ຂໍ້​ຍ່ອຍ​ການ​ປະ​ຕິ​ບັດ​ສັນ​ຍາ​ປາ​ຣີ​​ພວມ​ດຳ​ເນີນ​ຢ່າງຄຶກ​ຄັກ
2017-05-15 16:04:36  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ການ​ເຈ​ລະ​ຈາ​ດິນ​ຟ້າ​ອາ​ກາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຈັດ​ຂຶ້ນ​ເປັນເທື່ອ​ທຳ​ອິດ​​ໃນ​ປີ 2017 ​ຢູ່​ເມືອງບອນ​ປະ​ເທດ​ເຢ​ຍ​ລະ​ມັນ.

    ທ່ານ ລູ້​ຊິນ​ມິງ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຈີນ, ຮອງ​ຫົວ​ໜ້າ​ກົມ​ດິນ​ຟ້າ​ອາ​ກາດ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ ກ່າວ​ວ່າ, ຄະ​ນະ​ຜູ້​ແທນ​ຕົນ​ຈະ​ສຸມ​ໃສ່​​ເຈ​ລະ​ຈາ 4 ດ້ານ ​ຄື: ໜຶ່ງ​, ແຈ້ງຫຼັກ​ການ​ແລະ​ຄວາມ​ເຫັນ​ຂອງ​ຈີນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃຫ້​ທຸກ​ຝ່າຍ​ໃນ​ສາ​ກົນ​ຊາບ ແລະ​ຄວາມຕັ້ງ​ໜ້າ​ຊຸກ​ຍູ້​ຂະ​ບວນ​ການ​ເຈ​ລະ​ຈາຫຼາຍ​ຝ່າຍ; ສອງ, ນຳ​ພາ​ການ​ເຈ​ລະ​ຈາ​ໃນ​ຫົວຂໍ້ໃຫຍ່ ແລະ​ສຳ​ຄັນ ແລະ​ແຜນ​ການ​ທີ່​ຈີນຈະ​ສະ​ເໜີ; ສາມ, ປັບ​ປຸງ​ຄວາມ​ສາ​ມັກ​ຄີ​ກັບ​ປະ​ເທດ​ພວມ​ພັດ​ທະ​ນາ​ໃຫ້​ແໜ້ນ​ແຟ້ນ​ກວ່າ​ເກົ່າ, ພະ​ຍາ​ຍາມ​​ປະ​ກອບ​ຄວາມ​ເຫັນ​ຮ່ວມ​ກັນ ແລະ​ປົກ​ປັກ​ຮັກ​ສາ​ສິດ​ທິ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ ແລະ​ດ້ານສຸດ​ທ້າຍ​ຄື ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັບ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະຫຼຸດ​ຜ່ອນ​ຄວາມ​ລະ​ແວງ​ສົງ​ໄສ​ກັນ ແລະພະ​ຍາ​ຍາມ​​ເຮັດໃຫ້​ຫົວ​ຂໍ້​ສຳ​ຄັນເປັນ​ເອ​ກະ​ພາບ​ກັນ.

    ໃນ​ການ​ເຈ​ລະ​ຈາ​ຄັ້ງ​ນີ້ ມີ​ຜູ້​ແທນ​ປະ​ມານ 4000 ຄົນ​ເຂົ້າ​ຮ່ວມ ແລະ​ປັດ​ຈຸ​ບັນ, ການ​ເຈ​ລະ​ຈາ​ທຸກ​ຂໍ້​ພວມ​ດຳ​ເນີນ​ໄປ​ຢ່າງ​​ຄຶກ​ຄັກ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ