ຄາດ​ວ່າ​​ປີ​ນີ້ເສດ​ຖະ​ກິດ​ສະ​ມາ​ຊິກ​ອາ​ເປັກ​ຈະ​ເພີ່ມ​ຂຶ້ນ 3,8%
2017-05-18 11:22:35  cri 
ຕາມ​ຂ່​າວ​ສານ​ຊິນ​ຮ​ວາ: ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ ຫຼື ອາ​ເປັກ ​ໄດ້​ເຜີຍ​​ແຜ່​ບົດ​ລາຍ​ງານ​ຂອງ​ຕົນຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ໃນ​ວັນ​ທີ 17 ເດືອນ​ນີ້​​ໂດຍຄາດ​ຄະ​ເນ​ວ່າ, ອັດ​ຕາ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ໃນ​ປີ 2017 ແລະ​ປີ 2018 ຂອງ​ສະ​ມາ​ຊິກ​​ຈະ​ຢູ່​ໃນ​ລະ​ດັບ 3,8% ​ເຊິ່ງ​ຖື​ວ່າສູງກວ່າ​ອັດ​ຕາການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ.

ບົດ​ລາຍ​ງານ​ຊີ້​ອອກວ່າ, ​ຈາກນະ​ໂຍ​ບາຍ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຈະ​ແຈ້ງ, ໂປ່ງ​ໃສ ແລະ​ຕໍ່​ເນື່ອງ ຈະ​ສົ່ງ​ຜົນ​ສະ​ທ້ອນເຖິງ​ຂັ້ນ​ຕັດ​ສິນ​ຕໍ່​ຂະ​ໜາດ​ແລະ​ທ່ວງ​ທ່າ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ສັ້ນ.

​ທັງ​ນີ້ ປີ 2016, ອັດ​ຕາການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ສະ​ມາ​ຊິກ​​ອາ​ເປັກ​ຢູ່​ໃນ​ລະ​ດັບ 3,5% ເຊິ່ງ​​ຕ່ຳ​ກວ່າປີ 2015 ​ທີ່​ບັນ​ລຸ​ເຖິງ 3,6%. ບົດ​ລາຍ​ງານ​​ຍັງຄາດ​ຄະ​ເນ​ວ່າ, ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ສະ​ມາ​ຊິກ​ອົງ​ການ​ອາ​ເປັກ​ໃນ​ປີ 2019 ຈະ​ບັນ​ລຸເຖິງ 3,7% ແລະ​ເທົ່າ​ກັບ​ຈັງ​ຫວະ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ.

ປັດ​ຈຸ​ບັນ, ປະ​ຊາ​ກອນ​ຂອງ​ສະ​ມາ​ຊິກ​ອາ​ເປັກ​ມີ​ເຖິງ 3 ຕື້​ຄົນ, ​ຂະ​ນະ​ທີ່ຍອດ​ມູນ​ຄ່າ​ການ​ຄ້າ​ກວມກວ່າ​ເຄິ່ງ​ໜຶ່ງ​​ຂອງ​ໂລກ ແລະ​ບໍ​ລິ​ມາດ​ເສດ​ຖະ​ກິດກໍກວມ 60% ຂອງ​​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ