ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສະ​ຖານ​ຢ້ຽມ​ຢາມ​ກຸ່ມ​ບໍ​ລິ​ສັດAlibaba​ຈີນ
2017-05-17 11:03:50  cri 

ວັນ​ທີ 16 ພຶດ​ສ​ະ​ພາ​ນີ້, ທ່ານມູ​ຮາ​ເມັດ ຊາ​ຣິ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສະ​ຖານ​​ກ່າວ​ຢືນ​ຢັນ​ໃນ​ໂອ​ກາດ​ຢ້ຽມ​ຢາມ​ສຳ​ນັກ​ງານ​ໃຫຍ່​ກຸ່ມ​ບໍ​ລິ​ສັດ​ Alibaba​ ​ຢູ່​ເມືອງ​ຫາງ​ໂຈ່ວ ແຂວງ​ເຈີ້​ຈ່ຽງ ສ​ປ​ ຈີນວ່າ: ​ປະ​ເທດ​ຕົນ​ຈະ​ຮ່ວມກັບ​ Alibaba​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ວຍ​ຄວາມ​ຈິງ​ໃຈ ແລະ​ ຈະ​ອອກ​ແຮງສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ກຸ່ມ​ບໍ​ລິ​ສັດ​ດັ່ງ​ກ່າວ​ຢ່າງ​ສຸດ​ຂີດ​.

ທ່ານ​ຊາ​ຣິ​ຟ​ຢືນ​ຢັນ​ວ່າ ​ໂລກ​ປັດ​ຈຸ​ບັນ, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ໄດ້​ກາຍ​ເປັນ​ເຄື່ອງ​ມື​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ,ການ​ປະ​ດິດ​ສ້າງ​ແລະ​ການ​ປະ​ກອບ​ທຸ​ລະ​ກິດ​ຢ່າງ​ແທ້​ຈິງ​ແລະ​ສາ​ມາດສ້າງ​ຜົນ​ປະ​ໂຫຍດ​ໃຫ້​ສັງ​ຄົມ​ໄດ້ຫຼາຍກວ່າ​ເກົ່າ. ​ສຳ​ລັບ​ຢູ່​ປາ​ກິ​ສະ​ຖານ, ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ ​ຍັງ​ຢູ່​ໃນ​ໄລ​ຍະ​​ເລີ່ມ​ຕົ້ນ, ແຕ່​ກໍ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ຢ່າງຫຼວງຫຼາຍ ແລະ​ຫວັງ​ວ່າ Alibaba​ ຈະ​ຊ່ວຍ​​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ຣິ​ນິກ​ເພື່ອ​ສ້າງ​ໂອ​ກາດ​ໃຫ້​ແກ່​ຂະ​ແໜງ​ການ​ຜະ​ລິດ​ຂອງ​ປະ​ເທດ​ເຈາະຕະຫຼາດ​ສາ​ກົນ​ໄດ້.

ວັນດຽວ​ກັນ, ກຸ່ມ​ບໍ​ລິ​ສັດ Alibaba​ແລະກຸ່ມ​ບໍ​ລິ​ສັດບໍ​​ລິ​ການ​ການ​ເງິນ​ມາ​ຢີຂອງ​ຈີນ​ໄດ້​ເຊັນ​ບົດ​ບັນ​ທຶກ​ການ​ຮ່ວມ​ມື​ກັບ​ກົມ​ການ​ພັດ​ທະ​ນາ​ການ​ຄ້າ​ປາ​ກິ​ສະ​ຖານ​ໂດຍ​ຈະ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​​ເພື່ອ​ຊຸກ​ຍູ້​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ຂອງ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​​ຢູ່​ປະ​ເທດ​ດັ່ງ​ກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ