ປະ​ມຸກ​ລັດສ.ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ຈະ​​ພົບ​ປະ​ເຈ​ລະ​ຈາ​ກັນ​ໃນ​ທ້າຍ​ເດືອນ​ໜ້າ
2017-05-17 11:02:36  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາຫຼີ​ຢືນ​ຢັນ​ໃນ​ວັນ​ທີ 16 ເດືອນ​ນີ້​ວ່າ, ​ໃນ​ໂອ​ກາດ​ທີ່​ທ່ານ​ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ໃໝ່​ຂອງ​ສ.ເກົາຫຼີ​ໄປ​ຢ້ຽມ​ຢາ​ມ​ອາ​ເມ​ລິ​ກາ​ໃນ​ທ້າຍ​ເດືອນ​ໜ້າ, ປະ​ມຸກ​ລັດ​​ທັງສອງ​ປະ​ເທດ​​ຈະພົບ​ປະ​ເຈ​ລະ​ຈາ​ກັນ​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ.

ເຈົ້າ​ໜ້າ​ທີ່​ທຳ​ນຽບ​ປະ​ທ​າ​ນາ​ທິ​ບໍ​ດີ​ສ.ເກົາຫຼີ​ເປີດ​ເຜີຍ​ວ່າ, ທ່ານ​ມູນ​ເຈ​ອິນ​ໄດ້​​ເວົ້າ​ສັ້ນໆກັບ​ທ່ານ​ມັດ ໂປ​ຕິນ​ເກີ ຫົວ​ໜ້າ​ຂັ້ນ​ສູງ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ອາ​ຊີ​ຂອງ​ຄະ​ນະ​ກຳ​ມະ​ການ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທຳຂ່າວ​ອາ​ເມ​ລິ​ກາ​ທີ່​ຢ້ຽມ​ຢາມ​ສ.ເກົາຫຼີ ໂດຍ​ໄດ້​ຮຽກ​ຮ້ອງ​ໃຫ້​ທັງ​ສອງ​ປະ​ເທດ​ສືບ​ຕໍ່​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັນ ແລະ​ຮ່ວມ​ກັນ​ຮັບ​ມື​ກັບ​ບັນ​ຫາ​ນິວ​ເຄຼຍ​ເກົາຫຼີ.

​ຂະ​ນະ​ດຽວ​ກັນ​ນີ້, ທ່ານ​ໂປ​ຕິນ​ເກີ​ຍັງ​ໄດ້​ພົບ​ປະ​ກັບທ່ານ​ລີ​ຈົງ​ກຸຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ເກົາຫຼີ ໂດຍຂ່າວ​ສານ​ໂຢນ​ຮັບສ.​ເກົາຫຼີ​ລາ​ຍ​ງານ​ວ່າ, ໃນ​ການ​ພົບ​ປະ ​ໄດ້​ເວົ້າ​ເຖິງ​ລະ​ບົບ​ຕ້ານ​ຂີ​ປະ​ນາ​ວຸດ "THAAD" ແລະ​ຫວັງຈະ​ໄດ້ປຶກ​ສາ​ຫາ​ລື​ກັບ​ເຈົ້າ​ໜ້າ​ທີ່​ສ.ເກົາ​ຫຼີ​ກ່ຽວ​ກັບ​ບັນ​ຫາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ