ນາ​ຍົກ​ຈີນ​ຕ້ອນ​ຮັບຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການກອງທຶນ​ເງິນ​ຕາ​ສາ​ກົນ
2017-05-15 17:10:59  cri 
ຕອນ​ບ່າຍ​ວັນ​ທີ 14 ພຶດ​ສະ​ພາ​ນີ້ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງ​ທ່ານ​ນາງ ​ຄ​ຣິ​ສ​ຕີ​ນາ ລາ​​ກາດ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການກອງທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ​ໃນ​ໂອ​ກາດ​ເດີນ​ທາງເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າ: ລັດ​ຖະ​ບານ​ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເງິນ​ຕາ​ດ້ວຍ​ຄວາມ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ ແລະ ຈີນ​ກໍມີ​ຄວາມ​ສາ​ມາດ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ຕະ​ຫຼາດ​ການ​ເງິນຂອງ​ປະ​ເທດ​ໄດ້​ທັງ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ ການ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດ​ໃຫ້​ໄດ້​ໂດຍ​ພື້ນ​ຖານ, ​ສ້າງລະ​ບົບ​​ອັດ​ຕາ​ແລກ​ປ່ຽນເງິນ​ຕາ​ທີ່​ເໜັງ​ຕີງ,ຮັກ​ສາ​ອັດ​ຕາ​ແລກ​ປ່ຽນ​ເງິນຢວນ​​ໃຫ້ຢູ່​ໃນ​ລະ​ດັບ​ທີ່​ສົມ​ເຫດ​ສົມ​ຜົນ​ແລະ​ມີ​ຄວາມ​ດຸ່​ນ​ດ່ຽງ​ໂດ​ຍພື້ນ​ຖານ.

ທ່ານ​ນາງ ລາ​ກາດ ກ່າວ​ວ່າ: ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ໄດ້​ ​ເຮັດ​ໃຫ້ທົ່​ວ​ໂລກ​ມີ​ກຳ​ລັງ​ໃຈ ແລະ​ເປັນ​ການ​ເຕີບ​ໂຕ​ທີ່​ສາ​ມາດ​ສະ​ໜັບ​ສະ​ໜູນ​​ໃຫ້​ແກ່​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ໃນ​ສາ​ກົນ​ແລະ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ໄດ້​ຢ່າງ​ແຂງ​ແຮງ. IMF ດີ​ໃຈ​ທີ່​ໄດ້​ເຫັນ​ພື້ນ​ຖານ​ລະ​ບົບ​ການ​ເງິນ​ຂອງ​ຈີນ​ມີ​ຄວາມ​ໝັ້ນ​ຄົງ, ການ​ຕິດ​ຕາມ​ຄຸ້ມ​ຄອງ​ຢ່າງ​ສຸ​ຂຸມ​ຮອບ​ຄອບ​​ກໍ​ມີປະ​ສິດ​ທິ​ຜົນ​ ​ເໝາະ​ສົມ ແລະ ຍິນ​ດີ​ຮ່ວມ​ກັບ​ຈີນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ຮ່ວມ​ມື.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ