ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລາວ: ການ​ສ້າງ​ສາ"ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ"​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ ແລະ​ຄວາມ​ໝາຍ​ໝັ້ນ​ຂອງ​ລັດ​ຖະ​ບານ​ຈີນ
2017-05-16 18:04:01  cri 


(ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ປ​ປ ລາວ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI)

ວັນ​ທີ 15 ພຶດ​ສະ​ພານີ້ ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ລາວທີ່​ໄດ້ມາ​ຮ່ວມກອງ​ປະ​ຊຸມ​ສຸດ​ຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ" ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRIໂດຍ​ກ່າວ​ວ່າ, ຕະ​ຫຼອດ​ໄລ​ຍະ​ສາມປີ​ປາຍ​ມານີ້, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ" ໄດ້​ຈາກ​ໂຄງ​ແນວ​ຄິດ​ອັນ​ໜຶ່ງ​ຄ່ອຍໆ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແລ້ວ​ເປັນ​ໝາກ​ເປັນ​ຜົນ, ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ ແລະ​ຄວາມ​ໝາຍ​ໝັ້ນ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ວ່າ​ຈະ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກັນ ສ້າງ​ສາ​ນຳ​ກັນ​ແລະ​ຊົມ​ໃຊ້​ຜົນ​ງານ​ຮ່ວມ​ກັນ​ກັບ​ໂລກ.

ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ສະ​ເຫຼີມ​ໄຊ​ແນະ​ນຳ​ວ່າ​ທ່ານ​ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ລາວ​ໄດ້​ຮັບ​ຟັງ​ການ​ກ່າວ​ເປີດກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ" ແລະບົດ​ຄຳ​ເຫັນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ໃນກອງ​ປະ​ຊຸມ​ສຸດຍອດ​ໂຕະ​ມົນ ເຊິ່ງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຊີ້​ໃຫ້​ເຫັນ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ" ແລະ​ໄດ້​ແນະ​ນຳ​ໝາກ​ຜົນ​ຕົວ​ຈິງ​ທີ່​ໄດ້​ຮັບ​ນັບ​ແຕ່​ຈັ​ດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ດັ່​ງກ່າວນີ້​ເປັນ​ຕົ້ນ​ມາ, ເຊິ່ງ​ທ່ານ​ໄດ້​ເນັ້ນ​ວ່າ​ຈະ​ສ້າງ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ"ໃຫ້​ກາຍ​ເປັນ​ເສັ້ນ​ທາງ​ແຫ່ງ​ສັ​ນ​ຕິ​ພາບ ວັດ​ທະ​ນະ​ຖາ​ວອນ ເປີດ​ເຜີຍ ປະ​ດິດ​ສ້າງ​ໃໝ່ ແລະ​ສີ​ວິ​ໄລ, ເພື່ອ​ບັນ​ລຸ​ໃຫ້​ພາກ​ພື້ນ ແລະ​ທົ່ວ​ໂລກ​ມີ​ສັນ​ຕິ​ພາບ ຄວາມ​ໝັ້ນ​ຄົງ ແລະ​ພັດ​ທະ​ນາ​ຮ່ວມ​ກັນ, ຊົມ​ໃຊ້​ຜົນ​ປະ​ໂຫຍດ​ນຳ​ກັນ. ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ​ເຫັນ​ວ່າ ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ເປັນ​ພິ​ເສດບໍ່​ສະ​ເພາະ​ແຕ່​ປະ​ເທດ​ລາວ​ທໍ່​ນັ້ນ ກໍ່​ຄື​ບັນ​ດາ​ປະ​ເທດ ພາກ​ພື້ນ ແລະ​ທົ່ວ​ໂລກ​ເຊັ່ນ​ດຽວ​ກັນ. ທ່ານ​ກ່າວ​ວ່າ:

"ຜ່ານ​ມາ ​ໃນ​ເວ​ທີ​ສາ​ກົນ ໄດ້​ມີ​ການ​ສະ​ເໜີ​ຂໍ້​ລິ​ເລີມ​ຫຼາຍ​ອັນ​ຫຼາຍ​ແນວ, ບໍ່​ວ່າ​ຈະ​ເປັນ​ເລື່ອງ​ການ​ພັດ​ທະ​ນາ ຫຼື​ການ​ສົ່ງ​ເສີມທາງ​ດ້ານເສດ​ຖະ​ກິດ, ແຕ່​ບັດ​ມາ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ແລ້ວ​ຫາກບໍ່​ໄດ້. ​ພາຍ​ຫຼັງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ປະ​ກາດ​ຂໍ້​ເລີ່ມ​ດັ່ງ​ກ່າວນີ້, ເປັນ​ຂໍ້​ລິ​ເລີ່ມ​ໃໝ່​ທີ່​ຫາ​ກໍ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ມາ 3 ປີປາຍ ແຕ່​ວ່າ​ໝາກ​ຜົນ​ທີ່​ໄດ້​ຮັບ​ມາ​ມີ​ຢ່າງ​ຫຼວງ​ຫຼາຍ. ອັນ​ນີ້​ກໍ່​ເນື່ອງ​ຈາກວ່າ ສ​ປ ຈີນ​ເປັນ​ຜູ້​ລິ​ເລີ່ມ ແລະ​ກໍ່​ເປັນ​ຜູ້​ນຳ​ພາ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ, ຍິ່ງ​ໄປ​ກວ່າ​ນັ້ນ ອັນ​ສຳ​ຄັນ​ທີ່​ສຸດ​ກໍ່​ແມ່ນ​ຄວາມ​ໝາຍ​ໝັ້ນທາງ​ດ້ານ​ການ​ເມືອງ ກໍ່​ຄື​ຄວາມ​ຕັດ​ສິນ​ໃຈ​ສູງ​ຂອງ​ລັດ​ຖະ​ບານ ກໍ່​ຄື​ການ​ນຳ​ຂອງ​ຈີນ​ໃນ​ການ​ເຮັດ​ແນວ​ໃດເຮັດ​ໃຫ້​ຂໍ້​ລິ​ເລີ່ມ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຢ່າງ​ເປັນ​ໝາກ​ເປັນ​ຜົນໂດຍ​ການ​ປະ​ກາດ​ງົບ​ປະ​ມານ​ການຊ່ວຍ​ເຫຼືອ​ໃຫ້​ແກ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ໂຄງການ​ແລະ​ແຜນ​ການ​ບົນ​ພື້ນ​ຖານ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ."

ໃນ​ຫຼາຍ​ປີ​ມໍ່ໆ​ມານີ້ ເສດ​ຖະ​ກິດ​ລາວ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ດ້ວຍ​ຈັງ​ຫວັດ 7% ສະ​ເລ່ຍ​ຕໍ່​ປີ, ທ່ານ​ລັດ​ຖະ​ມົນ​ຕີ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ​ກ່າວ​ວ່າ, ລາວ​ຫວັງ​ວ່າ​ຈະ​ເຂົ້າ​ຮ່ວມ​ການ​ສ້າງ​ສາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ພັດ​ທະ​ນາ, ສັງ​ຄົມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ​ຊຸກ​ຍູ້​ໃຫ້​ລາວ ເຊື່ອມ​ຈອດ​ກັບ​ພາກ​ພື້ນ​ກໍ່​ຄື​ບັນ​ດາ​ປະ​ເທດ​ໃນ​ໂລກ. ເຊິ່ງ​ປະ​ເທດ​ລາວມີ​ຄວາມ​ຄອງ​ຄອຍ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ການ​ສ້າງ​ສາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ":

"ສ​ປ​ປ ລາວ​ແມ່ນ​ປະ​ເທດ​ໜຶ່ງ​ທີ່ ນອນ​ຢູ່​ໃນ​ບັນ​ດາ​ແລວ​ຂອງ​ການ​ພັດ​ທະ​ນາ​ໃນ​ກອບ​ຂອງ​ເສັ້ນ​ທາງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ ແນ່ນອນ ພວກ​ເຮົາ ລວມ​ທັງ​ລັດ​ຖະ​ບານ ແລະ​ປະ​ຊາ​ຊົນ​ລາວ ກໍ່​ມີ​ຄວາມ​ຄອງ​ຄອຍ​ວ່າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ ແລະ​ແຜນ​ການ​ຕ່າງໆບົນ​ພື້ນ​ຖານ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ' ນີ້, ສ​ປ​ປ ລາວ​ພວ​ເຮົາ​ກໍ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ເສດ​ຖະ​ກິດບໍ່​ໜ້ອຍ, ເຊັ່ນ​ວ່າ​ການ​ສ້າງ​ໂຄງ​ການ​ລົດ​ໄຟ​ລາວ-ຈີນ ຈາກ​ພາກ​ໃຕ້​ຂອງ ສ​ປ ຈີນ​ມາ​ຮອດ​ນະ​ຄອນ​ຫຼວງວຽງ​ຈັນ, ການ​ສ້າງແລະ​ການ​ປັບ​ປຸງ​ຖະ​ໜົນ​ຫົນ​ທາງ ເສັ້ນ​ທາງ​ແຫ່ງ​ຊາດ ຫຼື​ວ່າ​ເສັ້ນ​ທາງ​ດ່ວນ​ຂອງ​ພາກ​ພື້ນ​ອາ​ຊີ​ຫຼາຍ​ເສັ້ນ ທີ່​ວ່າ​ຈະ​ຜ່ານ​ລາວ ສະ​ນັ້ນ ບັນ​ດາ​ໂຄງ​ການນີ້ ທີ່​ໄດ້​ຮັບ​ການ​ພັດ​ທະ​ນາ​ການ​ກໍ່​ສ້າງ​ຢູ່​ ສ​ປ​ປ ລາວ ກໍ່​ລ້ວນ​ແລ້ວ​ແຕ່​ແມ່ນນອນ​ຢູ່​ໃນ​ຂອບ​ເຂດ​ຂອງ​ແຜນ​ການ​ລວມ​ຢູ່​ໃນ​ກອບ​ຂອງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ ທີ່​ພວກ​ເຮົາ​ກຳ​ລັງ​ປະ​ຕິ​ບັດ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້. ສະ​ນັ້ນ ລັດ​ຖະ​ບານ ປະ​ຊາ​ຊົນ​ລາວ​ແມ່ນ​ສະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ຂີດ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ ແລະ​ຈະ​ເຂົ້າ​ຮ່ວມ​ຢ່າງ​ຫ້າວ​ຫັນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ."

ເມື່ອ​ກ່າວ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ລາວ-ຈີນ, ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ​ກ່າວ​ວ່າ, ການ​ສ້າງ​ສາ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ" ແມ່ນ​ປັດ​ໄຈ​ສຳ​ຄັນ​ອັນ​ໜຶ່ງ​ໃນ​ການ​ພົວ​ພັນ​ການ​ຮ່ວມ​ມື​ລະ​ຫວ່າງ​ລາວ-ຈີນ:

"ລາວ​-ຈີນ​ມີ​ການ​ພົວ​ພັນ​ຮ່ວມ​ມືທີ່​ດີ​ມາ​ຕັ້ງ​ແຕ່​ດົນ​ນານ​ແລ້ວ, ປີ 2009 ທີ່​ຜ່ານ​ມານີ້ ສອງ​ພັກ ແລະ​ສອງ​ລັດ​ຖະ​ບານ​ໄດ້​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ຂຶ້ນ​ໄປ​ສູ່​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ, ອັນ​ນີ​ເປັນ​ພື້ນ​ຖານ​ອັນ​ສຳ​ຄັນ​ໃຫ້​ແກ່​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ ສ​ປ​ປ ລາວ - ສ​ປ ຈີນ. ປັດ​ຈຸ​ບັນ ຂ້າ​ພະ​ເຈົ້າ​ຍັງ​ຄິດບໍ່​ອອກວ່າ​ມີ​ຂົງ​ເຂດ​ໃດ​ແດ່​ທີ່​ວ່າ​ລາວ​ແລະ​ຈີນ​ບໍ່​ມີ​ການ​ຮ່ວມ​ມື ຖື​ວ່າ​ເກືອບ​ໝົດ​ທຸກ​ຂົງ​ເຂດ​ຢູ່​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ.ການ​ຈັດ​ຕັ້ງ​ປະ​ຕິ​ບັດໂຄງ​ການ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ ຂ້າ​ພະ​ເຈົ້າຄິດ​ວ່າ ອັນ​ນີ້​ກໍ່​ເປັນ​ປັດ​ໄຈ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ເພີ່ມ​ທະ​ວີ​ສາຍ​ພົວ​ພັນຮ່ວມ​ມື​ລະ​ຫວ່າງ​ລາວ-ຈີນ ປະ​ຕິ​ບັດ​ໂຄງ​ການ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ຈະ​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ຮ່ວມ​ຊາ​ຕາ​ກຳ​ໃຫ້​ແກ່​ລາວ-ຈີນ, ແມ່ນ​ປັດ​ໄຈ​ອັນ​ໜຶ່ງ​ທີ່​ສຳ​ຄັນ​​ທີ່​ໃຫ້​ຄວາມ​ໃກ້​ຊິດ​ຕິດ​ແທດ​ລະ​ຫວ່າງ​ພັກ ລັດ​ກໍ່​ຄື​ປະ​ຊາ​ຊົນ​ລາວ​ແລະ​ຈີນ​ເຂົ້າ​ຮ່ວມ​ກັນຍິ່ງ​ຂຶ້ນ​ໃນ​ຕໍ່​ໜ້າ."

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ