ທາງລົດໄຟ ໂພນໂຮງ-ນະຄອນຫລວງ ຈະໄດ້ຮັບການ ສະໜອງນໍ້າມັນຈາກ ເອັນທີພີ
2017-05-17 10:21:05  cri 

ຂປລ.​ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ​ໄລຍະ​ທີ 6 ແຕ່ໂພນໂຮງ ຫາ ນະຄອນຫລວງ ວຽງຈັນ ຈະ​ໄດ້​ຮັບການສະໜອງນໍ້າມັນ ​ໂດຍບໍລິສັດເອັນທີພີ ການຄ້ານໍ້າມັນເຊື້ອໄຟມະຫາຊົນ ໂດຍ​ໂຄງການ​ນີ້  ມີຄວາມຕ້ອງການນໍ້າມັນ ປະມານ 14,4 ລ້ານລິດ ຫລື ປະມານ 2,88 ລ້ານລິດຕໍ່ປີ. ພິທີ ເຊັນສັນຍາສະໜອງນໍ້າມັນ ​ໄດ້​ມີ​ຂຶ້ນໃນວັນທີ 12 ພຶດສະພາ 2017 ທີ່ນະຄອນຫລວງວຽງຈັນ ລະ ຫວ່າງ ທ່ານ ຈິນດາສັກ ຍົດໝັ້ນຄົງ, ຜູ້ອໍານວຍການໃຫຍ່ ບໍລິສັດເອັນທີພີ ການຄ້ານໍ້າມັນເຊື້ອໄຟ ມະຫາຊົນ ກັບທ່ານ ເຮີຫົງຊົງ ຫົວຫນ້າຊີ້ນໍາໂຄງການ ບໍລິສັດ ກໍ່ສ້າງທາງລົດໄຟເລກ 2 ສປ ຈີນ ໂດຍການເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານ ບົວສອນ ບຸບຜາວັນ ຫົວໜ້າສະຖາບັນຄົ້ນຄວ້າ ເສດຖະກິດແຫ່ງຊາດ, ຮອງຫົວໜ້າທີມງານ ເສດຖະກິດຂອງລັດຖະບານ, ພ້ອມດ້ວຍແຂກ ​ເຂົ້າ​ຮ່ວມ.
 
     ທ່ານ ເຫລື່ອມ ຍົງວົງສິດທິ, ຜູ້ບໍລິຫານບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟມະຫາຊົນ ກ່າວວ່າ: ຄວາມຕ້ອງການ ດ້ານນໍ້າມັນເຊື້ອໄຟ ຕະຫລອດໄລຍະ 5 ປິ ຂອງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ ບໍ່ເຕັນ ຫາ ນະຄອນຫລວງວຽງຈັນ ປະມານ 250 ລ້ານລິດ ຫລື ສະເລ່ຍ ປີຫນຶ່ງປະມານ 50 ລ້ານລິດ. ໃນການສະໜອງນໍ້າມັນເຊື້ອໄຟ ໃຫ້ໂຄງການສ້າງທາງລົດໄຟ ລາວ-ຈີນ ​ໃນ​ໄລຍະ​ທີ 6 ນັ້ນ ກໍເປັນເໝືອນການຕອບສະໜອງນໍ້າມັນ ໃຫ້ໂຄງການກໍ່ສ້າງເຂື່ອນຕ່າງໆ ທີ່ພວກເຮົາໄດ້ເຊັນສັນຍາແລ້ວນັ້ນ ຄືບໍລິສັດ ຕ້ອງໄດ້ສະໜອງແທ່ງນໍ້າມັນພ້ອມຫົວຈ່າຍ ຈຳນວນທີ່ຈຳເປັນ ໃນ 4 ຈຸດ ​ແຕ່​ໂພນ​ໂຮງ ຫາ ນະຄອນຫລວງ​ວຽງຈັນ ​ເພື່ອ​ຮັບປະກັນ ​ໃຫ້ການ​ກໍ່ສ້າງ​ທາງ​ລົດ​ໄຟ ມີ​ນ້ຳມັນ​ພຽງພໍ​ ໃນ​ການ​ປະຕິບັດ​ໜ້າຂອງ​ຕົນ ​ໃຫ້​ມີ​ຜົນສຳ​ເລັດ.   
 
ທ່ານ ເຮີ ຫົງຊົງ, ຫົວຫນ້າຊີ້ນໍາໂຄງການ ບໍລິສັດກໍ່ສ້າງທາງລົດໄຟ ເລກ 2 ສປ ຈີນ ກ່າວວ່າ: ຍ້ອນບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟມະຫາຊົນ ມີເງື່ອນໄຂສົມບູນ ແລະ ມີຄວາມສາມາດສະໜອງນໍ້າມັນເຊື້ອໄຟ ຕາມທີ່ຕ້ອງການໄດ້ ພວກເຮົາຈຶ່ງເລືອກເອົາບໍລິສັດນີ້ ເປັນຜູ້ສະໜອງນໍ້າມັນໃຫ້. ຫວັງວ່າ ບໍລິສັດເອັນທີພີ ການຄ້ານໍ້າມັນເຊື້ອໄຟມະຫາຊົນ ຈະປະຕິບັດຕາມຂໍ້ກຳນົດຂອງສັນຍາຢ່າງເຂັ້ມງວດ ທັງສະໜອງການບໍລິການ ທີ່ມີຄຸນນະພາບດີກວ່າໝູ່ ຂອງການກໍ່ສ້າງທາງລົດໄຟ ລາວ-ຈີນ. ຂໍໃຫ້ຄຳໝັ້ນສັນຍາວ່າ ອີງຕາມມາດຕະການ ທາງດ້ານເຕັກນິກ ທາງດ້ານການອອກແບບ。 ພ້ອມ​ທັງ​ ໃຫ້​ຄຳໝັ້ນສັນຍາ ຈະເຮັດໃຫ້ເປັນໂຄງການ ທີ່ມີຄວາມປອດໄພທີ່ສຸດ ມີຄຸນນະພາບ ແລະ ປະສິດທິຜົນສູງ ເປັນໂຄງການທີ່ມີຜົນປະໂຫຍດ ຕໍ່ປະຊາຊົນ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ