ເກີດ​ເຫດ​ການ​ຢູ່​ບາງກອກ​ເຮັດ​ໃຫ້​ສອງ​ຄົນບາດ​ເຈັບເລັກ​ໜ້ອຍ
2017-05-16 15:05:13  cri 

ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ສື່ມວນ​ຊົນ​ໄທ​ລາຍ​ງານ​ວ່າ, ​ຕອນ​ຄ່ຳ​ວັນ​ທີ 15 ເດືອນ​ນີ້, ຢູ່​ໜ້າ​ປະ​ຕູ​ໂຮງ​ລະ​ຄອນ​ແຫ່ງ​ຊາດ​ບາງກອກໄດ້​ເກີດ​ເຫດ​ການ​ລະ​ເບີດ​ຂຶ້ນ ສົ່ງ​ຜົນ​ເຮັດ​ໃຫ້​ສອງ​ຄົນ​ຖືກ​ບາດ​ເຈັບ​ເລັກ​ໜ້ອຍ.

ໜັງ​ສື​ພິມ "ມະ​ຕິ​ຊົນ" ຂອງ​ໄທ​ລາຍ​ງານ​ວ່າ, ເຫດ​ດັ່ງ​ກ່າວ​ເກີດ​ຂຶ້ນ​ໃນ​ເວ​ລາ​ປະ​ມານ 20 ໂມງ 30 ນາ​ທີ ແລະ​ເຮັດ​ໃຫ້ຜູ້​ຍິງ​ສອງ​ຄົນ​ບາດ​ເຈັບ​ຢູ່​ແຂນ ແລະ​ຖືກ​ນຳ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແລ້ວ. ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​​ປິດ​ຈຸດ​ເກີດ​ເຫດ​ ແລະ​ພວມ​ສືບ​ສວນ​ສອບ​ສວນ​ຮ່ວມ​ກັບ​ຊ່ຽວ​ຊານ​ທຳ​ລາຍ​ລະ​ເບີດ ເພື່ອ​ສັນ​ນະ​ສູດ​ລະ​ເບີດ. ຂ່າວ​ແຈ້ງ​ຕື່ມ​ວ່າ, ກ່ອນ​ໜ້າ​ນີ້​ມີ​ຄົນ​ຂີ່​ລົດ​ຈັກ​ແລ້ວເອົາ​ເຄື່ອງ​ທີ່​ຄ້າຍ​ຄື​ກັບ​ລະ​ເບີດ​ໂຍນ​ໃສ່​​ຕົ້ນ​ໄມ້​​ຢູ່​ໜ້າ​ປະ​ຕູ​ໂຮງ​ລະ​ຄອນ​ດັ່ງ​ກ່າວ.

ໂຮງ​ລະ​ຄອນ​ແຫ່ງ​ຊາດ​ຕັ້ງ​ຢູ່​ໃກ້​​ສະ​ໜາມຫຼວງ​ບາງກອກ ແລະເຄີຍ​ມີ​ເຫດ​ການ​ລະ​ເບີດ​ເກີດ​ຂຶ້ນ​ເທື່ອ​ໜຶ່ງຫ່າງຈາກ​ສະ​ໜາມຫຼວງ​ 1 ກິ​ໂລ​ແມັດ ແລະ​ເຮັດ​ໃຫ້​ພະ​ນັກ​ງານ​ອະ​ນາ​ໄມ​ສອງ​ຄົນບາດ​ເຈັບ​​ເລັກ​ໜ້ອຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ