ມີຜູ້​ສະ​ສົມ​ປີ້ຊື້​ເຂົ້າ​ເຖິງ 63000 ກວ່າ​ໃບ
2017-05-16 16:59:46  cri 

ລະ​ຫວ່າງ​ປີ 1950 ຫາ​ປີ1985 ເຊິ່ງ​ເປັນ​ໄລ​ຍະ​ເສດ​ຖະ​ກິດ​​ແຜນ​ການ​ແລະ​ເປັນ​ໄລ​ຍະ​ທີ່​ຈີນ​ໄດ້​ເບີກ​ຈ່າຍ​ປີ້​ຊື້​ເຂົ້າ​ໃຫ້​ປະ​ຊາ​ຊົນ​ແລະ​ກໍ​ໃນ​ເວ​ລາ​ນັ້ນ​ຕ້ອງ​ມີ​ປີ້​ດັ່ງ​ກ່າວ​ຈິ່ງ​ຈະ​ຊື້​ເຂົ້າ​ໄດ້. ​ແຕ່ມາ​ຮອດເດືອນ​ຕຸ​ລາ​ປີ 1993​ຈິ່ງ​ໄດ້​ຢຸດ​ການ​ນຳ​ໃຊ້​ປີ້ຊື້​ເຂົ້າ ​ອັນ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ຊື້​ເຂົ້າ​ໄດ້​ຕາມ​ຄວາມ​ຕ້ອງ​ການ​ໂດຍ​ບໍ່​ຖືກ​ຈຳ​ກັດ​ຄື​ເກົ່າ​ອີກ.


ເຖິງວ່າ​ຜ່ານ​ມາ​ເປັນ​ເວ​ລາ 42 ​ປີ​ແລ້ວ,ແຕ່ທ່ານ​ຈຽງ​ຈຸ້ນ​ກໍ​ໄດ້ສະ​ສົມ​ປີ້​ຊື້​ເຂົ້າ​ໄດ້​ຈົນ​ເຖິງ​ປັດ​ຈຸ​ບັນ​ຄື​ຖ້ານັບ​ແຕ່​ປີ 1974 ​ເປັນ​ຕົ້ນ​ມາ,ທ່ານ​ໄດ້​ສະ​ສົມ​ປີ້​ດັ່ງ​ກ່າວ​ໄດ້ເຖິງ 63.000 ກວ່າ​ໃບ​ແລະຈາກ​ນີ້, ​ໝູ່​ເພື່ອນ​ທີ່​ສະ​ສົມ​​ດ້ວຍ​ກັນຈິ່ງ​ໃຫ້​ສາ​ຍາ​ນາມ​ເພິ່ນວ່າ ລາ​ຊາ​ປີ້​ຊື້​ເຂົ້າ. ​ທັງ​ນີ້​ເມື່ອປີ 1996, ການ​ວາງ​ສະ​ແດງ​ປີ້ຊື້​ເຂົ້າ​ໃນ​ສະ​ໄໝ​ມະ​ຫາ​ການ​ປະ​ຕິ​ວັດ​ວັດ​ທະ​ນະ​ທຳ(ປີ1966-1976)​ຂອງ​ທ່ານ​ຈຽງ​ຈຸ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິ​ທະ​ພັນ​ປະ​ຕິ​ວັດ​ຈີນ​ໂດຍ​ໃນ​ໂອ​ກາດ​ດັ່ງ​ກ່າວ,ຫົວ​ໜ້າ​ຫໍ​ພິ​ພິ​ທະ​ພັນໄດ້​ຢືນ​ຢັນ​ວ່າ​ຈະ​ໃຊ້​ເງິນ 2 ລ້ານຢວນ​ຊື້​​ປີ້​ຊື້​ເຂົ້າ​ເຫຼົ່າ​ນີ້, ແຕ່​ທ່ານ​ຈຽງ​ຈຸ້ນບອກວ່າ, ຕອນ​ນັ້ນ​ຕົນ​ຍັງ​ໜຸ່ມ, ຕົນ​ເອງ​ກໍ​ຢາກ​ສະ​ສົມ​ຕໍ່​ໄປຈິ່ງ​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ດັ່ງ​ກ່າວ. ນອກ​ຈາກປີ້ຊື້​ເຂົ້າ​​ໃນສະ​ໄໝ​ມະ​ຫາ​ການ​ປະ​ຕິ​ວັດ​ວັດ​ທະ​ນະ​ທຳ​ແລ້ວ, ​​ປີ້ຊື້​ເຂົ້າ​ທະ​ຫານ,​ປີ້​ເຂົ້າ​ໃນ​ສະ​ໄໝ​ລາ​ຊະ​ວົງ​ມິງ​ແລະ​ລາ​ຊະ​ວົງ​ຊິງ​ກໍ​ໄດ້​​​ກາຍ​ເປັນ​ຈຸດ​ສົນ​ໃຈ​ໄດ້​ເປັນ​ຢ່າງ​ດີ​ເຊັ່ນ​ດຽວ​ກັນ​ໂດຍ​ນັກ​ວິ​ຊາ​ການ​ໄດ້​ປະ​ເມີນ​ມູນ​ຄ່າ​​ໂດຍສະ​ເລ່ຍ​ນັບ​ເປັນລ້ານຢວນ​ຂຶ້ນ​ໄປ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ