ກອງ​ປະ​ຊຸມ​ກົນ​ໄກ​ປຶກ​ສ​າ​ຫາ​ລື​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ລະ​ຫວ່າງ​ຈີນ-ຟີ​ລິບ​ປິນ​ຄັ້ງ​ທຳ​ອິດຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ກຸ້ຍ​​ຢາງ
2017-05-17 10:58:51  cri 
ທ່ານ​ນາງ​ຮ​ວາ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຖະ​ແຫຼ​ງ​ໃນ​ວັນ​ທີ 16 ພຶດ​ສະ​ພາ​ນີ້​ວ່າ: ກອງ​ປະ​ຊຸມ​ກົນ​ໄກ​ປຶກ​ສ​າ​ຫາ​ລື​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ລະ​ຫວ່າງ​ຈີນ-ຟີ​ລິບ​ປິນ​ຄັ້ງ​ທຳ​ອິດຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ກຸ້ຍ​​ຢາງ​ແຂວງ​ກຸ້ຍ​ໂຈ່ວ ສ​ປ ຈີນໃນ​ວັນ​ທີ 19 ພຶດ​ສ​ະ​ພາ​ນີ້ ໂດຍ​ທ່ານຫຼິວ​ເຈີ້ນ​ມິນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ທ່ານ​ໂຈ​ເຊ​ໂຮ​ມາ​ນາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຟີ​ລິບ​ປິນ​ປະ​ຈຳ​ຈີນ​ຈະ​ນຳ​ພາ​ຄະ​ນະ​ຜູ້​ແທນ​ປະ​ເທດ​ຕົນ​ເຂົ້າ​ຮ່ວມ.

ທ່ານ​ນາງ​ຮ​ວາ​ຊຸນ​ຢິງຢືນ​ຢັນ​ວ່າ ຈີນມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ແລະ​ກໍ​ເຊື່ອ​ໝັ້ນ​ວ່າ​ສອງ​ປະ​ເທດ​ຈະ​ເປັນ​ເອ​ກະ​ພາບ​ກັນຫຼັງປຶກ​ສາ​ຫາ​ລື​ກັນ,ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ແກ້​ໄຂ​ຄວາມ​ລະ​ແວງ​ສົງ​​ໄສ, ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ໃຫ້​ດີ​ທັງ​ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ທາງ​ທະ​ເລ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ທີ່​ກ່ຽວ​ຂ້ອງ​ປະ​ສົບ​ຜົນ​ສຳ​ເລັດ​ຫຼາຍ​ທີ່​ສຸດ ທັງ​ສ້າງ​ບັນ​ຍາ​ກາດ​ທີ່​ດີ​ເພື່ອ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ແລະເຮັດ​ໃຫ້ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ມີ​ຄວາມ​ຄືບ​ໜ້າ​​ເປັນ​ຢ່າງ​ດີ.

ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ​ຢືນ​ຢັນ​ຕື່ມ​ວ່າ ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຈີນ-ອາ​ຊຽນ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້​ຄັ້ງ​ທີ 14, ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຈີນ-ອາ​ຊຽນ​ຄັ້ງ​ທີ 23 ແລະ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ອື່ນໆ​ກໍ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ກຸ້ຍ​ຢາງ​ໃນ​ກາງ​ເດືອນ​ພຶດ​ສະ​ພາ​ນີ້​ເຊັ່ນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ