ​ເທດ
2017-05-14 16:02:48  cri 
ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ຫຼື AIIB​ ​ໄດ້​​ເປີດ​ເຜີຍຢູ່​ປັກ​ກິ່ງ​ໃນ​ວັນ​ທີ 13 ພຶດ​ສະ​ພາ​ນີ້​ວ່າ, ສະພາ​ມົນຕີ​ຂອງ​ຕົນ​ໄດ້​ອະນຸມັດ​ຮັບ​ເອົາ 7 ສະມາຊິກ​ໃໝ່ແລະ​ຈາກ​ນີ້​ຈຶ່ງ​ເຮັດ​ໃຫ້​ ​ສະມາຊິກ​ຂອງ​ຕົນ​ໄດ້​ເພີ່ມ​ຂຶ້ນ​ເປັນ 77 ປະ​ເທດ.

ທ່ານຈິ່ນລີ້ສິນ ປະທານ AIIB​ ກ່າວ​ວ່າ, ​ຫຼັງ​ໄດ້​ຮັບ​ອະ​ນຸ​ມັດເປັນ​ສະ​ມາ​ຊິກ​ແລ້ວ, 7 ສະ​ມາ​ຊິກ​ດັ່ງ​ກ່າວຍັງ​ຕ້ອງ​ຜ່ານ​​ຂັ້ນ​ຕອນ​ດ້ານ​ກົດ​ໝາຍ​ຂອງ​ປະ​ເທດ​ຕົນ​ແລ້ວ​ຝາກ​ຕົ້ນ​ທຶນງວດ​ທຳ​ອິດ​ເຂົ້າ AIIB ແລ້ວ​ຈຶ່ງ​ສາ​ມາດ​ກາຍ​ເປັນ​ສະ​ມາ​ຊິກ​ສົມ​ບູນ.

ເດືອນ​ມີ​ນາ​ປີ​ນີ້, AIIB ປະ​ກາດ​ຮັບ​ເອົາ 13 ສະ​ມາ​ຊິກ​ໃໝ່ເປັນ​ຄັ້ງ​ທຳ​ອິດ​ຫຼັງ​ AIIB ​ສ້າງ​ຕັ້ງ​ຂຶ້ນຢ່າງ​ເປັນ​ທາງ​ການ​ເມື່ອ​ເດືອນ​ມັງ​ກອນ​ປີ​ຜ່ານ​ມາ, ສະມາຊິກ​ໄດ້​ເພີ່ມ​ຈາກ 57 ​ປະ​ເທດຂຶ້ນ​ເປັນ 70 ປະ​ເທດ. ປັ​ດ​ຈຸ​ບັນ 13 ສະ​ມ​າ​ຊິກ​ເຫຼົ່າ​ນີ້​ພວມ​ເດີນ​ຕາມ​ຂັ້ນ​ຕອນ​ທີ່​ກ່ຽວ​ຂ້ອງ.

AIIB ກ່າວ​ວ່າຈະ​ສືບ​ຕໍ່ຍິນ​ດີ​ຕ້ອນ​ຮັບ​ສະ​ມາ​ຊິກ​ໃໝ່​ໃນ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ