(ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ ສປປ ລາວໃຫ້ສຳພາດຕໍ່ນັກຂ່າວ CRI)
ວັນທີ 15 ພຶດສະພານີ້ ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວທີ່ໄດ້ມາຮ່ວມກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ຢູ່ທີ່ນະຄອນຫຼວງປັກກິ່ງ ໄດ້ໃຫ້ສຳພາດຕໍ່ນັກຂ່າວ CRIໂດຍກ່າວວ່າ, ຕະຫຼອດໄລຍະສາມປີປາຍມານີ້, ຂໍ້ລິເລີ່ມ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ໄດ້ຈາກໂຄງແນວຄິດອັນໜຶ່ງຄ່ອຍໆໄດ້ຮັບການຈັດຕັ້ງປະຕິບັດແລ້ວເປັນໝາກເປັນຜົນ, ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະຄວາມໝາຍໝັ້ນຂອງລັດຖະບານຈີນທີ່ວ່າຈະຮ່ວມກັນປຶກສາຫາລືກັນ ສ້າງສານຳກັນແລະຊົມໃຊ້ຜົນງານຮ່ວມກັນກັບໂລກ.
ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານສະເຫຼີມໄຊແນະນຳວ່າທ່ານພ້ອມກັບຄະນະຜູ້ແທນລາວໄດ້ຮັບຟັງການກ່າວເປີດກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ແລະບົດຄຳເຫັນທີ່ທ່ານສີຈິ້ນຜິງໄດ້ກ່າວໃນກອງປະຊຸມສຸດຍອດໂຕະມົນ ເຊິ່ງທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນປະຫວັດຄວາມເປັນມາຂອງຂໍ້ລິເລີ່ມ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ແລະໄດ້ແນະນຳໝາກຜົນຕົວຈິງທີ່ໄດ້ຮັບນັບແຕ່ຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວນີ້ເປັນຕົ້ນມາ, ເຊິ່ງທ່ານໄດ້ເນັ້ນວ່າຈະສ້າງ "ໜຶ່ງແລວທາງ ໜຶ່ງເສັ້ນທາງ"ໃຫ້ກາຍເປັນເສັ້ນທາງແຫ່ງສັນຕິພາບ ວັດທະນະຖາວອນ ເປີດເຜີຍ ປະດິດສ້າງໃໝ່ ແລະສີວິໄລ, ເພື່ອບັນລຸໃຫ້ພາກພື້ນ ແລະທົ່ວໂລກມີສັນຕິພາບ ຄວາມໝັ້ນຄົງ ແລະພັດທະນາຮ່ວມກັນ, ຊົມໃຊ້ຜົນປະໂຫຍດນຳກັນ. ທ່ານສະເຫຼີມໄຊ ກົມມະສິດເຫັນວ່າ ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍເປັນພິເສດບໍ່ສະເພາະແຕ່ປະເທດລາວທໍ່ນັ້ນ ກໍ່ຄືບັນດາປະເທດ ພາກພື້ນ ແລະທົ່ວໂລກເຊັ່ນດຽວກັນ. ທ່ານກ່າວວ່າ:
"ຜ່ານມາ ໃນເວທີສາກົນ ໄດ້ມີການສະເໜີຂໍ້ລິເລີມຫຼາຍອັນຫຼາຍແນວ, ບໍ່ວ່າຈະເປັນເລື່ອງການພັດທະນາ ຫຼືການສົ່ງເສີມທາງດ້ານເສດຖະກິດ, ແຕ່ບັດມາຈັດຕັ້ງປະຕິບັດຕົວຈິງແລ້ວຫາກບໍ່ໄດ້. ພາຍຫຼັງທ່ານປະທານສີຈິ້ນຜິງໄດ້ປະກາດຂໍ້ເລີ່ມດັ່ງກ່າວນີ້, ເປັນຂໍ້ລິເລີ່ມໃໝ່ທີ່ຫາກໍ່ໄດ້ຈັດຕັ້ງປະຕິບັດມາ 3 ປີປາຍ ແຕ່ວ່າໝາກຜົນທີ່ໄດ້ຮັບມາມີຢ່າງຫຼວງຫຼາຍ. ອັນນີ້ກໍ່ເນື່ອງຈາກວ່າ ສປ ຈີນເປັນຜູ້ລິເລີ່ມ ແລະກໍ່ເປັນຜູ້ນຳພາໃນການຈັດຕັ້ງປະຕິບັດຕົວຈິງ, ຍິ່ງໄປກວ່ານັ້ນ ອັນສຳຄັນທີ່ສຸດກໍ່ແມ່ນຄວາມໝາຍໝັ້ນທາງດ້ານການເມືອງ ກໍ່ຄືຄວາມຕັດສິນໃຈສູງຂອງລັດຖະບານ ກໍ່ຄືການນຳຂອງຈີນໃນການເຮັດແນວໃດເຮັດໃຫ້ຂໍ້ລິເລີ່ມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນໝາກເປັນຜົນໂດຍການປະກາດງົບປະມານການຊ່ວຍເຫຼືອໃຫ້ແກ່ການຈັດຕັ້ງປະຕິບັດບັນດາໂຄງການແລະແຜນການບົນພື້ນຖານ ໜຶ່ງແລວທາງໜຶ່ງເສັ້ນທາງ."
ໃນຫຼາຍປີມໍ່ໆມານີ້ ເສດຖະກິດລາວໄດ້ຮັກສາການເຕີບໂຕດ້ວຍຈັງຫວັດ 7% ສະເລ່ຍຕໍ່ປີ, ທ່ານລັດຖະມົນຕີສະເຫຼີມໄຊ ກົມມະສິດກ່າວວ່າ, ລາວຫວັງວ່າຈະເຂົ້າຮ່ວມການສ້າງສາ "ໜຶ່ງແລວທາງໜຶ່ງເສັ້ນທາງ" ເພື່ອຊຸກຍູ້ໃຫ້ເສດຖະກິດພາຍໃນປະເທດພັດທະນາ, ສັງຄົມຈະເລີນຮຸ່ງເຮືອງ ແລະຊຸກຍູ້ໃຫ້ລາວ ເຊື່ອມຈອດກັບພາກພື້ນກໍ່ຄືບັນດາປະເທດໃນໂລກ. ເຊິ່ງປະເທດລາວມີຄວາມຄອງຄອຍຢ່າງຫຼວງຫຼາຍຕໍ່ການສ້າງສາ "ໜຶ່ງແລວທາງໜຶ່ງເສັ້ນທາງ":
"ສປປ ລາວແມ່ນປະເທດໜຶ່ງທີ່ ນອນຢູ່ໃນບັນດາແລວຂອງການພັດທະນາໃນກອບຂອງເສັ້ນທາງໜຶ່ງແລວທາງໜຶ່ງເສັ້ນທາງ ແນ່ນອນ ພວກເຮົາ ລວມທັງລັດຖະບານ ແລະປະຊາຊົນລາວ ກໍ່ມີຄວາມຄອງຄອຍວ່າໃນການປະຕິບັດບັນດາໂຄງການ ແລະແຜນການຕ່າງໆບົນພື້ນຖານ 'ໜຶ່ງແລວທາງໜຶ່ງເສັ້ນທາງ' ນີ້, ສປປ ລາວພວເຮົາກໍ່ຈະໄດ້ຮັບຜົນປະໂຫຍດທາງດ້ານເສດຖະກິດບໍ່ໜ້ອຍ, ເຊັ່ນວ່າການສ້າງໂຄງການລົດໄຟລາວ-ຈີນ ຈາກພາກໃຕ້ຂອງ ສປ ຈີນມາຮອດນະຄອນຫຼວງວຽງຈັນ, ການສ້າງແລະການປັບປຸງຖະໜົນຫົນທາງ ເສັ້ນທາງແຫ່ງຊາດ ຫຼືວ່າເສັ້ນທາງດ່ວນຂອງພາກພື້ນອາຊີຫຼາຍເສັ້ນ ທີ່ວ່າຈະຜ່ານລາວ ສະນັ້ນ ບັນດາໂຄງການນີ້ ທີ່ໄດ້ຮັບການພັດທະນາການກໍ່ສ້າງຢູ່ ສປປ ລາວ ກໍ່ລ້ວນແລ້ວແຕ່ແມ່ນນອນຢູ່ໃນຂອບເຂດຂອງແຜນການລວມຢູ່ໃນກອບຂອງໜຶ່ງແລວທາງໜຶ່ງເສັ້ນທາງ ທີ່ພວກເຮົາກຳລັງປະຕິບັດຢູ່ໃນປັດຈຸບັນນີ້. ສະນັ້ນ ລັດຖະບານ ປະຊາຊົນລາວແມ່ນສະໜັບສະໜູນຢ່າງສຸດຂີດຂໍ້ລິເລີ່ມດັ່ງກ່າວ ແລະຈະເຂົ້າຮ່ວມຢ່າງຫ້າວຫັນໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ."
ເມື່ອກ່າວເຖິງການພົວພັນລະຫວ່າງລາວ-ຈີນ, ທ່ານສະເຫຼີມໄຊ ກົມມະສິດກ່າວວ່າ, ການສ້າງສາ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ແມ່ນປັດໄຈສຳຄັນອັນໜຶ່ງໃນການພົວພັນການຮ່ວມມືລະຫວ່າງລາວ-ຈີນ:
"ລາວ-ຈີນມີການພົວພັນຮ່ວມມືທີ່ດີມາຕັ້ງແຕ່ດົນນານແລ້ວ, ປີ 2009 ທີ່ຜ່ານມານີ້ ສອງພັກ ແລະສອງລັດຖະບານໄດ້ຍົກລະດັບການພົວພັນຮ່ວມມືສອງຝ່າຍຂຶ້ນໄປສູ່ຄູ່ຮ່ວມຍຸດທະສາດຮອບດ້ານ, ອັນນີເປັນພື້ນຖານອັນສຳຄັນໃຫ້ແກ່ການເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຝ່າຍ ສປປ ລາວ - ສປ ຈີນ. ປັດຈຸບັນ ຂ້າພະເຈົ້າຍັງຄິດບໍ່ອອກວ່າມີຂົງເຂດໃດແດ່ທີ່ວ່າລາວແລະຈີນບໍ່ມີການຮ່ວມມື ຖືວ່າເກືອບໝົດທຸກຂົງເຂດຢູ່ໃນການຮ່ວມມືລະຫວ່າງສອງຝ່າຍ.ການຈັດຕັ້ງປະຕິບັດໂຄງການໜຶ່ງແລວທາງໜຶ່ງເສັ້ນທາງ ຂ້າພະເຈົ້າຄິດວ່າ ອັນນີ້ກໍ່ເປັນປັດໄຈໜຶ່ງທີ່ສຳຄັນໃນການສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງລາວ-ຈີນ ປະຕິບັດໂຄງການໜຶ່ງແລວທາງໜຶ່ງເສັ້ນທາງຈະປະກອບສ່ວນໃຫ້ແກ່ການຮ່ວມຊາຕາກຳໃຫ້ແກ່ລາວ-ຈີນ, ແມ່ນປັດໄຈອັນໜຶ່ງທີ່ສຳຄັນທີ່ໃຫ້ຄວາມໃກ້ຊິດຕິດແທດລະຫວ່າງພັກ ລັດກໍ່ຄືປະຊາຊົນລາວແລະຈີນເຂົ້າຮ່ວມກັນຍິ່ງຂຶ້ນໃນຕໍ່ໜ້າ."