ຊາວ​ເມືອງ​ທົ່ງ​ເຫີ​ສ້າງ​ສະ​ຖິ​ຕິ​ໂລກ​ກີ​ເນັ​ສ​ບຸກ
2017-05-16 16:24:13  cri 

ວັນ​ທີ 15 ພຶດ​ສະ​ພາ​ນີ້, ເມືອງ​ທົ່ງ​ເຫີ​ແຂວງ​ໄຮ​ລົງ​ຈ່ຽງ ສ​ປ ຈີນ​ໄດ້​ຈັດ​ຕັ້ງກະ​ສິ​ກອນ 2017 ​ຄົນ​ລົງດຳ​ນາ​ຮ່ວມ​ກັນ​ຫຼື​ດຳ​ນາ​ວານໃນ​ເນື້ອ​ທີ່ 4,2 ເຮັກ​ຕາແລະ​ປາ​ກົດ​ການ​ນີ້​ນັບ​ວ່າ​ເປັນ​ການສ້າງ​ສະ​ຖິ​ຕິ​ໂລກ​ກິ​ເນັ​ສ​ບຸກທີ່​ມີຄົນ​ດຳ​ນາຮ່ວມກັນຫຼາຍ​ທີ່​ສຸດ. ​ທັງ​ນີ້​ກະ​ສິ​ກອນ 2017 ຄົນ​​ໄດ້​ໃຊ້ກ້າ 7 ລ້ານກີບພາຍ​ໃນ​ເວ​ລາ​ພຽງ​ແຕ່ 13 ນ​າ​ທີ 23 ລິບ​ດາ​ເທົ່າ​ນັ້ນ​ແລະ​ໃນ​ຂະ​ນະ​ດຽວ​ກັນ​ກໍ​ມີຜູ້​ອາ​ຍຸ​ສູງ​ສຸດ 98 ປີ​ແລະ​ໜ້ອຍ​ທີ່​ສຸດ 13 ປີ. ເຈົ້າ​ໜ້າ​ທີ່​ຢັ້ງ​ຢືນ​ສະ​ຖິ​ຕິ​ກີ​ເນັ​ສ​ບຸກ​ອັງ​ກິດ​ທີ່​ຮ່ວມຕິດ​ຕາມ​​ໄດ້​ຢືນ​ຢັນ​ວ່າ​ນີ້​ຄືການ​ສ້າງ​ສະ​ຖິ​ຕິ​ການ​ດຳ​ນາ​ຮ່ວມ​ກັນຫຼາຍ​ທີ່​ສຸດ​ໃນ​ໂລກ.


1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ