ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ຊາດ ຊຸດທີ VIII ໄດ້ປິດລົງຢ່າງເປັນທາງການ
2017-05-18 17:16:16  cri 

    ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ດໍາເນີນຕະຫຼອດໄລຍະ 17 ວັນ ໄດ້ອັດລົງຢ່າງເປັນທາງການໃນ
ຕອນບ່າຍວັນທີ 18 ພຶດສະພານີ້, ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້, ກໍາ
ມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ.

ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ໄດ້ກ່າວສູນທອນອັດກອງປະຊຸມບາງຕອນ
ສໍາຄັນວ່າ: ຕະຫຼອດໄລຍະ 17 ວັນໃນການດໍາເນີນກອງປະຊຸມ ສະມາຊິກສະພາແຫ່ງຊາດໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ບັນ
ດາເນື້ອໃນທີ່ນໍາມາພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມຄັ້ງນີ້. ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງ
ຊາດຊຸດທີ VIII ແມ່ນໝາກຜົນແຫ່ງການເສີມຂະຫຍາຍສະຕິປັນຍາລວມໝູ່, ການປະສານສົມທົບລະຫວ່າງສະພາແຫ່ງຊາດກັບລັດຖະບານ
ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ, ໄດ້ເຮັດໃຫ້ກອງປະຊຸມຄັ້ງນີ້ສໍາເລັດຕາມແຜນທີ່ວາງໄວ້.
 
ກອງປະຊຸມໄດ້ ພິຈາລະນາສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຜ່ານມາ
ແລະວຽກງານຈຸດສຸມທ້າຍປີ 2017. ຕົກລົງຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຄຸ້ມຄອງລາຄາສິນຄ້າ, ຄ່າບໍລິການແລະ
ມາດຕະການແກ້ໄຂ ເພື່ອຫຼຸດຜ່ອນຜົນກະທົບຕໍ່ການຜະລິດ ແລະ ການດໍາລົງຊີວິດຂອງປະຊາຊົນ. ຮັບຮອງເອົາບົດລາຍການຂອງອົງການ
ໄອຍະການປະຊາຊົນສູງສຸດກ່ຽວກັບການປະຕິບັດສິດສັ່ງຟ້ອງຄະດີອາຍາຂຶ້ນສານ ແລະການເຂົ້າຮ່ວມການດໍາເນີນຄະດີແພ່ງຢູ່ທີ່ປະຊຸມສານ
ແລະ ບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການດໍາເນີນຄະດີຢູ່ສານຂັ້ນຕົ້ນ ແລະ ສານຂັ້ນອຸທອນໃນໄລຍະຜ່ານມາ,  ທິດທາງ
ປັບປຸງ ແລະ ຍົກສູງຄຸຸນນະພາບວຽກງານໃນຊຸມປີຕໍ່ໜ້າ.

ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການເຄື່ອນ
ໄຫວວຽກງານໃນໄລຍະ 5 ປີຕໍ່ໜ້າ (2017-2021). ຮັບຮອງທ່ານ ອໍາໄພ ຈິດມານົນ ເປັນຮອງປະທານກໍາມາທິການກົດໝາຍ ແລະຮັບ
ຮອງເອົາກົດໝາຍ 14 ສະບັບ ໃນຂົງເຂດເສດຖະກິດ-ສັງຄົມ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ​ການປົກຄອງ ແລະ ຍຸຕິທໍາ, ອົງການ
ຈັດຕັ້ງມະຫາຊົນ ແລະ ການຕ່າງປະເທດ ຊຶ່ງເປັນການເພີ່ມທະວີເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃນຂະແໜງການຕ່າງໆໃຫ້
ມີຄວາມສົມບູນ ແລະ ຄົບຖ້ວນຂຶ້ນກວ່າເກົ່າ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ