ດາວ​ທຽມ​ໂທ​ລະ​ຄົມ​ທີ່​ຈີນ​ຜະ​ລິດ​ເຂົ້າ​ສູ່​ຕະ​ຫຼາດ​ການ​ບິນ​ອະ​ວະ​ກາດ​​ອິນ​ໂດ​ເນ​ເຊຍ​ເປັນຄັ້ງ​ທຳ​ອິດ
2017-05-18 11:37:09  cri 
ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ຊາງ​ເຊີງ​ຈີນ​​ຈຳ​ກັດທີ່​ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ການ​ບິນ​ອະ​ວະ​ກາດ​ຈີນ​ໄດ້​ເຊັນ​ສັນ​ຍາ​ໂຄງ​ການ​ດາວ​ທຽມ​ໂທ​ລະ​ຄົມ PALAPA-N1 ອິນ​ໂດນ​ເຊຍ​ກັບ​ບໍ​ລິ​ສັດ​​ບໍ​ລິ​ການ​ດາວ​ທຽມ​ອິນ​ໂດ​ເນ​ເຊຍ​ຫຼື PSNS ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ໃນ​ວັນ​ທີ 17 ພຶດ​ສະ​ພາ​ນີ້ ເຊິ່ງ​ການ​ເຊັນ​ສັນ​ຍາ​ດັ່ງ​ກ່າວ​ໄດ້​ກາຍ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນວ່າ​ດາວ​ທຽມ​ໂທ​ລະ​ຄົມ​ທີ່​ຈີນ​ຜະ​ລິດ​ນັ້ນ​ໄດ້​ເຂົ້າ​ສູ່​ຕະ​ຫຼາດ​ການ​ບິນ​ອະ​ວະ​ກາດ​ເປັນ​ຄັ້ງ​ທຳ​ອິດ.

ທ່ານ ອິ່ນ​ຫຼີມິງ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຊາງ​ເຊີງ​ຈີນ​ຈຳ​ກັດ​ກ່າວ​ວ່າ: ໂຄງ​ການ PALAPA-N1 ຈະ​ປັບ​ປຸງວຽກ​ງານ​ໂທ​ລະ​ຄົມ​ແລະ​ການ​ກະ​ຈາຍ​ສຽງ​ຂອງ​ອິນ​ໂດ​ເນ​ເຊຍ​ໃຫ້​ດີ​ຂຶ້ນ ທັງ​ຈະ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ທາງ​ສັງ​ຄົມແລະ​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ,ເຊິ່ງ​ໂດຍ​ລວມ​ແລ້ວ​ນີ້​ຄື​ໜຶ່ງ​ຜົນ​ງານໃນ​ການ​ປະ​ຕິ​ບັດ​​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ໃນ​ຂົງ​ເຂດ​ການ​ບິນ​ອະ​ວະ​ກາດ.

​ສັນ​ຍາ​ດັ່ງ​ກ່າວ​ລະ​ບຸ​ວ່າ:ບໍ​ລິ​ສັດ​ຊາງ​ເຊີງ​ຈະສະ​ໜອງ​ຜະ​ລິດ​ຕະ​ພັນ​ແລະ​ການ​ບໍ​ລິ​ການ​ຕ່າງໆ​​ໃຫ້ແກ່​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ອິນ​ໂດ​ເນ​ເຊຍ​ເປັນ​ຕົ້ນ​ດາວ​ທຽມ,ການ​ບໍ​ລິ​ການ​​ຍິງສົ່ງ,ລະ​ບົບ​ພາກ​ພື້ນ​ດິນ,ການ​ປະ​ກັນ​ໄພ​ແລະ​ສະ​ໜັບ​ສະ​ໜູນ​ການ​ລະ​ດົມ​ທຶນ. ຄາດ​ວ່າ:ດາວ​ທຽມ​ໂທ​ລະ​ຄົມ PALAPA-N1 ຈະ​ເລີ່ມ​ນຳ​ໃຊ້​ໃນ​ 6 ເດືອນ​ຕົ້ນ​ປີ 2020.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ