ກອງ​ປະ​ຊຸມ​ສົນ​ທະ​ນາ​​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ແລະສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ
2017-05-16 11:17:16  cri 
ກອງ​ປະ​ຊຸມ​ສົນ​ທະ​ນາ "ການ​ຮ່ວມ​ມື​ແລະການ​ແລກ​ປ່ຽນ,ພ້ອມ​ກັນ​ພັດ​ທະ​ນາ, ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ແລະ​ສາຍ​ພົວ​ພັນ​ລະ​ຫວ່າ​ງ​ຈີ​ນ-ອາ​ຊຽນ" ທີ່​ຄະ​ນະ​ທູ​ຕາ​ນຸ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ,ສຳ​ນັກ​ໜັງ​ສື​ພິມ​ສັບ​ປະ​ດາ​ປັກ​ກິ່ງ ແລະ ສະ​ມາ​ຄົມ​ຜູ້​ຊົງ​ຄຸນ​ວຸດ​ທິ​ພານ​ກູ​​ເປັນ​ເຈົ້າ​ພາບ​ຮ່ວມໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 15 ພຶ​ດ​ສະ​ພາ​ນີ້.

ໃນ​ກອງ​ປະ​ຊຸມ, ທ່ານ ອັກ ໂມ​ຊັນ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ກ່າວ ວ່າ: ​ໝັ້ນ​ໃຈ​ແລະ​ປາ​ຖະ​ໜາ​ຢ່າງ​ເຕັມ​ສ່ວນ​ຕໍ່​ອາ​ຊຽນ​ແລະ​ຈີນ​ຮ່ວມ​ມື​ກ້າວ​ໄປ​ໜ້າ​ແລະ​ຮ່ວມ​ກັນ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ. ​​ແຜນການ​ພັດ​ທະ​ນາ​ປີ 2025 ຂອງ​ອາ​ຊຽນ​ສອດ​ຄ່ອງ​ກັບ "ຄວາມ​ໃຝ່​ຝັນຂອງ​ຈີນ", ການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທ​ດ​ອາ​ຊຽນ​ສອດ​ຄ່ອງ​ກັບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາ​ງ"ນັ້ນ ລ້ວນ​ແຕ່​ແມ່ນ​ເສັ້ນ​ທາງ​ທີ່​ກ້າວ​ໄປ​ສູ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.

ແຂກ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລືຢ່າງ​ເລິກ​ເຊິ່ງ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ​50 ປີ​ການ​ສ້າງ​ຕັ້ງອາ​ຊຽນ ແລະ ສາຍ​ພົວ​ພັນ​ລະ​ຫວ່າ​ງຈີນ-ອ​າ​ຊຽນ, ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາ​ງ" ແລະ ແຜນພັດ​ທະ​ນາ​ປີ 2025 ຂອ​ງ​ອາ​ຊຽນ,ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ໂດຍ​ຜ່ານ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ