ຈັດກອງ​ປະ​ຊຸມ​ໂຕະ​ມົນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​BRICSປະ​ຈຳ​ເຢຍ​ລະ​ມັນ
2017-05-16 11:14:54  cri 

ວັນທີ 12 ພຶດ​ສະ​ພາ​ນີ້,ຢູ່​ສະ​ຖານ​ທູດ​ຈີນ​ປະ​ຈຳ​ເຢຍ​ລະ​ມັນ,ທ່ານ​ສື​ມິງ​ເຕີ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​​ປະ​ເທດ​ດັ່ງ​ກ່າວໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ​ໂຕະ​ມົນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ບ​ຣິກ​ສຫຼື​BRICS(ເບ​ຣ​​ຊິນ,ຣັດ​ເຊຍ,ອິນ​ເດຍ,ຈີນ​ແລະອາ​ຟ​ຣິກ​ກາ​ໃຕ້)ປະ​ຈຳ​ເຢຍ​ລະ​ມັນ​ໂດຍ​ທ່ານກ​​ຣີ​ນິນ ເອກ​ອັກ​ຄະ​ລັດ​ຖະ​ທູດຣັດ​ເຊຍ, ທ່ານ​ມາ​​ຣີ​ໂອ ວິ​ລານ​ວາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ເບ​ຣ​​ຊິນ,ທ່ານ​ຟີ​ເມ​ເລ​ເລ ສະ​ຕອນ ຊີ​ຈານ​ນີ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ຟ​ຣິກ​ກາ​ໃຕ້​​ແລະທ່ານ​ມຸກ​ຕາ ດຸດ​ຕາ ໂຕ​ມາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ເດຍ​ເຂົ້າ​ຮ່ວມ.

​ທ່ານ​ສື​ມິງ​ເຕີ​ໄດ້​ແຈ້ງ​ແຜນ​ຈັດ​ກິດ​ຈະ​ກຳ​ສະຫຼອງ​ "ປີ​ປະ​ເທດ​ຈີນ"​ຂອງ BRICSໂດຍ​ຈີນ​ມີ​ການ​ຄາດ​ຫວັງ​ທີ່​ສຳ​ຄັນ​ຕໍ່​ກອງ​ປະ​ຊຸມ​ພົບ​ປະ​ຂອງ​ຜູ້​ນຳ​ປະ​ເທດ BRICS​ຄັ້ງ​ທີ 9 ທີ່​ຈະ​ໄຂ​ຂຶ້ນ​ຢູ່​ເມືອງ​ເຊ້ຍ​ເມີນ ແຂວງ​ຟູ​ຈ້ຽນ ສ​ປ ຈີນ​ລະ​ຫວ່າງວັນ​ທີ 3-5 ກັນ​ຍາ​ປີ​ນີ້ ທັງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍ,ເບ​ຣ​​ຊິນ,ອິນ​ເດຍ​ແລະອາ​ຟ​ຣິກ​ກາ​ໃຕ້​ກ່ຽວ​ກັບ​ສະ​ພາບ​ປັດ​ຈຸ​ບັນ​ແລະ​ການ​ພັດ​ທະ​ນາ​ຂອງ​ກົນ​ໄກ​ຮ່ວມ​ມື​ປະ​ເທດ BRICS.

ທ່ານ​ທູດ​ 4 ປະ​ເທດ​ດັ່ງ​ກ່າວ​​ໄດ້ເປັນ​ເອ​ກະ​ພາບ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລະ​ການ​ແລກ​ປ່ຽນ​ລະ​ຫວ່າງ​ສະ​ຖານ​ທູດ​ບັນ​ດາ​ປະ​ເທດ BRICS​ປະ​ຈຳ​ເຢຍ​ລະ​ມັນ​ເພື່ອ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ​ຢ່າງ​ທັນ​ການ​ແລະ​ຮ່ວມ​ກັນ​ຊຸກ​ຍູ້ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ BRICS​ໃຫ້​ບັນ​ລຸ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ