ການເຕີບໂຕທາງດ້ານ ເສດຖະກິດຂອງລາວ ຈະຄົງທີ 6,9% ໃນປີ 2017 ແລະ 2018
2017-05-16 11:03:24  cri 
ຂປລ. ​ໃນ​ວັນ​ທີ 12 ພຶດສະພາ 2017 ທີ່​ ສໍານັກງານ​ອົງ​ການ​ ສະຫະ​ປະຊາ​ຊາດ ປະຈຳ ສປປ ລາວ ​ໄດ້​ມີ​ການ​ເຜີຍ​ແຜ່​ຜົນສຳ​ຫລວດ ​ສະພາບ​ເສດຖະກິດ ​ແລະ ສັງຄົມ ຂອງ​ພາກ​ພື້ນ​ ອາຊີ-ປາຊີ​ຟິກ ປະຈຳ​ປີ 2017 ​ໃນ​ຫົວ​ຂໍ້ "ການ​ປົກຄອງ ​ແລະ ການ​ຄຸ້ມ​ຄອງ​ງົບປະມານ" ​ໂດຍ​ການ​ເຂົ້າ​ຮ່ວມ​ ຂອງ​ທ່ານ ບາ​ລາ​ຊູບຣາມາ​ນຽມ ມູຣາລີ, ຮອງ​ຜູ້ຕາງໜ້າ​ອົງການ​ ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ​ປະຈຳ ສປປ ລາວ ​ແລະ ທ່ານ ນາງ ພອນ​ວັນ ອຸ​ທະວົງ, ຫົວໜ້າ​ກົມ​ແຜນການ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ພ້ອມ​ດ້ວຍ​ຜູ້ຕາງໜ້າ​ ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ.

ອີງ​ຕາມ​ຜົນ​ສຳ​ຫລວດ​ດັ່ງກ່າວ, ຊີ້​ໃຫ້​ເຫັນ​ວ່າ: ​ເຖິງ​ແມ່ນ​ວ່າ​ເສດຖະກິດ​ ຂອງ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ຈະ​ມີ​ແນວ​ໂນ້ມຂະຫຍາຍຕົວ ​ໃນ​ທິດ​ທາງ​ບວກ​ຢ່າງ​ກວ້າງ​ຂວາງ​ ໃນ​ປີ 2017 ​ແຕ່​ກໍຍັງ​ມີ​ຄວາມ​ສ່ຽງ​ຕໍ່​ກັບ​ຄວາມ​ບໍ່​ແນ່ນອນ​ ຂອງ​ສະພາບ​ເສດຖະກິດ​ໂລກ ​ແລະ ລັດທິ​ປົກ​ປ້ອງ​ ທາງ​ດ້ານ​ການ​ຄ້າ ​ທີ່​ກຳລັງ​ເພີ່ມ​ຂຶ້ນ ເຊິ່ງຫລາຍ​ປະ​ເທດ​ ກໍາລັງ​ກ້າວ​ເຂົ້າ​ສູ່​ປີ​ທີ 2 ຂອງ​ການຈັດ​ຕັ້ງປະຕິບັດ​ ວາລະ ປີ 2030 ກ່ຽວ​ກັບ​ເປົ້າ​ໝາຍ​ການ​ພັດທະນາ​​ ແບບ​ຍືນ​ຍົງ ​ແລະ ​ເສດຖະກິດ​ ທີ່​ກຳລັງ​ພັດທະນາ​ ຂອງ​ພາກ​ພື້ນ​ ໄດ້​ຖືກ​ຄາດ​ຄະ​ເນ​ວ່າ ຈະ​ເຕີບ​ໂຕ​ຢູ່​ທີ່ 5,0% ​ແລະ 5,1% ​ໃນ​ປີ 2017 ​ແລະ 2018 ຕາມ​ລຳດັບ, ​ເພີ່ມ​ຂຶ້ນ​ຈາກ 4,9% ​ໃນ​ປີ 2016.​ ​ເຊິ່ງອີງ​ໃສ່​ຜົນສຳ​ຫລວດ, ການ​ປົກຄອງ​ທີ່​ມີ​ຄວາມ​ກ່ຽວຂ້ອງ ​ໂດຍ​ກົງຕໍ່​ກັບ​ອົງ​ປະກອບ ​ແລະ ປະສິດທິພາບ​ ຂອງ​ການ​ໃຊ້​ຈ່າຍ​ຂອງພາກ​ລັດ, ການ​ປົກ​ຄອງ​ ທີ່​ອ່ອນ​​ແອ​ສ່ວນ​ໜຶ່ງ ​ແມ່ນ​ໃຫ້​ເຮັດ​ການ​ເກັບ​ລາຍ​ຮັບ​ຈາກ​ພາສີ​ ໄດ້​ຕໍ່າຢູ່​ໃນ​ຫລາຍ​ປະ​ເທດ​ພາກ​ພື້ນ, ຄວາມ​ໂປ່​ງ​ໃສ ​ແລະ ຄວາມ​ຮັບຜິດຊອບ​ໃນ​ການ​ບໍລິຫານ​ລັດ​ ສາມາດ​ໄດ້​ຮັບ​ການ​ປັບປຸງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໄດ້ ​ໂດຍ​ການ​ຮັບປະກັນ​ການ​ສ້າງ ແລະ ການ​ເຂົ້າ​ເຖິງ​ຂໍ້​ມູນ​ທີ່​ສຳຄັນ ​ໂດຍ​ການ​ພັດທະນາ​ ຄວາມ​ສາມາດ​ ການ​ບໍລິ​ຫານ​ລັດ ​ເພື່ອ​ຕິດຕາມ, ປະ​ເມີນ​, ກວດກາ​ນະ​ໂຍບາຍ ​ແລະ ການຈັດ​ຕັ້ງ​ປະຕິບັດ ຂອງ​ສະ​ຖາ​ບັນ​ລວມ ​ເຊິ່ງ​ເປັນ​ສະ​ຖາ​ບັນ ​ທີ່​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ການ​ບໍລິການ​ຂອງ​ລັດ ສາມາດ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ ກັບ​ລັດຖະບານ ອາດ​ຈະ​ເປັນ​ເຄື່ອງມື​ ສໍາລັບ​ການ​​ເພີ່ມ​ລາຍ​ຮັບ​ ຈາກ​ພາ​ສີ ​ແລະ ​ເຮັດ​ໃຫ້ການ​ໃຊ້​ຈ່າຍ​ ມີ​ປະສິດທິ​ພາບ​ເພີ່ມ​ຂຶ້ນ.

ນອກຈາກ​ນີ້ ​ຜົນສຳ​ຫລວດ​ດັ່ງກ່າວ, ຍັງ​ຊີ້​ໃຫ້​ເຫັນ​ເຖິງ​ການ​ເຕີບ​ໂຕ​ ທາງ​ດ້ານ​ເສດຖະກິດ​ຂອງ ສປປ ລາວ ຍັງ​ສູງຢູ່​ທີ່ 6,9%​ໃນ​ປີ 2016 ​ເຊິ່ງ​ແຮງ​ຂັບ​ເຄື່ອນ​ຕົ້ນຕໍ​ແມ່ນ ​ການ​ກໍ່ສ້າງ​ໃນ​ຂະ​ແໜງ​ການ​ພະລັງງານ​ ໄຟຟ້າ​ນ້ຳຕົກ. ພ້ອມ​ດຽວ​ກັນ, ການ​ຄາດ​ຄະ​ເນ ​ການ​ເຕີບ​ໂຕມີ​ແນວ​ໂນ້ມ ທີ່​ຈະ​ຄົງ​ທີ່ ຢູ່ 6,8%-6,9​% ​ໃນ​ປີ 2017 ​ແລະ 2018, ​ເຊິ່ງການ​ເພີ່ມ​ຂຶ້ນ​ຂອງ​ກຳ​ໄລ​ ຈາກ​ຂະ​ແໜງ​ການ ຂຸດ​ຄົ້ນ​ບໍ່​ແຮ່ ຈະ​ຊ່ວຍ​ສະໜັບສະໜູນ​ ລາຍ​ຮັບ​ຂອງ​ລັດຖະບານ. ພ້ອມ​ນີ້​, ການ​ຄາດ​ຄະ​ເນ ​ໃນ​ໄລຍະ​ກາງ​ ອາດ​ຈະ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ຄວາມ​ພະຍາຍາມ​ ຂອງ​ລັດຖະບານ ​ໃນ​ການ​ສົ່ງ​ເສີມ​ການ​ລົງທຶນ​ ຂອງ​ຕ່າງປະ​ເທດ ​ແລະ ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ ລະ​ຫວ່າງ ນະຄອນຫລວງ​ວຽງ​ຈັນ ຫາ ຊາຍ​ແດນ​ຈີນ ທີ່​ກຳລັງ​ດຳ​ເນີນ​ ການ​ກໍ່ສ້າງ​ໃນ​ປັດ​ຈຸ​ບັນ ​ເຊິ່ງຈະ​ເສີມ​ຂະຫຍາຍ​ ການ​ເຊື່ອມ​ຕໍ່​ລະຫວ່າງ​ຊາຍ​ແດນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ