ກຳ​ປູ​ເຈຍ​ສ້າງ​​ສູນ​ການ​ຄ້າ​ຢູ່​ເມືອງ​ຊີ່​ອ່ານ​
2017-05-18 17:18:12  cri 
ວັນ​ທີ 17 ພຶດ​ສະ​ພາ​ນີ້ ຢູ່​ເມືອງ​ຊີ່​ອ່ານ​ແຂວງ​ສານ​ຊີ່​ປະ​ເທດຈີນ, ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​​ສູນ​ການ​ຄ້າ​ຊີ່​ອ່ານ​ກຳ​ປູ​ເຈຍ​.

ຂ່າວ​ແຈ້ງວ່າ: ພາຍ​ຫຼັງ​ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ອະ​ນຸ​ມັດ​ໃຫ້​ສ້າງ​ຕັ້ງ​ສູນ​ການ​ຄ້າ​ຊີ່​ອ່ານ​ກຳ​ປູ​ເຈຍ​ແລ້ວ, ກະ​ຊວງ​ການ​ຄ້າ​ກຳ​ປູ​ເຈຍ​ກໍ​ຈະ​ສະ​ໜັບ​ສະ​ໜູນ,ປະ​ສານ​ງານ​ແລະ​ຊ່ວຍ​ເຫຼືອ​ສູນ​ການ​ຄ້າ​ນີ້ ໂດຍ​ຈະ​ສະ​ໜອງ​ຂໍ້​ມູນ​ດ້ານ​ຕ່າງໆ​ເຊັ່ນ: ​ຜະ​ລິດ​ຕະ​ພັນໂຕແບບ​,ເອ​ກະ​ສານ​​ຂອງ​ລັດ​ຖະ​ບານ​​ເສດ​ຖະ​ກິດ-ການ​ຄ້າ,ການ​ລົງ​ທຶນ,ການ​ທ່ອງ​ທ່ຽວ​ແລະ​ວັດ​ທະ​ນະ​ທຳໃຫ້​ແກ່​ປະ​ເທດ​ຕົນ.

ທ່ານ ຮຸນ​ແຊນ ກ່າວ​ວ່າ: ການ​ທີ່ກຳ​ປູ​ເຈຍ​ສ້າງ​​ສູນ​ການ​ຄ້າ​ຢູ່​ເມືອງ​ຊີ່​ອ່ານເປັນ​ຜົນ​ມາ​ຈາກ​ການ​ສ້າງ​ຕັ້ງ​ສະ​ຖານ​ກົງ​ສຸນ​ໃຫຍ່​ປະ​ຈຳ​ເມືອງ​ຊີ່​ອ່ານ ຂະ​ນະ​ດຽວ​ກັນ​ກໍ​ເພື່ອ​ໃຫ້​ສອງ​ຝ່າຍ​ອີງ​ໃສ່​ສູນ​ການ​ຄ້າ​ດັ່ງ​ກ່າວ​ສຸມ​ໃສ່ການ​ຮ່ວມ​ມືໃຫ້​ຫຼາຍກວ່າ​ເກົ່າ​ທັງ​ໃນ​ຂົງ​ເຂດວັດ​ທະ​ນະ​ທຳ,ການ​ທ່ອງ​ທ່ຽວ,ການ​ອະ​ນຸ​ລັກ​ເມືອງ​ເກົ່າ,ກະ​ສິ​ກຳ​ແລະອື່ນໆ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ