ເມືອງກ້ານ​ໂຈ່​ວປະ​ຊັນ​ສີ​ພາຍ​ເຮືອ​ຊ່ວງ
2017-05-17 17:04:35  cri 

ວັນ​ທີ 16 ພຶດ​ສະ​ພາ​ນີ້, ​ສີ​ພາຍ​ເຮືອ​ຊ່ວງ​ຕາ​ແສງ​ສຸ້ຍ​ຊີ​ເມືອງ​ກ້ານ​ໂຈ່ວ​ແຂວງ​ຈ່ຽງ​ຊີ ສ​ປ ຈີນ​ໄດ້​ຈັດ​ພິ​ທີ​ບູ​ຊາ​ເຮືອ​ຢູ່​ແມ່​ນ້ຳ​ຈ່າງ​ຈ່ຽງ ເຊິ່ງ​ເປັນ​ການ​ເປີດ​ສາກ​ການ​ຊ່ວງ​ເຮືອ​ບຸນ​ຕ່ວນ​ອູ(ມື້​ຂຶ້ນ 5 ຄ່ຳ​ເດືອນ 5 ຕາມ​ຈັນ​ທະ​ຄະ​ຕິ​ຈີນ)​ ​ແລະ​ເປັນການ​ແຂ່ງ​ຂັນ​ກິ​ລາ​ພື້ນ​ເມືອງ​ຂອງ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ທີ່​ຈັດ​ຂຶ້ນ​ປີ​ລະ​ເທື່ອ. ການ​ຊ່ວງ​ເຮືອ​ບຸນ​ຕ່ວນ​ອູ​ເປັນ​ໜຶ່ງ​ໃນ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ຕາ​ແສງ​ສຸ້ຍ​ຊີ ແລະ​ບຸນ​ຕ່ວນ​ອູຫຼື​ບຸນ​ຊ່ວງ​ເຮືອ​ແຕ່​ລະ​ປີ​ກໍ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວມາ​ຊົມ​ການ​ຊ່ວງ​ເຮືອ​ດັ່ງ​ກ່າວ​ເປັນ​ຈຳ​ນວນຫຼາຍ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ