ສອງ​ພັກ​ຈີນ-ລາວ​ເຫັນ​ພ້ອມ​ສ້າງ​ສາຍ​ພົວ​ພັນ​ດ້ວຍ​ຄວາມ​ປອດ​ໃສ​ໝັ້ນ​ທ່ຽງ
2017-05-15 17:09:06  cri 
ວັນ​ທີ 13 ພຶດ​ສະ​ພາ​ນີ້, ຢູ່​ຫໍ​ຮັບ​ແຂກ​ເມືອງ​ຕ້ຽວ​ອີ​ທາຍ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ສະ​ຫາຍ ຫວາງ​ຊີ​ຊ່ານ ​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ກຳ​ມະ​ການກວດ​ກາ​ລະ​ບຽບ​ວິ​ໄນ​ສູນ​ກາງ​ພັກກອມ​ມູ​ນິດ​ຈີນໄດ້ພົບ​ປະ​ກັບ​ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ປະ​ຊາ​ຊົນປະ​ຕິ​ວັດ​ລາວ.

​ສະ​ຫາຍ ຫວາງ​ຊີ​ຊ່ານ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​​ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ ທີ່​​ເດີນ​ທາງ​ຢ້ຽມ​ຢາມ​ແລະເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ຢູ່​ຈີນ. ​ທັງ​ເນັ້ນ​ວ່າ: ອຸ​ດົມ​ການ​ແລະ​ທັດ​ສະ​ນະ​​ການ​ເມືອງຂອງ​ສອງ​ພັກ​ຈີນ​ແລະ​ລາວ​ມີ​ການ​ເຊື່ອມ​ໂຍງເຂົ້າ​ກັນ, ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ກໍ​ຄ້າຍ​ຄື​ກັນ,​ອະ​ນາ​ຄົດ​ແລະຊະ​ຕາ​ກຳ​​ກໍ​ມີ​ສ່ວນ​ພົວ​ພັນ​ກັນ, ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດແລະ​ຮອບ​ດ້ານ​​ເປັນ​ສິ່ງທີ່​ສອງ​ພັກ​​ໄດ້​ສຸມ​ໃສ່​ຢ່າງ​ເດັດ​ດ່ຽວ​ແລະ​ຈາກ​ນີ້​ຈຶ່ງຫວັງ​ວ່າ​ສອງ​ຝ່າຍ​ຈະ​ລົງ​ເລິກຖອດ​ຖອນ​ບົດ​ຮຽນ​​ໃນ​ການສ້າງ​ພັກ​,ການ​ບໍ​ລິ​ຫານ​ປະ​ເທດ​ແລະ​​ການ​ປະ​ຕິ​ບັດ​ໜ້າ​ທີ່ການ​ເມືອງ​ຮ່ວມ​ກັນ​ໂດຍຜ່ານ​ການ​ສ້າງ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ແຫ່ງ​ການ​ພັດ​ທະ​ນາ,ຍົກ​ລະ​ດັບ​​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ,ຮ່ວມ​ມື​ສ້າງ​ປະ​ຊາ​ຄົມ​ຊະ​ຕາ​ກຳ​ຈີນ-ລາວ​ໃຫ້​ໝັ້ນ​ຄົງ​ຂະ​ໜົງ​ແກ່ນ.

​ສະ​ຫາຍ ບຸນ​ຍັງ ກ່າວ​ວ່າ: ລາວ​ຍິນ​ດີ​ຮ່ວມ​ກັບ​ຈີນ​ລົງ​ເລິກ​ການ​ແລກ​ປ່ຽ​ນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ເພື່ອຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ພັກ-ລັດ​ຂອງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງ​ປອດ​ໃສ​,ໝັ້ນ​ທ່ຽງ​ແລະ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ