ຈີນ​ຊົມ​ເຊີຍ​ລັດ​ຖະ​ບານ​ຫວຽດ​ນາມ​ທີ່ຍຶດ​ໝັ້ນ​ນະ​ໂຍ​ບາຍປະ​ເທດ​ຈີນ​ດຽວ
2017-05-17 18:07:55  cri 
ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພຶດ​ສະ​ພາ​ນີ້, ທ່ານນາງ ຮ​ວາ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າ​ວ​ວ່າ: ຈີນ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ແລະຊົມ​ເຊີຍ​ລັດ​ຖະ​ບານ​ຫວຽດ​ນາມ​ທີ່​ຍຶດ​ໝັ້​ນ​ນະ​ໂຍ​ບາຍ​​ປະ​ເທດຈີນ​ດຽວ.

ທ່ານ​ນາງ ຮ​ວາ​ຊຸ່ນ​ຢີງ ກ່າວ​ວ່າ: ຈີນ​ແລະ​ຫວຽດ​ນາມ​ໄດ້​ອອກ​​ຖະ​ແຫຼງ​ການ​ຮ່ວມ​ໃນ​ວັນ​ທີ 15 ພຶດ​ສະ​ພາ​ນີ້ ໂດຍ​ຫວຽດ​ນາມ​ໄດ້ຢ້ຳ​ຢ່າງ​ເດັດ​ຂາດ​ວ່າ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​​ປະ​ເທດຈີນ​ດຽວ​, ສະ​ໜັບ​ສະ​ໜູນ​ການ​​ເສີມຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບໄຕ້​ຫວັນ​ໂດຍ​ສັນ​ຕິ​ແລະ​ຄວາມ​​ເປັນ​ເອ​ກະ​ພາບ​ຂອງ​ຈີນ, ເດັດ​ດ່ຽວ​ຄັດ​ຄ້ານ​ທຸກ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​​ໄຕ້​ຫວັນໃຫ້​ເປັນ​ເອ​ກະ​ລາດ​ແລະຈະ​ບໍ່​ພັດ​ທະ​ນາ​ການ​ພົວ​ພັນ​ທາງ​ການ​ໃດໆ​ກັບ​ໄຕ້​ຫວັນ. ການຍຶດ​ໝັ້ນ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ ແລະ ຄັດ​ຄ້ານ​ໄຕ້​ຫວັນແຍກ​ເປັນ​ເອ​ກະ​ລາດ​ແມ່ນ​ຫຼັກ​ໝັ້ນ​ຂອງ​ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ການ​ແກ້​ໄຂ​ບັນ​ຫາ​ການ​ພົວ​ພັນ​ຂອງ​ໄຕ້​ຫວັນ​ຕໍ່​ຕ່າງ​ປະ​ເທດ. ຈີນ​ຂໍ​ສະ​ແດງ​ຄວາມ​ເຫັນ​ດີ​ແລະ​ຊົມ​ເຊີຍ​ລັດ​ຖະ​ບານ​ຫວຽດ​ນາມ​ຢ່າງ​ຈິງ​ໃຈ​ທີ່​ໄດ້​ຍຶດ​ໝັ້​ນ​ນະ​ໂຍ​ບາຍ​​ປະ​ເທດຈີນ​ດຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ