ທ່ານ ສີ​ຈິ້ນ​ຜິງ ໃຫ້​ສຳ​ພາດ​ຕໍ່ນັກ​ຂ່າວຫຼັງ​ກອງ​ປະ​ຊຸມ​ໂຕະ​ມົນ​ເວ​ທີ​ປຶ​ສາ​ຫາ​ລື"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-05-15 18:58:31  cri 
ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ​ທ່ານສີຈິ້ນຜີງ ປະທານປະເທດຈີນກ່າວວ່າ,​ ນັບແຕ່ເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ"ຈັດຂຶ້ນເປັນຕົ້ນມາ, ເພື່ອນມິດນັກຂ່າວທັງຫຼາຍໄດ້ລາຍງານຂ່າວຢ່າງຫຼວງຫຼາຍ,​ບັນທຶກຂະນະຕ່າງໆທີ່ສຳຄັນ, ​ເຜີຍແຜ່ສຽງຂອງບັນດາປະເທດທີ່ຮ່ວມກັນສ້າງສາ "ໜຶ່ງແລວທາງໜຶ່ງເສັ້ນທາງ", ສະ​ແດງ​ໃຫ້​ໂລກ​ເຫັນການພັດທະນາຢ່າງມີຊີວິດຊີວາໃນການສ້າງສາ "ໜຶ່ງແລວທາງໜຶ່ງເສັ້ນທາງ", ຂ້າພະເຈົ້າຂໍຕາງໜ້າລັດຖະບານຈີນແລະຜູ້ຮ່ວມປະຊຸມຈາກປະເທດຕ່າງໆ, ສະແດງຄວາມຂອບໃຈມາຍັງເພື່ອນມິດນັກຂ່າວທັງຫຼາຍ. ມື້ວານນີ້, ​ພວກຂ້າພະເຈົ້າໄດ້ຈັດພິທີເປີດເວທີປຶກສາຫາລືແລະການພົບປະລະດັບສູງ,​ ໂດຍຜູ້ນຳປະເທດ​ຈຳ​ນວນ​ໜຶ່ງ, ຜູ້ຮັບຜິດຊອບອົງການຈັດຕັ້ງສາກົນຈຳນວນໜຶ່ງແລະຜູ້ແທນວົງການເຈົ້າໜ້າທີ່ລັດຖະບານ, ອຸດສາຫະກຳແລະວິຊາການຂອງ 100 ກວ່າປະເທດໄດ້ເຂົ້າຮ່ວມ,​ເພື່ອຮ່ວມກັນປຶກສາຫາລືການຮ່ວມມືສາກົນໃນການສ້າງສາ "ໜຶ່ງແລວທາງໜຶ່ງເສັ້ນທາງ" ໃນທ່າມ​ກາງບັນຍາກາດທີ່ມີໄມຕີຈິດມິດຕະພາບແລະກົມກຽວກັນ,​ ໄດ້ປະກອບຄຳຄິດຄຳເຫັນແລະຂໍ້ສະເໜີທີ່ດີຫຼາຍຂໍ້,​ ເຊິ້ງໄດ້ຮັບໝາກຜົນທີ່ຕັ້ງໜ້າ.
 
ທ່ານສີຈິ້ນຜີງກ່າວວ່າ,​ ໃນໄລຍະຈັດເວທີປຶກສາຫາລື, ຈີນແລະຝ່າຍຕ່າງໆທີ່ກ່ຽວຂ້ອງໄດ້ເຊັນສັນຍາຮ່ວມມືຈຳນວນໜຶ່ງ, ​ ມາຮອດປັດຈຸບັນ, ​ໄດ້ມີ 68 ປະເທດແລະອົງການຈັດຕັ້ງສາກົນທີ່ໄດ້ເຊັນສັນຍາຮ່ວມມືກັບຈີນພາຍໃຕ້ຂອບ "ໜຶ່ງແລວທາງໜຶ່ງເສັ້ນທາງ". ມື້ນີ້,​ຜູ້ນຳ 30 ກວ່າປະເທດແລະຜູ້ຮັບຜິດຊອບອົງການກອງທຶນເງິນຕາສາກົນ ໄດ້ຈັດກອງປະຊຸມໂຕະມົນໃນຫົວຂໍ້  "ເພີ່ມທະວີການຮ່ວມມືສາກົນ, ​ຮ່ວມກັນສ້າງໜຶ່ງແລວທາງໜຶ່ງເສັ້ນທາງ,​ ບັນລຸການພັດທະນາແບບຕ່າງຝ່າຍຕ່າງມີຜົນປະໂຫຍດ", ​ໂດຍ​ໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ຕ່າງໆ,​ເຊັ່ນ: ເພີ່ມທະວີການເຊື່ອມຈອດນະໂຍບາຍແລະຍຸດທະສາດພັດທະນາ, ລົງເລິກສາຍພົວພັນຄູ່ຮ່ວມມື,​ຊຸກຍູ້ການເຊື່ອມຈອດ​ກັນ,ຊຸກຍູ້ການແລກປ່ຽນວັດທະນະທຳແລະອື່ນໆ, ແລະໄດ້ບັນລຸຄວາມເຫັນເປັນເອກະພາບກັນຢ່າງກວ້າງຂວາງ,​ ທັງໄດ້ຮັບຮອງຖະແຫຼງການຮ່ວມ. ​ນີ້ເປັນງານມະຫະກຳລະດັບສູງຂອງປະຊາຄົມໂລກກ່ຽວກັບການສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ". ກອງປະຊຸມໄດ້ສະຫຼຸບຄວາມຄືບໜ້າຂອງການຮ່ວມມື,​ ໄດ້ເຕົ້າໂຮມຄວາມເຫັນເປັນເອກະພາບກັນຈາກຝ່າຍຕ່າງໆ,​ ໄດ້ຊີ້ແຈງທິດທາງໃຫ້ແກ່ການຮ່ວມມືສາກົນເພື່ອສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ", ໄດ້ກຳນົດຊ່ອງທາງການພັດທະນາ​ແລະແຜນການດຳເນີນງານ。
 
ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ສົ່ງ​ສັນ​ຍານ​ທີ່​ດີ ຄື​ທຸກ​ຝ່າຍ​ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ແລະ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຂອງ​ມະ​ນຸດ.ໜຶ່ງ, ພວກ​ເຮົາ​ຫວັງ​ຢາກ​ເອົາ​ການ​ພັດ​ທະ​ນາ​ຂອງ​ຕົນ​ ປະ​ສານ​ສົມ​ທົບ​ກັບ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງ​ໂລກ,ໄດ້​ກຳ​ນົດ​ເປົ້າ​ໝາຍ​ແລະ​ທິດ​ທາງ​ຂອງ​ການ​ຮ່ວມ​ມື​ສາ​ກົນ​ຂອງ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".ພວກ​ເຮົາ​ເຫັນ​ວ່າ, ການ​ສ້າງ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ເຂົ້າ​ສູ່​ໄລ​ຍະ​ໃໝ່​ທີ່​ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ,ໄດ້​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ນະ​ໂຍ​ບາຍ​ຂອງ​ປະ​ເທດ​ຕ່າງໆ​ຢ່າງ​ບໍ່​ຢຸດຢັ້ງ, ໄດ້​ເລັ່ງ​ລັດ​ປະ​ຕິ​ບັດ​ໂຄງ​ການ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ໃຫຍ່ຫຼວງ,ເຄືອ​ຂ່າຍ​ພື້ນ​ຖານ​ໂຄງ​ລ່າງ ພວມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ, ລະ​ດັບ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ, ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ແລະ​ການ​ທະ​ນາ​ຄານໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໜັກ​ແໜ້ນ, ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດນັບ​ມື້​ນັບ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ. ໃນ​ບາດ​ກ້າວ​ຕໍ່​ໄປ, ພວກ​ເຮົາ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໃນ​ຂອບ​ເຂດ​ທີ່ກວ້າງກວ່າ​ເກົ່າ ແລະ​ໃນ​ລະ​ດັບ​ທີ່​ສູງກວ່າ​ເກົ່າ,ຊອກ​ຫາ​ແຜນ​ການ​ຮ່ວມ​ເພື່ອ​ແກ້​ໄຂ​ບັນ​ຫາ​ສິ່ງ​ທ້​າ​ທາຍ​ທີ່​ໃຫຍ່ຫຼວງ​ທາງ​ເສດ​ຖະ​ກິດ​ຂອງ​ໂລກ.ຫວັງ​ວ່າ ຜ່າ​ນ​ຈາກ​ການ​ສ້າງ "ໜຶ່ງ​ແລ​ວ​ທາງ​ໜຶ່ງ​ເສັ້ນ​ທາງ" ເພື່ອ​ຮ່ວມ​ກັນ​ຂຸດ​ຄົ້ນ​ກຳ​ລັງ​ແຮງ​ໃໝ່​ຂອງ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ,ສ້າງ​ເວ​ທີ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ໂລກ, ຊຸກ​ຍູ້​ຄວາມ​ດຸນ​ດ່ຽງ​ຄືນ​ໃໝ່​ຂອງ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດແລະ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ທີ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຂອງ​ມະ​ນຸດ.
 
ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ວ່າ, ອັນ​ທີ​ສອງ, ພວກ​ເຮົາ​ຈະ​ສືບ​ທອດ​ຈິດ​ໃຈ​ເສັ້ນ​ທາງ​ສາຍ​ໄໝ, ສຸມ​ກຳ​ລັງ​ເພື່ອ​ການ​ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.ພວກ​ເຮົາ​ເຫັນ​ວ່າ, ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແມ່ນ​ເວ​ທີ​ພັດ​ທະ​ນາ​ທີ່​ເປີດ​ປະ​ຕູແລະ​ກວມ​ລວມ, ປະ​ເທດ​ຕ່າງ​ໆ​ລ້ວນ​ແຕ່​ແມ່ນ​ຜູ້​ເຂົ້າ​ຮ່ວມ​, ຜູ້​ປະ​ກອບ​ສ່ວນ​ແລະ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທີ່​ສະ​ເໝີ​ພາບ.ພວກ​ເຮົາ​ຈະ​ສືບ​ຕໍ່​ຖື "ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ການ​ກໍ່​ສ້າງ​ຮ່ວມ​ກັນ​ແລະ​ແບ່ງ​ປັນ​ຮ່ວມ​ກັນ" ເປັນ​ຫຼັກ​ການ​ຊີ້​ນຳ, ຊຸກ​ຍູ້​ໃຫ້ປະ​ເທດ​ຕ່າງໆ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ນະ​ໂຍ​ບາຍ, ການ​ເຊື່ອມ​ຕໍ່​ສິ່ງ​ກໍ່​ສ້າງ​ພື້ນ​ຖານ, ການ​ເພີ່ມ​ທະ​ວີ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ, ການ​ຈໍ​ລະ​ຈອນ​ເງິນ​ຕາ​ແລະ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ເຊື່ອມ​ຈອດ​ກັນ, ພວກ​ເຮົາ​ຫວັງ​ວ່າ​ສືບ​ຕໍ່​ຮ່ວມ​ມື​ໃນ​ຂະ​ນະ​ເປີດ​ປະ​ຕູ່​ສູ່​ພາຍນອກ, ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ການ​ຮ່ວມ​ມື, ບໍ່​​ຈຳ​ແນກດ້ວຍ​ຮູບ​ຖານ​ຈິດ​ສຳ​ນຶກ, ບໍ່​ເຮັດ​ລະ​ບຽບ​ການ​ເມືອງ​ແລະ​ບໍ່​ມີ​ການ​ຈັດ​ວາງ​ແບບ​ປັດ​ປ່າຍ​ປະ​ເທດ​ອື່ນ.
 
ອັນທີ​ສາມ, ພວກ​ເຮົາ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ດ້ານ​ນະ​ໂຍ​ບາຍ​ແລະ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາກ​ພັດ​ທະ​ນາ, ສ້າງ​ພະ​ລັງ​ຮ່ວມ​ທີ່​ພັດ​ທະ​ນາ​ຮ່ວ​ມ​ກັນ. ພວກ​ເຮົາ​ຈະ​ປະ​ສານ​ສົມ​ທົບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ​ດ້ານ​ການ​ຄ້າ​, ການ​ລົງ​ທຶນ, ການ​ທະ​ນາ​ຄານ​ແລະ​ອື່ນໆ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ສາ​ກົນ.ພວກ​ເຮົາ​ຈະ​ເຊື່ອມ​ຕໍ່​ແຜນ​ການ​ພັດ​ທະ​ນາ​ເຊິ່ງ​ກັນ​ແລະ​ກັນ​ຢ່າງ​ເລິກ​ເຊິ່ງ, ສະ​ໜັບ​ສະ​ໜູ​ນ​ດ້ານ​ນະ​ໂຍ​ບາຍ​ໃຫ້​ແກ່​ໂຄງ​ການ​ສຳ​ຄັນ. ພວກ​ເຮົາ​ຈະ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ແລະ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ​ສູ່​ພາຍນອກ, ຊຸກ​ຍູ້​ການ​ກໍ່​ສ້າງ​ເຂດ​ການ​ຄ້າ​ເສ​ລີ, ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງ​ທຶນໃຫ້​ເປັນ​ແບບ​ເສ​ລີ​ ແລະ​ມີ​ຄວາມສະ​ດວກ. ພວກ​ເຮົາ​ສະ​ໜັບ​ສະ​ໜູນ​ການປະ​ດິດ​ສ້າງ​ໃໝ່​ເຊັ່ນ:​ການ​ຄ້າ​ເອກ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ, ຕົວ​ເລກ​ໃຫຍ່ແລະ​ຕົວ​ເມືອງ​ທີ່​ມີ​ປັນ​ຍາ​ແລະ​ອື່ນໆ. ຮ່ວມ​ກັນ​ອົບ​ຮົມສະ​ພາບ​ການ​ທຸ​ລະ​ກິດ​ໃໝ່, ​ຂະ​ແໜງ​ການ​ໃໝ່ ແລະ​ຮູບ​ການ​ໃໝ່. ພວກ​ເຮົາ​ຍັງ​ຈະ​ສະ​ໜັບ​ສະ​ໜູນ​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຊື່ອມ​ຕໍ່​ກັບ​ແຜນ​ການ​ພັດ​ທະ​ນາ​ທີ່​ສະ​ເໜີ​ໂດຍ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ແລະ​ອົງ​ການ​ພ​າກ​ພື້ນ​ສາ​ກົນ, ສ້າງ​ສະ​ພາບ​ການ​ທີ່​ມີ​ທ່າ​ແຮງ​ຊ່ວຍ​ຊູ​ຍູ້​ໜຸນ​ກັນ​ແລະ​ພັດ​ທະ​ນາ​ຮ່ວມ​ກັນ。
 
ໃນ​ເວ​ລາ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ,ທ່ານ​ກ່າວ​ວ່າ: ທີ​ສີ່,ແຜນ​ການ​ຮ່ວມ​ມື​ຂອງ​ພວກ​ເຮົາ​ໄດ້​ກຳ​ນົດ​ຂົງ​ເຂດ​ການ​ຮ່ວມ​ມື​ທີ່​ສຳ​ຄັນ​ແລະ​ເສັ້ນ​ທາງ​ດຳ​ເນີນ​ງານ. ພວກ​ເຮົາ​ຫວັງ​ວ່າ​ຜ່ານ​ການກໍ່​ສ້າງ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຕ່າງໆສາ​ມາດ​ເຕີບ​ໂຕແຂງ​ແຮງກວ່າ​ເກົ່າ,ພື້ນ​ຖານ​ໂຄງ​ລ່າງ​ສົມ​ບູນ​ຂຶ້ນກວ່າ​ເກົ່າ,ອຸດ​ສາ​ຫະ​ກຳ​ມີ​ການ​ພັດ​ທະ​ນາ​ຢ່າງ​ມີ​ພະ​ລັງ​ຊີ​ວິດ​ກວ່າ​ເກົ່າ,ການ​ຮ່ວມ​ມື​ດ້ານ​ການ​ທະ​ນາ​ຄານ​ກ້າວ​ສູ່​ລວງ​ເລິກກວ່າ​ເກົ່າ,ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແໜ້ນ​ແຟ້ນ​ກວ່າ​ເກົ່າ. ພວກ​ເຮົາ​ເຫັນ​ດີ​ສືບ​ຕໍ່​ກຳ​ນົດ​ເອົາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ເປັນ​ຂົງ​ເຂດການ​ຮ່ວມ​ມື​ທີ່​ສຳ​ຄັນ,ສ້າງ​ເຄືອ​ຂ່າຍພື້ນ​ຖານ​ໂຄງ​ລ່າງ​ທີ່​ລວມ​ເອົາ​ທາງ​ບົກ ທາງ​ນ້ຳ​ແລະ​ທາງ​ອາ​ກາດ. ພວກ​ເຮົາ​ຍັງ​ຈະ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ດ້ານ​ມາດ​ຕະ​ຖານ,ຊຸກ​ຍູ້​ໃຫ້​ລະ​ບົບ​ມາດ​ຖານ​ແລະ​ກົດ​ລະ​ບຽບ​ຂອງບັນ​ດາ​ປະ​ເທດເຂົ້າ​ກັນ​ໄດ້. ພວກ​ເຮົາ​ສະ​ໜັບ​ສະ​ໜູນໃຫ້​ຮ່ວມ​ກັນ​ສ້າງເຂດ​ອຸດ​ສາ​ຫະ​ກຳ​ເສດ​ຖະ​ກິດ​ການ​ຄ້າແລະ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ຊາຍ​ແດນ, ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​​ອຸດ​ສາ​ຫະ​ກຳ​ປອດ​ມົນ​ລະ​ພິດ​ແລະ​ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ. ພວກ​ເຮົາ​ເຫັນ​ດີ​ໃຫ້​ບຸກ​ເບີກ​ຊ່ອງ​ທາງ​ລະ​ດົມ​ທຶນ,ປະ​ດິດ​ສ້າງ​ຮູບ​ການ​ລະ​ດົມ​ທຶນ​ອັນ​ໃໝ່​,ຫຼຸດ​ຕົ້ນ​ທຶນ​ການລະ​ດົມ​ທຶນໃຫ້​ຕ່ຳ​ລົງ,ສ້າງ​ລະ​ບົບ​ຮັບ​ປະ​ກັນການ​ທະ​ນາ​ຄານ​ທີ່​ໜັກ​ແໜ້ນ ແບບ​ຍືນ​ຍົງ​ແລະ​ຄວບ​ຄຸມ​ຄວາມ​ສ່ຽງ​ໄດ້. ພວກ​ເຮົາ​ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກ​ສາ,ວິ​ທະ​ຍາ​ສາດ​ເຕັກ​ນິກ,ວັດ​ທະ​ນະ​ທຳ,ສາ​ທາ​ລະ​ນະ​ສຸກ​ແລະ​ຂົງ​ເຂດ​ອື່ນໆ, ຮັດ​ແໜ້ນ​ການ​ແລກ​ປ່ຽນ​ໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ,ຄັງ​ປັນ​ຍາ​,ສື່ມວນ​ຊົນ​ແລະ​ອື່ນໆ, ໃຊ້​ມາດ​ຕະ​ການ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ໄປ​ມາ​ຢ່າງ​ສະ​ດວກກວ່າ​ເກົ່າ. ພວກ​ເຮົາ​ຍັງ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ,ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ແລະການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແລະ​ໄພ​ພິ​ບັດໂດຍ​ອີງ​ຕາມ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ.
 
ທ່ານສີຈິ້ນຜີງກ່າວຕໍ່ນັກຂ່າວວ່າ,​ ຫ້າ,​ ພວກເຮົາຖືເວທີປຶກສາຫາລືສຸດຍອດເປັນເວທີຊຸກຍູ້ການຮ່ວມມືຕົວຈິງໃຫ້ໄດ້ຮັບຜົນສຳເລັດດ້ານເສດຖະກິດຈຳນວນໜຶ່ງ.​ ໃນໄລຍະຈັດເວທີປຶກສາຫາລືແລະໄລຍະກ່ອນໜ້ານີ້, ຈີນກັບຫຼາຍປະເທດແລະອົງການຈັດຕັ້ງສາກົນໄດ້ເຊັນເອກະສານຮ່ວມມືແລະສັນຍາຮ່ວມມືອີກຫຼາຍສະບັບກ່ຽວກັບການສ້າງ  "ໜຶ່ງແລວທາງໜຶ່ງເສັ້ນທາງ",​ເຊິ່ງລວມທັງການຄ້າການລົງທຶນ,ການເຊື່ອມຈອດພື້ນຖານໂຄງລ່າງ,​ການຮ່ວມມືຍົກລະດັບຄວາມສາມາດການຜະລິດແລະການທະນາຄານ, ການແລກປ່ຽນວັດນະທະທຳແລະອື່ນໆ, ເຊິ່ງເປັນພາກສ່ວນອັນສຳຄັນຂອງເວທີປຶກສາຫາລືສຸດຍອດ. ຈີນໄດ້ສະເໜີມາດຕະການໃໝ່ຫຼາຍຢ່າງ, ເຊິ່ງລວມທັງ ປະກາດເພີ່ມເງິນທຶນເຂົ້າໃສ່ກອງທຶນເສັ້ນທາງສາຍໄໝເປັນມູນຄ່າ 100
ຕື້ຢວນ,​ສົ່ງເສີມໃຫ້ສະຖາບັນການເງິນດຳເນີນການບໍລິການກອງທຶນ ເປັນເງິນຢວນຈີນຢູ່ຕ່າງປະເທດ, ເຊິ່ງຄາດວ່າມີຂະໜາດເຖິງ 300 ຕື້ຢວນ, ທະນາຄານພັດທະນາແຫ່ງຊາດຈີນ, ທະນາຄານຂາເຂົ້າຂາອອກຈີນຕ່າງຈະປ່ອຍເງິນກູ້ 250 ຕື້ຢວນແລະ 130 ຕື້ຢວນໃຫ້ແກ່ການຮ່ວມມື "ໜຶ່ງແລວທາງໜຶ່ງເສັ້ນທາງ", ເລີ່ມແຕ່ປີ 2018 ຈະຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ໄດ້ຮັບຄວາມຊົມເຊີຍຈາກຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມ.​ ພວກຂ້າພະເຈົ້າໄດ້ມີບັນຊີລາຍຊື່ໝາກຜົນ 270 ກວ່າລາຍ.​ໝາກຜົນເຫຼົ່ານີ້ຈະເປັນສິ່ງຄໍ້າປະກັນທີ່ແຂງແຮງສຳລັບການສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ", ​ເພີ່ມຄວາມໝັ້ນໃຈຂອງບັນດາຝ່າຍໃນການຊຸກຍູ້ການຮ່ວມມື.
 
ທ່ານສີຈິ້ນຜີງກ່າວວ່າ,​ເມື່ອສັງເກດຈາກສະພາບການປຶກສາຫາລືໃນກອງປະຊຸມແລ້ວເຫັນວ່າ, ການເພີ່ມທະວີການຮ່ວມມືສາກົນ,ຊຸກຍູ້ການສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ແລະຮ່ວມກັນຮັບມືກັບສິ່ງທ້າທາຍສຳລັບເສດຖະກິດໂລກໃນປັດຈຸບັນ​ນັ້ນ ສອດຄ່ອງກັບຜົນປະໂຫຍດຮ່ວມຂອງພວກເຮົາ, ກໍສອດຄ່ອງກັບແຜນການພັດທະນາຍາວໄກຂອງບັນດາປະເທດ.​ ພວກເຮົາມີເຫດຜົນທີ່ມີຄວາມໝັ້ນໃຈ​ຢ່າງ​ເຕັມ​ປ່ຽມຕໍ່ອະນາຄົດຂອງ​ການ​ສ້າງ
"ໜຶ່ງແລວທາງໜຶ່ງເສັ້ນທາງ". ​ພ້ອມກັນນັ້ນ,​ "ໜຶ່ງແລວທາງໜຶ່ງເສັ້ນທາງ"ເປັນໂຄງການຍາວນານ,​ ຍັງຕ້ອງກ້າວເດີນຕາມເສັ້ນທາງທີ່ຍາວໄກ,​ ຕ້ອງການຝ່າຍຕ່າງໆຮ່ວມມືກັນ, ພະຍາຍາມພ້ອມກັນ,​ ຫັນວິໄສທັດໃຫ້ເປັນການກະ​ທຳຮູບປະທຳ, ​ແລະຮັບຜົນງານທີ່ແທ້ຈິງຢ່າງບໍ່ຢຸດຢັ້ງ.​ ພວກເຮົາລ້ວນແຕ່ຫວັງວ່າ ຈະສືບຕໍ່ນຳໃຊ້ເວທີປຶກສາຫາລືສຸດຍອດຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ"ໃຫ້ເປັນປະໂຫຍດດີ. ຫຼາຍປະເທດສະເໜີວ່າ,​ ຄວນຈັດເວທີປຶກສາຫາລືສຸດຍອດຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ"ໃຫ້ເປັນປະຈຳແລະເປັນໄລຍະຍາວນານ,​ ກໍລ້ວນແຕ່ຫວັງວ່າ ຈະເພີ່ມທະວີການແລກປ່ຽນແລະເຊື່ອມຈອດນະໂຍບາຍ, ​ຮ່ວມກັນປຶກສາຫາລືຊ່ອງທາງຮ່ວມມື.​ ຂ້າພະເຈົ້າໄດ້ປະກາດໃນກອງປະຊຸມສຸດຍອດວ່າ, ​ປີ2019 ຈີນຈະຈັດເວທີປຶກສາຫາລືສຸດຍອດຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຄັ້ງທີ 2.
ຈີນ​ມີ​ສຸ​ພາ​ສິດ​ກ່າວ​ວ່າ "ການ​ບິນ​ຂຶ້ນ​ສູ່​ທ້ອງ​ຟ້າຂອງຄຸດບໍ່ແມ່ນ​ອາ​ໄສປີກ​ອັນດຽວທີ່​ເບົາໆ, ​ການ​ແລ່ນ​ຢ່າງວ່ອງໄວ​ຂອງຂອງມ້າ ບໍ່ແມ່ນອາ​ໄສ​ຄວາມແຮງຂອງ​ຂາດຽວ." "ໜຶ່ງແລວທາງໜຶ່ງເສັ້ນທາງ" ເປັນພາລະກິດຮ່ວມຂອງບັນດາປະເທດ. ຂ້າພະເຈົ້າເຊື່ອວ່າ,​ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງບັນດາປະເທດ,​ "ໜຶ່ງແລວທາງໜຶ່ງເສັ້ນທາງ"ຍ່ອມຈະກາຍເປັນເສັ້ນທາງແຫ່ງສັນຕິພາບ, ເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງ, ເສັ້ນທາງແຫ່ງການເປີດ​ປະ​ຕູ,ເສັ້ນທາງແຫ່ງການປະດິດສ້າງໃໝ່ ແລະເສັ້ນທາງແຫ່ງຄວາມສິວິໄລ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ