ໄຂ​​ບຸນ​ມະ​ໂຫລານຮູບ​ເງົາ​ຝ​ຣັ່ງ-ຈີນ​ຄັ້ງ​ທີ 7 ຢູ່​ນະ​ຄອນ​ຫຼວງ​ປາ​ຣີ
2017-05-16 11:12:38  cri 
ຕອນ​ຄ່ຳ​ວັນ​ທີ 15 ພຶດ​ສະ​ພາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ບຸນ​ມະ​ໂຫລານຮູບ​ເງົາ​ຝ​​ຣັ່ງ-ຈີນ​ຄັ້ງ​ທີ 7 ໄດ້​ໄຂ​ຂຶ້ນ​ຢູ່​ໂຮງ​ຮູບ​ເງົາ​ກາວ​ມົນ​​ຖະ​ໜົນຊຳ​ສ໌ ເອ​ລິ​ຊິ​ສ​​ນະ​ຄອນ​ຫຼວງ​ປາ​ຣີ​ຢ່າງ​ຄຶກ​ຄື້ນ ໂດ​ຍ​ຈີນ​ຈະ​ນຳ​ເອົາຮູບ​ເງົາ​ 10 ກວ່າ​ເລື່ອງ​​ເຂົ້າສາຍ​ຢູ່​ໂຮງ​ຮູບ​ເງົາ​ຝຣັ່ງ​ພາຍ​ໃນ 1 ເດືອນ​ຕໍ່​ໜ້າ.

ນອກ​ຈາກ​ຈັດຂຶ້ນຢູ່​ນະ​ຄອນ​ຫຼວງ​ປາ​ຣີ​ແລ້ວ, ​ຍັງ​ຈະ​ຈັດ​ການ​ວາງ​ສະ​ແດງ​ຜົນ​ງານ​ຢູ່​ລີ​ໂອນ, ມາ​ເຊວ, ກາ​ເນ​ສ໌, ບ​​ຣິສ໌​ດ໌, ສ​ຕ​ຣາ​ສ໌​ບາວ ​ແລະ ​ເຣ​ນຽນ ໂດຍ​ປີ​ນີ້ບ​​ຣິສ໌​ດ໌ແມ່ນ​ຕົວ​ເມືອງ​ທີ່​ເຂົ້າ​ຮ່ວມ​ເປັນ​ຄັ້ງ​ທຳ​ອິດ. ຂ່າວ​ແຈ້ງວ່າ,​ບຸນ​ມະ​ໂຫລານ​ຮູບ​ເງົາ​ດັ່ງ​ກ່າວ​ຈະ​ອັດ​ລົງ​ໃນ​ວັນ​ທີ 27 ​ເດືອນ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ