ນາ​ຍົກ​ປາ​ກີ​ສະ​ຖານຊີ້: ການ​ສ້າງ​ໂລກ​ແຫ່ງ​ສັນ​ຕິ​ພາບ​ແລະ​ການ​ຮ່ວມ​ມື​ແມ່ນ​ຈິດ​ໃຈ​ຂອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-05-15 16:13:46  cri 
    ຕາມ​ຂ່າວ​ສານ​ຈີນ: ທ່ານ ເຊ​ລິ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກີ​ສະ​ຖານ ກ່າວ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​​ໃນ​ວັນ​ທີ 14 ພຶດ​ສະ​ພານີ້​ວ່າ, ​ຄວາມພະ​ຍາ​ຍາມ​ສ້າງ​ໂລກ​ແຫ່ງ​ສັນ​ຕິ​ພາບ​ແລະ​ການ​ຮ່ວມ​ມືນັ້ນ ​ຄື​ຈິດ​ໃຈ​ຂອງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

    ​ທ່ານ ເຊ​ລິ​ຟ ກ່າວ​ໃນເວ​ທີ​ປຶກ​ສາ​ຫາ​ລື​​ທີ່ໄຂ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​​ລະ​ດັບສູງ​ໃນ​ມື້​ດັ່ງ​ກ່າວ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແມ່ນ​ແຜນ​ການ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການ​ຮ່ວມ​ມື​ຂ້າມ​ທະ​ວີບ ເຊິ່ງກວມ​ເອົາຫຼາຍ​ຂົງ​ເຂດ ເປັນ​ຕົ້ນ ພະ​ລັງ​ງານ, ພື້ນ​ຖານ​ໂຄງ​ລ່າງ, ການ​ຄ້າ ແລະ​ອື່ນໆ. ແຜນ​ການກວ້າງ​ຂວາງ​ແນວນີ້ ຈະ​​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ກຸ່ມ​ເສດ​ຖະ​ກິດ​ໃກ້​ຊິດ​ກັນຫຼາຍ​ຂຶ້ນ ທັງ​ຈະເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນ ແລະ​ພ້ອມ​ກັນ​ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

    ທ່ານ ເຊ​ລິ​ຟ ກ່າວ​ຕື່ມ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ຮັບ​ຄວາມເຫັນ​ດີ​ທີ່​ສຸດ​ຢູ່​ປາ​ກີ​ສະ​ຖານ ແລະ​ຈາກນີ້, ປະ​ເທດ​ຕົນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ ແລະ​ຫວັງ​ຢາກ​ຈະ​ອຸ​ທິດສະ​ຕິ​ປັນ​ຍາ​ແລະ​ເຫື່ອ​ແຮງ​ເພື່ອ​ການ​ພັດ​ທະ​ນາ​​ຈິດ​ໃຈ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ