ແດນ​ສະ​ຫວັນ​ຂອງ​ນົກ​ອົບ​ພະ​ຍົບ​ຕາມ​ລະ​ດູ​ການ​ໃນ​ຕົວ​ເມືອງ
2017-05-17 16:42:53  cri 

ສວນ​ທ່ຽນ​ຊ່ຽງ​ຢວນ​​ຢູ່​ເມືອງ​ໜານ​ຊ່າງ​ທີ່​ມີ​ເນື້ອ​ທີ່ 10 ເຮັກ​ຕາ ໂດຍ​ໄດ້​ກວມ​ເອົາ​ເຖິງດິນ​ຊຸ່ມ, ບຶງ​ໜອງ ​ໄດ້​ກາຍ​ເປັນ​ຈຸດ​ທີ່​ນົກ​ອົບ​ພະ​ຍົບ​ຕາມ​ລະ​ດູ​ການ​ເກືອບ 32 ​ຊະ​ນິດ ມາ​​ອາ​ໄສ ທັງ​ມີ​ຮັງ​ນົກ 6 ໝື່ນກວ່າ​​ຮັງ ແລະ​ມີ​ນົກ 3 ແສນກວ່າ​ໂຕ ເຊິ່ງເມື່ອ​ທຽບ​​ໃສ່ຫຼາຍ​ປີ​ກ່ອນ​ແລ້ວ ຖື​ວ່າໄດ້​ເພີ່ມ​ຂຶ້ນ​ເກືອບ 1 ແສນ​ໂຕ. ພາຍຫຼັງ​ຊ່ຽວ​ຊານ​ອົງ​ການ​ອຸຍ​ເນັດ​ສ​ໂກ​ສະ​ຫະ​ປ​ະ​ຊາ​ຊາດ​ເຂົ້າ​ມາ​ຕິດ​ຕາມ​ແລ້ວ​ຈິ່ງ​ໄດ້​ຊີ້​ອອກວ່າ, ສະ​ຖານ​ທີ່​ແຫ່ງນີ້​ມີ​ນົກຫຼາຍ ແລະ​ມີ​ນົກ​ງາມຫຼາຍ​ຊະ​ນິດ ເຊິ່ງ​ອາດ​ເວົ້າ​ໄດ້​ວ່າ ​ສາ​ມາດ​​ເປັນ​ອັນ​ດັບ​ໜຶ່ງ​ໃນ​ໂລກ, ຈາກ​ນີ້ອົງ​ການ​ປົກ​ປ້ອງ​ນົກ​ໂລກ​ສະ​ຫະ​ປະ​ຊາ​ຊາດ​ຈິ່ງກຳ​ນົດ​ເປັນ "ສູນ​ອະ​ນຸ​ລັກ​ແລະ​ຄົ້ນ​ຄວ້າ​ນົກ​ອົບ​ພະ​ຍົບ​ຕາມ​ລະ​ດູ​ການ​ຂອງ​ໂລກ".

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ