ນົກ​ນ້ອຍ Bubo bubo  4 ໂຕ​ຖືກ​​ປ່ອຍ​ຢູ່ແຄມ​ຖະ​ໜົນຂອງ​ເມືອງ​ເຈີ້ງ​ໂຈ່ວ
2017-05-17 18:13:54  cri 


ຕອນ​ເຊົ້າ​ວັນ​ທີ 15 ພຶດ​ສະ​ພາ​ນີ້, ທ້າວ​ຈ່າງ​ຢູ່​ເມືອງ​ເຈີ້ງ​ໂຈ່ວ​ແຂວງ​ເຮີ​ນານ​ປະ​ເທດ​ຈີນ​ໄດ້​ເຫັນ​ນົກ​ນ້ອຍ​ 4 ໂຕ​ຢູ່​ແຄ​ມ​ທາງ ​ແລະ​ຈາກ​ນັ້ນ​ກໍ​ໄດ້​ນຳ​ໄປ​ສົ່ງ​ສູນ​ຄຸ້ມ​ຄອ​ງ​ສັດ​ປ່າ​ກົມ​ປ່າ​ໄມ້​​ເມືອງດັ່ງ​ກ່າວ. ​ພາຍ​ຫຼັງ​ທ່ານ ຕົງ​ຊາວ​ເຫວີຍ ​ຫົວ​ໜ້າ​​ສູນ​ດັ່ງ​ກ່າວກວດ​ສອບ​ແລ້ວ,ຈຶ່ງ​ຮູ້​ວ່າ:ນົກ​ທີ່​ໜ້າ​ຮັກ 4 ໂຕ​ນີ້​ແມ່ນ​ນົກ​ນ້ອຍ Bubo bubo ເຊິ່ງ​ເປັນ​ສັດ​​ປີກ​ປະ​ເພດອະ​ນຸ​ລັກ​ທີ່​ສຳ​ຄັນ​​ອັນ​ດັບ​ທີ​ສອງ​ຂອງ​ຈີນ ແລະ​ຄາດ​ວ່າພວກ​ມັນ​ອາດ​ຈະ​ຖືກ​ປ່ອຍ​ຖິ້ມ​ຂະ​ນະ​ທີ່ຖືກ​ສົ່ງ​ໄປຂາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ