ວາ​ລະ​ສານ "The UNESCO Courier" ຂອງ​ອົງ​ການ​ຢູ​ເນັດ​ສ​ໂກ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຟື້ນ​ຟູ​ການ​ພິມ​ຈຳ​ໜ່າຍ​ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ຈີນ
2017-05-14 16:01:39  cri 
ວາ​ລະ​ສານ "The UNESCO Courier" ຂອງ​ອົງ​ການ​ຢູ​ເນັດ​ສ​ໂກ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຟື້ນ​ຟູ​ການ​ພິມ​ຈຳ​ໜ່າຍ​​ໃນ​ເດືອນ​ເມ​ສາ​ປີ​ນີ້ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ຈີນ ພາຍຫຼັງ​ວາ​ລະ​ສານ​ດັ່ງ​ກ່າວ​ໄດ້​ຢຸດ​ການ​ພິມ​ຈຳ​ໜ່າຍ​ເປັນ​ເວ​ລາ 5 ປີ ແລະ​ຈະ​ພິມ​ຈຳ​ໜ່າຍ​ຕໍ່ 195 ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ຢູ​ເນັດ​ສ​ໂກ​ດ້ວຍ 7 ພາ​ສາ ເຊັ່ນ ຈີນ, ອັງ​ກິດ ແລະ​ຝ​ຣັ່ງ​ເປັນ​ຕົ້ນ, ພ້ອມ​ກັນ​ນັ້ນ​ຈະ​ມີ​ທັງ​ສະ​ບັບ​ເປັນ​ປຶ້ມ​ແລະ​ເປັນ​ແບບ​ເວັບ​ໄຊ.

ທ່ານ​ນາງ​ອີ​ຣິນ​ນາ ໂບ​ໂກວາ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ຢູ​ເນັດ​ສ​ໂກ​ກ່າວ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 13 ເດືອນ​ນີ້​ວ່າ, ວາ​ລະ​ສານ "The UNESCO Courier" ໄດ້​ອອກ​ແຮງ​ໂຄ​ສະ​ນາ​ທັດ​ສະ​ນະ​ຄະ​ຕິ​ຂອງ​ອົງ​ການ​ຢູ​ເນັດ​ສ​ໂກ​ແຫ່ງ​ການ​ຊຸກ​ຍູ້​ລັກ​ສະ​ນະຫຼາກຫຼາຍ​ສີ​ສັນ​ຂອງ​ວັດ​ທະ​ນະ​ທຳ, ຊຸກ​ຍູ້​ການ​ສົ​ນ​ທະ​ນາ​ລະ​ຫວ່າງວັດ​ທະ​ນະ​ທຳ ແລະ​ບູ​ລະ​ນະ​ວັດ​ທະ​ນະ​ທຳ​ສັນ​ຕິ​ພາບ ແລະ​ຢຸດ​ການ​ພິມ​ຈຳ​ໜ່າຍ​ໃນ​ປີ 2012 ຍ້ອນ​ຂາດ​ງົບ​ປະ​ມານ.

ທ່ານ​ນາງ​ອີ​ຣິນ​ນາ ໂບ​ໂກວາ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ທີ່​ເອື້ອຍ​ເຟື້ອ​ເພື່ອ​ແຜ່ຂອງ​ຈີນ ແລະ​ເປີດ​ເຜີຍ​ວ່າ​ຈະ​ສົ່ງ ວາ​ລະ​ສານ "The UNESCO Courier"ສະ​ບັບ​ພາ​ສາ​ຈີນ ໃຫ້​ສຳ​ນັກ​ງານ​ອົງ​ການ​ຈັດ​ຕັ້ງ​ຕ່າງໆ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ຈີນ ແລະ​ສະ​ຖານ​ທູດ​ປະ​ເທດ​ຕ່າງໆ​ປະ​ຈຳ​ຈີນ ໂດຍ​ບໍ່​ເກັບ​ຄ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ